ອາເມຣິກາຜະເຊີນກັບຄວາມສ່ຽງການລະເມີດສັນຍາໜີ້ສິນເປັນຫຍັງພັດຖິ້ມໂທດໃສ່ປະເທດຈີນ

2023-05-19 15:17:04 cri

ໃນເດືອນມັງກອນປີນີ້, ລັດຖະບານອາເມຣິກາໄດ້ບັນລຸເພດານໜີ້ສິນທີ່ຕາມກົດໝາຍຄື: 31.400 ຕື້ໂດລາສະຫະລັດ. ທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາເຕືອນໃນຫວ່າງມໍ່ໆມານີ້ວ່າ, ຖ້າວ່າລັດຖະສະພາອາເມຣິກາບໍ່ເລັ່ງຜ່ານຮ່າງກົດໝາຍເພື່ອຍົກສູງເພດານໜີ້ສິນ, ອາເມຣິກາຈະຕົກຢູ່ໃນສະພາບສ່ຽງຕໍ່ການລະເມີດສັນຍາໃນການຊຳລະໜີ້ສິນ.

ສິ່ງທີ່ເໜືອຄວາມຄາດຄິດຂອງຄົນທັງຫຼາຍກໍຄື, ໃນໄລຍະທີ່ເປັນສະພາບແບບນີ້, ທຳນຽບຂາວອາເມຣິກາພັດໄດ້ເຜີຍແຜ່ບົດຄວາມທີ່ມີຫົວຂໍ້ວ່າ: “ແມ່ນໃຜຈະໄດ້ໄຊຊະນະຈາກວິກິດການໜີ້ສິນຂອງອາເມຣິກາ? ແມ່ນປະເທດຈີນ” ຕໍ່ສື່ມວນຊົນ. ນາງກາຣິນ ເຈນ ປີເອເຣ ໂຄສົກທຳນຽບຂາວອາເມຣິກາກ່າວຕໍ່ສື່ມວນຊົນວ່າ, ຖ້າວ່າອາເມຣິກາລະເມີດສັນຍາໃນການຊຳລະໜີິ້ສິນ, ຈະເປັນຂອງຂວັນທີ່ອາເມຣິກາມອບໃຫ້ແກ່ຄູ່ແຂ່ງຂອງອາເມຣິກາເຊັ່ນ: ປະເທດຈີນ ແລະ ປະເທດອື່ນ, ຮອດເວລານັ້ນປະເທດເຫຼົ່ານີ້ຈະ “ສຸມໃສ່ການສວຍໃຊ້ໂອກາດ”, “ປະເທດຈີນກຳລັງຄິດຢາກສວຍໃຊ້ໂອກາດທີ່ອາເມຣິກາລະເມີດສັນຍາໃນການຊຳລະໜີ້ສິນ, ເພື່ອຢັ້ງຢືນອາເມຣິກາໄດ້ເກີດຄວາມວຸ້ນວາຍພາຍໃນ, ແລະສະແດງໃຫ້ເຫັນວ່າລະບົບປະຊາທິປະໄຕຂອງພວກເຮົາໄຮ້ຄວາມສາມາດ.”

ເປັນອັນຈະແຈ້ງແລ້ວວ່າ, ອາເມຣິກາເຫັນວ່າ: ປະເທດຕົນລະເມີດສັນຍາໃນການຊຳລະໜີ້ສິນຈະມີຜົນດີຕໍ່ປະເທດຈີນ, ສະນັ້ນຈີນມີຄວາມຍິນດີທີ່ໄດ້ເຫັນອາເມຣິກາລະເມີດສັນຍາໃນການຊຳລະໜີ້ສິນ. ແຕ່ວ່າ, ປະເທດຈີນແມ່ນປະເທດຖືໜີ້ສິນຂອງອາເມຣິກາ, ຖ້າວ່າອາເມຣິກາລະເມີດສັນຍາໃນການຊຳລະໜີ້ສິນ, ບໍ່ພຽງແຕ່ຈະເຮັດໃຫ້ອາເມຣິກາເສຍຄວາມໜ້າເຊື່ອຖືເທົ່ານັ້ນ, ທັງຈະນຳຄວາມເສຍຫາຍທາງດ້ານການເງິນຢ່າງແທ້ຈິງມາໃຫ້ແກ່ປະເທດຈີນ. ລູກໜີ້ຢາກລະເມີດສັນຍາໜີ້ສິນແລ້ວພັດຖິ້ມໂທດໃສ່ເຈົ້າໜີ້, ຄວາມບໍ່ເປັນເຫດເປັນຜົນແບບນີ້ຈະເປັນໄປໄດ້ບໍ່?

ຄວາມສ່ຽງທີ່ອາເມຣິກາຈະລະເມີດສັນຍາໜີ້ສິນນັບມື້ນັບໃຫຍ່ກວ່າເກົ່າ, ເຊິ່ງໄດ້ຢືນຢັນຢູ່ແລ້ວວ່າພາຍໃນອາເມຣິກາເກີດຄວາມວຸ້ນວາຍ, ແລະປະຊາທິປະໄຕຈອມປອມໄຮ້ຄວາມສາມາດໃນການດຳເນີນການບໍລິຫານ, ນີ້ເປັນເລື່ອງທີ່ຈະແຈ້ງຢູ່ແລ້ວ, ຫາກຍັງຕ້ອງໃຫ້ປະເທດຈີນ “ຢາກສວຍໃຊ້” ເລື່ອງດັ່ງກ່າວມາຢັ້ງຢືນອີກຊັ້ນຫວະ? ລັກສະນະບໍ່ໝັ້ນທ່ຽງຂອງຄ່າເງິນໂດລາ, ບໍ່ແມ່ນເກີດຂຶ້ນຍ້ອນອາເມຣິກາພິມທະນະບັດຕາມລຳພັງໃຈກ່ອນແລ້ວປັບຂຶ້ນອັດຕາດອກເບັ້ຍຢ່າງບໍ່ຈຳກັດຕາມຫຼັງນັ້ນຫວາ?

ປັດຈຸບັນ, ສອງພັກການເມືອງຂອງອາເມຣິກາຍັງຜິດຖຽງກັນເພື່ອຕໍ່ລາຄາໃນການຍົກລະດັບເພດານໜີ້ສິນໃຫ້ສູງຂຶ້ນຕື່ມອີກ. ສອງຝ່າຍລ້ວນແຕ່ມເລ່ລ່ຽມດ້ານການເມືອງຂອງຕົນ, ໃນທີ່ສຸດກໍຖິ້ມໂທດໃສ່ປະເທດຈີນ, ຈຸດປະສົງກໍຄືຍົກປະເທດຈີນອອກເພື່ອແຕ້ມແຕ່ງຄວາມໜັກໜ່ວງຂອງບັນຫາທີ່ລະເມີດສັນຍາໜີ້ສິນ, ແລ້ວບັນລຸຜົນປະໂຫຍດການເມືອງຂອງພັກຝ່າຍຕົນເອງ, ທັງບັງຄັບໃຫ້ຝ່າຍກົງກັນຂ້າມໃຫ້ຜ່ອນສັ້ນຜ່ອນຍາວ. ປັດຈຸບັນ, ອາເມຣິກາໄດ້ຖິ້ມໂທດໃສ່ປະເທດຈີນໃນຫຼາຍບັນຫາກໍຍ້ອນສາເຫດອັນຄ້າຍຄືກັນນັ້ນເອງ.

ອີງຕາມຄວາມເວົ້າຂອງທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາ, ຮອດວັນທີ 1 ມິຖຸນາໜ້ານີ້, ກະຊວງການເງິນອາເມຣິກາຈະບໍ່ມີເງິນແລ້ວ, ຮອດເວລານັ້ນອາເມຣິກາຈະຜະເຊີນກັບຄວາມສ່ຽງລະເມີດສັນຍາໃນການຊຳລະໜີ້ສິນ. ຖ້າວ່າເລື່ອງນີ້ເໜືອການຄວບຄຸມ, ອາດຈະສ້າງວິກິດການໃຫ້ແກ່ເສດຖະກິດໂລກ. ເລື່ອງນີ້ແມ່ນປະເທດອາເມຣິກາເອງໄຮ້ຄວາມສາມາດ, ພັດມາຖິ້ມໂທດໃສ່ປະເທດຈີນ, ນີ້ແມ່ນການກະທຳຂອງປະເທດໃຫຍ່ທີ່ມີຄວາມຮັບຜິດຊອບຊັ້ນບໍ່?