ຍອດມູນຄ່າການຮ່ວມມືທີ່ມີຈຸດປະສົງໃນເວທີເປິກສາຫາລືການຮ່ວມມືດ້ານຂະແໜງການບໍ່ແຮ່ຈີນ-ອາຊຽນບັນລຸເຖິງ 2 ຕື້ຢວນ

2023-05-21 11:59:06 CRI

 

   ເວທີເປິກສາຫາລືແລະງານວາງສະແດງການຮ່ວມມືດ້ານຂະແໜງການບໍ່ແຮ່ຈີນ-ອາຊຽນປີ 2023 (ຄັ້ງທີ 12) ກໍຄືງານພົບປະ, ນໍາສະເໜີແລະລົງນາມກ່ຽວກັບໂຄງການຂະແໜງການບໍ່ແຮ່ໄດ້ຈັດຂຶ້ນຢູ່ນະຄອນນານນິງ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ປະເທດຈີນໃນຫວ່າງມໍ່ໆມານີ້. ໃນງານຄັ້ງນີ້ໄດ້ນໍາສະເໜີ 17 ໂຄງການ, ໃນນັ້ນມີ 12 ໂຄງການໄດ້ລົງນາມໃນສັນຍາຢູ່ກັບບ່ອນ ໂດຍມີຍອດມູນຄ່າການຮ່ວມມືທີ່ມີຈຸດປະສົງບັນລຸເຖິງ 2 ຕື້ຢວນ.


   ເວທີເປິກສາຫາລືຄັ້ງນີ້ເປັນໜຶ່ງໃນເວທີເປິກສາຫາລືລະດັບສູງແລະສໍາຄັນພາຍໃຕ້ຂອບງານວາງສະແດງສິນຄ້າຈີນ-ອາຊຽນ. ສໍາລັບງານພົບປະ, ນໍາສະເໜີແລະລົງນາມກ່ຽວກັບໂຄງການຂະແໜງການບໍ່ແຮ່ໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກວິສາຫະກິດຂະແໜງການບໍ່ແຮ່ແລະອົງການສໍາຫຼວດວັດແທກຂອງຈີນ-ອາຊຽນ, ໂດຍໄດ້ຮັບໂຄງການທີ່ຖືກນໍາສະເໜີເພື່ອພົບປະເຈລະຈາເກືອບຮ້ອຍໂຄງການ, ແລະໄດ້ກໍານົດເອົາ 40 ໂຄງການພາຍຫຼັງການກວດກາແລະຄັດເລືອກ.