ທ່ານສີຈິ້ນຜິງເລົ່າຄວາມສຳຄັນຂອງຫໍພິພິທະພັນ

2023-05-19 16:14:14 cri



 

   ວັນທີ 18 ພຶດສະພາ ເປັນວັນຫໍພິພິທະພັນສາກົນ.

 

   ວັນທີ 16 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປຢ້ຽມຊົມຫໍພິພິທະພັນນະຄອນຢູ້ນເສີງ ແຂວງຊ່ານຊີ່ ທາງພາກເໜືອຂອງຈີນ, ເພິ່ນໄດ້ເນັ້ນໜັກວ່າ: “ຢູ່ໃນຫໍພິພິທະພັນມີວັດຖຸບູຮານທີ່ປະເສີດຈຳນວນຫຼາຍ,ບາງອັນຈົນເປັນສິ່ງປະເສີດແຫ່ງຊາດ, ສິ່ງປະເສີດເຫຼົ່ານີ້ໄດ້ຢັ້ງຢືນໃຫ້ເຫັນເຖິງປະຫວັດສາດມະນຸດເປັນເວລາລ້ານປີ, ປະຫວັດສາດວັດທະນະທຳເປັນເວລາໝື່ນປີ ແລະປະຫວັດສາດອະລິຍະທຳເປັນເວລາ5.000ກວ່າປີຂອງປະເທດພວກເຮົາ, ສະນັ້ນ, ຕ້ອງລົງເລິກປະຕິບັດໂຄງການຄົ້ນຫາແຫຼ່ງກຳເນີດອະລິຍະທຳຈີນ, ຊຸກຍູ້ການຄົ້ນຄວ້າປະຫວັດສາດອະລິຍະທຳຈີນໃຫ້ຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ.”

 

   ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ການພັດທະນາວຽກງານຫໍພິພິທະພັນມາໂດຍຕະຫຼອດ, ເພິ່ນໄດ້ມີທັດສະນະທີ່ສຳຄັນໃນຫຼາຍໂອກາດ. ຕໍ່ໄປ ພວກເຮົາຈະພາທ່ານນຳຕາມຮອຍຂອງທ່ານສີຈິ້ນຜິງ, ທົບຄວນຄືນຄຳເວົ້າສຳຄັນຂອງເພິ່ນເພື່ອຊອກຮູ້ຄວາມໝາຍຄວາມສຳຄັນຂອງຫໍພິພິທະພັນທີ່ມີຕໍ່ວັດທະນະທຳຈີນ, ຕໍ່ຄວາມໝັ້ນໃຈຕົນເອງຂອງຊົນຊາດຈີນ ແລະຕໍ່ອະລິຍະທຳມະນຸດ.

 

   ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານຫໍພິພິທະພັນມາໂດຍຕະຫຼອດ. ເພິ່ນເວົ້າວ່າ: “ເມື່ອຂ້າພະເຈົ້າເດີນທາງລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນ, ຈະຕ້ອງຍາດເວລາໄປຢ້ຽມຊົມຫໍພິພິທະພັນ, ຈຸດປະສົງກໍເພື່ອຮັບຮູ້ປະຫວັດຄວາມເປັນມາແລະວັດທະນະທຳຂອງທ້ອງຖິ່ນນັ້ນ.”

 



   ຫໍພິພິທະພັນເປັນບ່ອນວາງສະແດງວັດຖຸພັນທີ່ເປັນຫຼັກຖານດ້ານປະຫວັດສາດ. ວັນທີ 19ເມສາ2017, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ບ່ອນທຳອິດ, ທ່ານໄດ້ໄປຢ້ຽມຊົມຫໍພິພິທະພັນວັດທະນະທຳລາຊະວົງຮັ້ນເມືອງເຫີຜູ. ຢູ່ຫໍພິພິທະພັນແຫ່ງນີ້, ທ່ານສີຈິ້ນຜິງໄດ້ຮັບຮູ້ຢ່າງລະອຽດກ່ຽວກັບທ່າເຮືອເຫີຜູລາຊະວົງຮັ້ນທີ່ຫ່າງຈາກປັດຈຸບັນ2.000ກວ່າປີ, ກວດເບິ່ງເຄື່ອງທອງສຳລິດ, ເຄື່ອງປັ້ນດິນເຜົາຂອງຈີນໃນສະໄໝບູຮານແລະວັດຖຸບູຮານຕ່າງດ້າວເຊັ່ນ: ເຄື່ອງປັ້ນດິນເຜົາ, ຫີນສີອຳພັນ, ເຄື່ອງແກ້ວເຄືອບເປັນຕົ້ນ ເຊິ່ງວັດຖຸບູຮານເຫຼົ່ານີ້ແມ່ນຖືກຂຸດຄົ້ນຢູ່ເມືອງເຫີຜູ. ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ “ວັດຖຸບູຮານປິ່ນອ້ອມເສັ້ນທາງສາຍໄໝທາງທະເລທີ່ນຳມາວາງສະແດງຢູ່ທີ່ນີ້ຕ່າງກໍແມ່ນປະຫວັດສາດແລະແມ່ນວັດທະນະທຳ.”

 

   ຫໍພິພິທະພັນເປັນຄັງສາງມູນເຊື້ອປະຕິວັດ. ໃນເວລາສຳຫຼວດກວດກາວຽກງານຢູ່ແຂວງເຫີໜານເມື່ອເດືອນກັນຍາປີ2019, ທ່ານສີຈິ້ນຜິງຢ້ຽມຊົມແລະສຳຫຼວດຄົ້ນຄວ້າວຽກງານຢູ່ຫໍພິພິທະພັນປະຕິວັດເມືອງເອກຖານທີ່ໝັ້ນການປະຕິວັດຫູເປີຍ-ເຫີນານ-ອ່ານຮຸ່ຍ. ຫໍພິພິທະພັນແຫ່ງນີ້ໄດ້ວາງສະແດງວັດຖຸເກົ່າແກ່ປະຕິວັດທີ່ປະເສີດຈຳນວນຫຼາຍ. ທ່ານສີຈິ້ນຜິງໄດ້ເບິ່ງຢ່າງລະອຽດເພື່ອຫວນຄືນເຖິງວັນເວລາທີ່ບໍ່ທຳມະດາໃນສະໄໝປະຕິວັດຂອງຈີນ.ເພິ່ນເນັ້ນໜັກວ່າ: “ຫໍພິພິທະພັນປະຕິວັດ, ຫໍລະນຶກປະຕິວັດ, ຫໍພິພິທະພັນປະຫວັດສາດພັກ, ສວນສຸສານຜູ້ເສຍສະຫຼະເພື່ອການປະຕິວັດແລະອື່ນໆເປັນຄັງສາງມູນເຊື້ອປະຕິວັດຂອງພັກແລະປະເທດຊາດ”

 

   ຫໍພິພິທະພັນສາມາດສືບທອດຄວາມຊົງຈຳດ້ານວັດທະນະທຳ. ເດືອນມັງກອນປີ2022, ຢູ່ຫໍພິພິທະພັນຮ້ານເງິນຢື້ເຊິ່ງຊ່າງເມືອງຜິງຢາວແຂວງຊ່ານຊີ່,ທ່ານສີຈິ້ນຜິງຮັບຮູ້ສະພາບການກ່ຽວກັບການກຳເນີດ,ຂະຫຍາຍຕົວຂອງວັດທະນະທຳແລະຈິດໃຈນັກທຸລະກິດຊ່ານຊີ່ໃນສະໄໝບູຮານ, ເພິ່ນໄດ້ເນັ້ນໜັກໃຫ້ເພີ່ມຄວາມໝັ້ນໃຈຕົນເອງດ້ານວັດທະນະທຳຢ່າງໜັກແໜ້ນ, ລົງເລິກຂຸດຄົ້ນເນື້ອໃນອຸດົມສົມບູນດ້ານວັດທະນະທຳນັກທຸລະກິດຊ່ານຊີ່.

 

   ທ່ານສີຈິ້ນຜິງເຄີຍກ່າວວ່າ: “ປະຊາຊາດຈີນແລະອະລິຍະທຳຈີນມີປະຫວັດອັນຍາວນານ ວັດທະນະທຳຈີນມີຄວາມເລິກເຊິ່ງແລະກວ້າງຂວາງ, ຫໍພິພິທະພັນແຫ່ງໜຶ່ງກໍເປັນໂຮງຮຽນໃຫຍ່ແຫ່ງໜຶ່ງ.” ທ່ານສີຈິ້ນຜິງມີຄວາມຫ່ວງໃຍເຖິງຫໍພິພິທະພັນ ແລະສຸດທີ່ເອົາໃຈໃສ່ຕໍ່ວຽກງານອະນຸລັກແລະສືບທອດອະລິຍະທຳຈີນ. ທຸກມື້ນີ້, ຢູ່ປະເທດຈີນ, ປະຊາຊົນໄດ້ກ້າວເຂົ້າສູ່ຫໍພິພິທະພັນນັບມື້ນັບຫຼາຍຂຶ້ນ ເພື່ອຮັບເອົາພະລັງແຮງດ້ານຈິດໃຈຢ່າງບໍ່ມີວັນເຫືອດແຫ້ງ.

 

   ສະນັ້ນ, ຄວນສ້າງຫໍພິພິທະພັນແບບໃດ? ຄວນສ້າງຫໍພິພິທະພັນໃຫ້ດີຄືແນວໃດ? ເຮັດແນວໃດເພື່ອເຮັດໃຫ້ວັດຖຸບູຮານໃນຫໍພິພິທະພັນເສີມຂະຫຍາຍຄຸນຄ່າໃຫ້ຫຼາຍກວ່າເກົ່າ?

 

ເດືອນກຸມພາປີ2014, ທ່ານສີຈິ້ນຜິງໄດ້ເດີນທາງໄປຫໍພິພິທະພັນນະຄອນຫຼວງປັກກິ່ງ, ເພື່ອຢ້ຽມຊົມງານວາງສະແດງວັດທະນະທຳປະຫວັດສາດປັກກິ່ງ, ເພິ່ນຕັ້ງໃຈຊົມເບິ່ງວັດຖຸບູຮານຕ່າງໆ, ຮັບຟັງຄຳບັນຍາຍ ພ້ອມທັງແລກປ່ຽນຄວາມເຫັນແລະເປິກສາຫາລືກັບນັກວິຊາການທັງຫຼາຍ, ເພິ່ນໄດ້ໃຫ້ຄຳຊີ້ນຳວ່າ: “ໃນຂະນະທີ່ຈັດງານວາງສະແດງ, ຍັງຕ້ອງເອົາໃຈໃສ່ເປັນຢ່າງສູງຕໍ່ການຮຽບຮຽງປຶ້ມປະຫວັດສາດ, ເຮັດໃຫ້ວັດຖຸບູຮານສາມາດບອກເລົ່າໄດ້, ເລົ່າສະຕິປັນຍາໃນປະຫວັດສາດໃຫ້ຜູ້ຄົນທັງຫຼາຍ, ກະຕຸ້ນໃຫ້ພວກເຮົາມີຄວາມພາກພູມໃຈແລະຄວາມໝັ້ນໃຈຕໍ່ປະຊາຊາດຕົນ.”

 

ໃນເວລາຕອບຈົດໝາຍຄືນໃຫ້ຜູ້ຊ່ຽວຊານອາວຸໂສຂອງຫໍພິພິທະພັນແຫ່ງຊາດຈີນ, ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: “ຫວັງວ່າບັນດາສະຫາຍຈະຍຶດໝັ້ນທິດທາງການເມືອງອັນຖືກຕ້ອງ, ມີຄວາມໝັ້ນໃຈຕົນເອງດ້ານວັດທະນະທຳຢ່າງໜັກແໜ້ນ, ລົງເລິກຄົ້ນຄວ້າວິຊາການ, ປະດິດສ້າງການວາງສະແດງ, ຊຸກຍູ້ການນຳໃຊ້ວັດຖຸບູຮານໃຫ້ເກີດມີປະສິດທິຜົນຕາມຫຼັກວິທະຍາສາດ, ຊຸກຍູ້ການແລກປ່ຽນແລະຖອດຖອນບົດຮຽນລະຫວ່າງອະລິຍະທຳຕ່າງໆ, ປົກປັກຮັກສາ, ສືບທອດ ແລະວາງສະແດງໝາກຜົນທີ່ດີເດັ່ນດ້ານອະລິຍະທຳຈີນໃຫ້ດີ.”

 



ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກຫຼາຍເທື່ອແລ້ວວ່າ “ເຮັດໃຫ້ວັດຖຸບູຮານທີ່ສະສົມໄວ້ໃນຫໍພິພິທະພັນ, ມໍລະດົກທີ່ຢັ່ງຢາຍຢູ່ຕາມຜືນແຜ່ນດິນອັນກວ້າງໃຫຍ່ໄພສານກໍຄືຕົວໜັງສືຢູ່ໃນປຶ້ມຕຳລາບູຮານຕ່າງມີຊີວິດຊີວາຂຶ້ນ.” ເພິ່ນຍັງຊີ້ໃຫ້ເຫັນວ່າ: “ຕ້ອງຊຸກຍູ້ວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມມີການຫັນປ່ຽນແລະການຂະຫຍາຍຕົວຢ່າງປະດິດສ້າງ, ກະຕຸ້ນພະລັງຊີວິດຂອງວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມດ້ວຍຈິດໃຈຍຸກສະໄໝ.” ທ່ານສີຈິ້ນຜິງສຸດທີ່ເອົາໃຈໃສ່ແລະມີວິໄສທັດອັນຍາວໄກຕໍ່ການອະນຸລັກມໍລະດົກວັດທະນະທຳປະຫວັດສາດແລະການສືບທອດວັດທະນະທຳທີ່ມີມູນເຊື້ອອັນດີງາມ.

 

ຫໍພິພິທະພັນຄືປ່ອງຢ້ຽມແຫ່ງການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆ.

 

ໃນເວລາອອກເດີນທາງໄປຢ້ຽມຢາມຕ່າງປະເທດ, ທ່ານສີຈິ້ນຜິງມັກຈະໄປຢ້ຽມຊົມຫໍພິພິທະພັນເພື່ອຮັບຮູ້ເອກະລັກສະເພາະຕົວຂອງອະລິຍະທຳທີ່ແຕກຕ່າງກັນ. ເມື່ອມີແຂກຕ່າງປະເທດມາຢ້ຽມຢາມຈີນ, ທ່ານສີຈິ້ນຜິງກໍໄດ້ພາພວກເພິ່ນໄປຢ້ຽມຊົມຫໍພິພິທະພັນແລະງານວາງສະແດງເຊິ່ງເປັນການນັດພົບກັນດ້ານອະລິຍະທຳ.

 

ເດືອນກັນຍາປີ2022, ໃນໂອກາດຢ້ຽມຢາມກາຊັກສະຖານ, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຊົມງານວາງສະແດງສິລະປະໃນຫົວຂໍ້ “ການສົນທະນາລະຫວ່າງປະຫວັດສາດພັນປີຈີນ-ກາຊັກສະຖານ” ເຊິ່ງໄດ້ຊົມເຄື່ອງສິລະປະກຳທີ່ປະເສີດຂອງສອງປະເທດຈີນ-ກາຊັກສະຖານທີ່ເກັບຮັກສາໄວ້ຢູ່ຫໍພິພິທະພັນສິລະປະແຫ່ງຊາດກາຊັກສະຖານ.

 



ເດືອນເມສາປີ2018, ໂອກາດທ່ານນາເຣັນດຣາ ດາໂມດາດາສ ໂມດີ ນາຍົກລັດຖະມົນຕີອິນເດຍເດີນທາງມາຢ້ຽມຢາມຈີນ, ທ່ານສີຈິ້ນຜິງພ້ອມກັບທ່ານໂມດີໄດ້ຢ້ຽມຊົມງານວາງສະແດງວັດຖຸບູຮານດີເດັ່ນຢູ່ຫໍພິພິທະພັນແຂວງຫູເປີຍ, ຜູ້ນຳທັງສອງທ່ານໄດ້ແລກປ່ຽນຄວາມເຫັນກ່ຽວກັບການເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳບູຮານຂອງສອງປະເທດຈີນ-ອິນເດຍ, ຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວແລະການສົນທະນາກັນລະຫວ່າງອະລິຍະທຳທີ່ແຕກຕ່າງກັນ.

 

ທ່ານສີຈິ້ນຜິງໄດ້ປະຕິບັດຕົວຈິງໃນການເຄົາລົບນັບຖືຄວາມຫຼາກຫຼາຍດ້ານອະລິຍະທຳຂອງມວນມະນຸດ, ຊຸກຍູ້ການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆ.

 

ຫໍພິພິທະພັນໄດ້ບັນທຶກປະຫວັດສາດ, ຍິ່ງໄດ້ຫັນໜ້າໄປສູ່ອະນາຄົດ.

 

ເດືອນພະຈິກປີ2016, ທ່ານສີຈິ້ນຜິງໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືຂັ້ນສູງຫໍພິພິທະພັນສາກົນໂດຍຊີ້ອອກວ່າ: “ຫໍພິພິທະພັນເປັນຫໍວິມານທີ່ສຳຄັນແຫ່ງການອະນຸລັກແລະສືບທອດອະລິຍະທຳມະນຸດ, ເປັນຂົວຕໍ່ທີ່ເຊື່ອມຈອດອະດີດ, ປັດຈຸບັນແລະອະນາຄົດ, ມີບົດບາດສຳຄັນເປັນພິເສດໃນການສົ່ງເສີມການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆຢູ່ໃນໂລກ.”

 

ພາຍໃຕ້ການຊີ້ນຳນຳພາຂອງທ່ານສີຈິ້ນຜິງ, ດ້ວຍຄວາມໝັ້ນໃຈຕົນເອງດ້ານປະຫວັດສາດໃນລະດັບສູງແລະຄວາມຕື່ນຕົວດ້ານວັດທະນະທຳອັນເລິກເຊິ່ງ, ຈີນໄດ້ຖືຫໍພິພິທະພັນເປັນເວທີ, ເຮັດໃຫ້ວັດທະນະທຳຈີນທີ່ມີເອກະລັກສີສັນຍຸກສະໄໝ ຮ່ວມກັບອະລິຍະທຳຫຼາກຫຼາຍສີສັນທີ່ປະຊາຊົນທົ່ວໂລກສ້າງຂຶ້ນມານັ້ນເພື່ອສະໜອງທິດຊີ້ນຳທາງດ້ານຈິດໃຈແລະແຮງຂັບເຄື່ອນອັນເຂັ້ມແຂງໃຫ້ກັບມວນມະນຸດ.