ລະຫວ່າງວັນທີ 19 ຫາວັນທີ 21 ພຶດສະພານີ້, ກອງປະຊຸມສຸດຍອດກຸ່ມ 7 ປະເທດຫຼື G7 ທີ່ນຳໂດຍອາເມຣິກາຈະຈັດຂຶ້ນຢູ່ນະຄອນຮິໂຣຊິມະປະເທດຍີ່ປຸ່ນ. ກອງປະຊຸມດັ່ງກ່າວຍັງບໍ່ທັນໄດ້ຈັດຂຶ້ນ, ອາເມຣິກາກໍໄດ້ໃສ່ຮ້າຍປ້າຍສີປະເທດຈີນດ້ວຍຂໍ້ອ້າງ “ການບັງຄັບນາບຂູ່ດ້ານເສດຖະກິດ”, ໂດຍມີເຈຕະນາຮ່ວມກັນກັບປະເທດສະມາຊິກອື່ນໆຂອງ G7 ແນໃສ່ປະເທດຈີນ. ປະມຸກລັດ 7 ປະເທດຈັດກອງປະຊຸມສຸດຍອດ, ບໍ່ດ້ເປິກສາຫາລືບັນຫາການຟື້ນຕົວຄືນໃໝ່ຂອງເສດຖະກິດ ແລະ ປັບປຸງການບໍລິຫານໂລກ, ແຕ່ພັດຖື “ການຮັບມືກັບປະເທດຈີນ” ເປັນຫົວຂໍ້ຂອງກອງປະຊຸມ, ມັນເປັນສິ່ງທີ່ໜ້າງຶດຫຼາຍ.
ເຖິງວ່າກອງປະຊຸມເທື່ອນີ້ເປັນກອງປະຊຸມສຸດຍອດ G7, ແຕ່ຖ້າສັງເກດວາລະປະຊຸມ ແລະ ກິດຈະກຳທີ່ກ່ຽວຂ້ອງຕ່າງໆຂອງກອງປະຊຸມສຸດຍອດຄັ້ງນີ້, ລ້ວນແຕ່ຖືອາເມຣິກາເປັນໃຈກາງ, ແມ່ນແຕ່ວາລະປະຊຸມກໍຂຶ້ນກັບຄວາມຕ້ອງການຂອງອາເມຣິກາ. ຖ້າວ່າ G7 ເປັນລະບົບທີ່ຖືອາເມຣິກາເປັນໃຈກາງ, ແລະປະເທດອື່ນນັ້ນຕ້ອງຕ່ຳຕ້ອຍນ້ອຍໜ້າ ແລະ ໄປຕາມກົ້ນອາເມຣິກາໂດຍຕະຫຼອດ, ກົນໄກແບບນີ້ ແລະ ການກະທຳແບບນີ້ຈະມີຜົນດີຫຍັງຕໍ່ປະເທດສະມາຊິກອື່ນໆ, ແລະຕໍ່ພາກພື້ນກໍຄືຕໍ່ໂກ?
ເກືອບແມ່ນໃນຂະນະດຽວກັນ, ກອງປະຊຸມສຸດຍອດຈີນ-ປະເທດອາຊີກາງໄດ້ຈັດຂຶ້ນຢູ່ນະຄອນຊີ່ອ່ານເຊິ່ງເປັນຕົວເມືອງທີີ່ມີປະຫວັດສາດຍາວນານຂອງຈີນໃນລະຫວ່າງວັນທີ 18 ຫາວັນທີ 19 ພຶດສະພານີ້, ໂດຍມີປະມຸກລັດ 6 ປະເທດເຂົ້າຮ່ວມກອງປະຊຸມສຸດຍອດທາງອອຟລາຍເປັນຄັ້ງທຳອິດ, ເຊິ່ງມີຄວາມສຳຄັນເປັນຂີດໝາຍໃນປະຫວັດສາດ. ນັບແຕ່ຈີນແລະ 5 ປະເທດອາຊີກາງສ້າງຕັ້ງສາຍພົວພັນທາງການທູດຕະຫຼອດໄລຍະ 31 ປີຜ່ານມາ, ກອງປະຊຸມດັ່ງກ່າວເລັ່ງໃສ່ການພັດທະນາໄລຍະຍາວຂອງການຮ່ວມມືລະຫວ່າງ 6 ປະເທດ, ໄດ້ສະເໜີຂໍ້ລິເລີ່ມຕ່າງໆ, ປະກາດມາດຕະການຕົວຈິງຫຼາຍຢ່າງ, ໄດ້ກຳນົດທິດທາງການເຄື່ອນໄຫວຂອງການຮ່ວມມືລະຫວ່າງຈີນກັບປະເທດອາຊີກາງຢ່າງຮອບດ້ານ, ມີຄວາມໝາຍອັນເລິກເຊິ່ງຍາວໄກ. ໃນກອງປະຊຸມສຸດຍອດຄັ້ງນີ້, ຜູ້ນຳຂອງປະເທດຕ່າງໆໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການສ້າງກົນໄກ, ການຮ່ວມມືປະເພດຕ່າງໆ, ແລະບັນຫາສຳຄັນພາກພື້ນແລະສາກົນທີ່ 6 ປະເທດສົນໃຈຮ່ວມກັນ. ແລະໄດ້ບັນລຸຂໍ້ຕົກລົງທີ່ສຳຄັນຕ່າງໆກ່ຽວກັບການລົງເລິກການຮ່ວມມືໃນຂົງເຂດທີ່ສຳຄັນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດລະຫວ່າງຈີນ-ອາຊີກາງ. ນອກນີ້, ປະມຸກລັດ 6 ປະເທດຍັງຈະລົງນາມຫຼືວ່າເປັນສັກຊີພິຍານໃນພິທີລົງນາມເອກະສານການເມືອງສຳຄັນຫຼາຍສະບັບ, ເຊິ່ງກ່ຽວພັນເຖິງຫຼາຍຂົງເຂດເຊັ່ນ: ເສດຖະກິດການຄ້າ, ການລົງທຶນ, ການເຊື່ອມຈອດກັນ ແລະ ຂົງເຂດອື່ນໆ. ປະເທດຈີນຮ່ວມມືກັບ 5 ປະເທດອາຊີກາງ, ແມ່ນການເສີມຂະຫຍາຍທ່າແຮງຂອງກັນແລະກັນ, ເຊື່ອວ່າສາມາດເພີ່ມພະລັງແຮງໃຫ້ແກ່ການພັດທະນາຂອງປະເທດຕົນ, ຮ່ວມກັນສ້າງອະນາຄົດທີ່ສັນຕິ ແລະ ຈະເລີນຮຸ່ງເຮືອງຂອງພາກພື້ນ.
ພາຍໃຕ້ສະພາບການທີ່ເສດຖະກິດໂລກຍັງຂາດກຳລັງແຮງໃນການຟື້ນຕົວຄືນໃໝ່ພາຍຫຼັງເກີດການແພ່ລະບາດຂອງພະຍາດໂຄວິດ-19, ສິ່ງທ້າທາຍຕ່າງໆໃນທົ່ວໂລກເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆນັບມື້ນັບພົ້ນເດັ່ນຂຶ້ນ, ສິ່ງທີ່ທົ່ວໂລກບໍ່ຕ້ອງການກໍຄືການແບ່ງແຍກ ແລະ ຄວາມວຸ້ນວາຍ. ກອງປະຊຸມສຸດຍອດສອງກອງປະຊຸມທີ່ຈັດຂຶ້ນໃນອາທິດດຽວກັນນີ້, ແມ່ນໃຜຕັ້ງໃຈກໍ່ຄວາມເປັນປໍລະປັກກັນ, ດຶງພັກດຶງພວກສ້າງເປັນກຸ່ມກ້ອນໃນວົງແຄບ, ແມ່ນໃຜອອກແຮງລິເລີ່ມການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ການບໍລິຫານຫຼາຍຝ່າຍ, ປະເທດຕ່າງໆໃນໂລກຈະສາມາດໄດ້ຮັບຄຳຕອບຈາກການປຽບທຽບຂອງສອງກອງປະຊຸມສຸດຍອດດັ່ງກ່າວ.