ຝາກໃຈໄວ້ທີ່ລາຊາ (ພາກ​ທີ 2)

2023-05-22 09:32:00 CRI


ແບ້ຕາຍໄປໝົດແລ້ວ, ຈາກນັ້ນບໍ່ດົນ, ຫຼ້າວຢາງກໍເປັນພະຍາດກະດູກແອວງອກ, ບໍ່ສາມາດລົງພື້ນໄດ້, ກໍບໍ່ສາມາດລຸກນັ່ງຂຶ້ນໄດ້, ມີພຽງແຕ່ນອນຢູ່ເທິງຕຽງ. ເມື່ອເໜັງຕີງກໍເຈັບປວດຈົນຮ້ອງອາກຂຶ້ນ. ບໍ່ສາມາດເຮັດວຽກໄຮ່ການນາໄດ້, ນອນແບບນີ້ເປັນເວລາຫຼາຍເດືອນ, ການກິນດື່ມ ແລະ ການຖ່າຍໜັກຖ່າຍເບົາ ກໍເປັນພາລະຂອງຂ້ອຍທັງໝົດ. ເມື່ອໄປສັກຢາຢູ່ໂຮງໝໍ, ເຂັມໜຶ່ງກໍຕ້ອງໃຊ້ເງິນ 1.200 ຢວນ. ທ່ານໝໍບອກວ່າ: ການປົວໃຫ້ຫາຍດີຕ້ອງປິ່ນປົວຕັ້ງ 4-5 ໄລຍະ, ເຈົ້າກຽມເງິນໄວ້ເດີ້. ຂ້ອຍຈະໄປຫາເງິນຢູ່ໃສເນາະ? ຂ້ອຍເປັນຫ່ວງ, ຫຼ້າວຢາງກໍເປັນຫ່ວງເຊັ່ນກັນ. ຕອນຂ້ອຍປ້ອນເຂົ້າເພິ່ນ, ເພິ່ນກໍເວົ້າດ້ວຍນ້ຳຕາເຕັມເບົ້າວ່າ: ບໍ່ມີແບ້ແລ້ວ, ຂ້ອຍກໍເປັນພະຍາດອີກ, ຊີວິດຕໍ່ໄປຈະດຳເນີນໄປໄດ້ແນວໃດນໍ? ຂ້ອຍຕອບວ່າ: ໄວ້ໃຈເດີ້, ຂໍແຕ່ຂ້ອຍຍັງຢູ່, ຊີວິດນີ້ກໍສາມາດດຳເນີນຕໍ່ໄປໄດ້. ເຖິງຈະມີແຕ່ເຂົ້າໜົມກ້ອນດຽວ, ກໍຈະແບ່ງເປັນສອງສ່ວນ, ເຈົ້າຈະໄດ້ກິນສ່ວນທີ່ໃຫຍ່ກວ່າ.

ໃນເຮືອນຂ້ອຍຍັງມີງົວໄຖນາ 3 ໂຕ, ຂ້ອຍໄດ້ຂາຍໂຕໜຶ່ງຢ່າງລັບໆ ເພາະຈຳເປັນຕ້ອງຂາຍແລ້ວຈຶ່ງຈະໄດ້ມີຄ່າຄອງຊີບ.

ຫຼ້າວຢາງຍັງເປັນພະຍາດຢູ່, ບັນຫາທີ 3 ກໍໄດ້ເກີດຂຶ້ນມາຕາມຫຼັງ.

ແຕ່ເດີມແລ້ວເລື່ອງນີ້ແມ່ນເລື່ອງທີ່ດີ, ແມ່ນສິ່ງທີ່ຂ້ອຍໄດ້ປາຖະໜາມາແຕ່ດົນແລ້ວ ແຕ່ມັນເກີດຂຶ້ນບໍ່ຖືກຍາມ. ລູກຊາຍດ່ຽວຂ້ອຍ ຄື ຢາງຢິ່ງຮວາໄດ້ເສັງເຂົ້າມະຫາວິທະຍາໄລສ້າງຄູຮວາຕຸ່ງ, ຈະໄປຮ່ຳຮຽນຢູ່ນະຄອນຊຽງໄຮ ເຊິ່ງຖືວ່າເປັນນັກສຶກສາຜູ້ທຳອິດໃນບ້ານເຮົາ. ຍາດພີ່ນ້ອງ ແລະຊາວບ້ານລ້ວນແຕ່ມາຊົມເຊີຍ ແລະຍິນດີນໍາ ແຕ່ຂ້ອຍຊ້ຳພັດບໍ່ມີຄວາມດີໃຈ. ເພາະມັນແມ່ນເລື່ອງທີ່ຕ້ອງໃຊ້ຈ່າຍຫຼາຍ ແລະຊິເອົາເງິນມາແຕ່ໃສເດ?

ຢູ່ໃນເຮືອນຍັງມີແມ່ເຖົ້າອາຍຸ 80 ກວ່າປີ, ຂ້ອຍກໍຕ້ອງໄດ້ລ້ຽງດູ, ແຕ່ຂ້ອຍຈະເອົາຫຍັງລ້ຽງເພິ່ນເດ?

ການຮ່ຳຮຽນຂອງຢີ່ງຮວາແມ່ນສິ່ງທີ່ຂ້ອຍເອົາໃຈໃສ່ຫຼາຍທີ່ສຸດ. ຂ້ອຍຄິດວ່າ ຄົນຮຸ່ນເຮົາບໍ່ເຄີຍໄດ້ເຂົ້າໂຮງຮຽນ, ເດັດຂາດບໍ່ໃຫ້ລູກພາດໂອກາດໄປອີກ. ສຳລັບເງິນຂາຍງົວ, ນອກຈາກໃຊ້ເປັນຄ່າຄອງຊີບ, ກໍແມ່ນຄ່າຮຽນຂອງລູກຊາຍຫັ້ນແຫຼະ.

ມີເທື່ອໜຶ່ງ, ລູກຄືຊິແມ່ນຮຽນຢູຊັ້ນປະຖົມປີທີ 5, ລູກໄປຫຼິ້ນເກມຄອມພິວເຕີນຳກັນກັບໝູ່, ໃນເວລາເຂົ້າຫ້ອງຮຽນພັດນອນຫຼັບ, ຖືກຄູຕຳໜິ. ຫຼັງຈາກລາວກັບມາເຮືອນແລ້ວບອກວ່າ: ລູກບໍ່ຢາກໄປໂຮງຮຽນຕໍ່ອີກແລ້ວ ເພາະອາຍຄູ. ຄູໄດ້ປະຕິບັດຕໍ່ລູກດີປານນີ້ ແຕ່ລູກພັດນອນຫຼັບໃນເວລາຄູສອນ. ຂ້ອຍຕອບວ່າ: ບໍ່ໄດ້, ລູກຕ້ອງໄປຮຽນ, ແມ່ຈະໄປຂໍໂທດນໍາຄູ; ແນວໃດກໍຕາມ, ລູກຕ້ອງໄປໂຮງຮຽນ. ຢິ່ງຮວາກໍຟັງຄວາມເອົາແທ້ເອົາວ່າ, ສືບຕໍ່ໄປໂຮງຮຽນ, ຮຽນຈົບມັດທະຍົມຊັ້ນຕົ້ນແລ້ວ ກໍຮຽນຕໍ່ຊັ້ນມັດທະຍົມປາຍ, ມີຄະແນນເປັນທີ 1 ຕະຫຼອດ ທັງຍັງໄດ້ເປັນຫົວໜ້າຫ້ອງອີກ. ສ່ວນເລື່ອງທີ່ເປັນຫົວໜ້າຫ້ອງ ລາວບໍ່ໄດ້ບອກຂ້ອຍ ແຕ່ແມ່ນໝູ່ຂອງລາວເປັນຄົນບອກໃຫ້ຂ້ອຍຮູ້. ຢິ່ງຮວາເປັນເດັກທີ່ຮູ້ຄວາມຫຼາຍ, ຮູ້ວ່າພໍ່ແມ່ມີຄວາມຫຍຸ້ງຍາກ ກໍບໍ່ເຄີຍຂໍເງິນຈັກເທື່ອ, ຂ້ອຍໃຫ້ເງິນເທົ່າໃດ ລາວກໍເອົາເທົ່ານັ້ນ. ໃນໄລຍະນອນຢູ່ໂຮງຮຽນຊັ້ນມັດທະຍົມຕອນປາຍ, ຮອດຕອນຄໍ່າ ໝູ່ທີ່ມີເງິນກໍໄປເລາະຫຼິ້ນຢູ່ນອກ ແຕ່ຢິ່ງຮວາພັດຮຽນຢູ່ຫ້ອງພັກ, ບໍ່ໄດ້ໄປຫຼິ້ນຢູ່ນອກ. ລູກເວົ້າວ່າ: ຖ້າໄປຫຼິ້ນຢູ່ນອກແລ້ວ ຜູ້ອື່ນຊື້ອາຫານໃຫ້ລູກກິນ ແຕ່ລູກບໍ່ມີເງິນຈະຊື້ຂອງກິນເພື່ອຕອບແທນໝູ່ ກໍຈະອາຍໝູ່. ລູກຈຶ່ງນັ່ງຢູ່ຫ້ອງພັກຂອງຕົນເອງ. ຂ້ອຍໄດ້ຍິນລູກຊາຍເວົ້າແນວນັ້ນ ກໍຮູ້ສຶກເອນດູລູກ. ຂ້ອຍເວົ້າວ່າ: ລູກເອີຍ! ເວລາທີ່ຫຍຸ້ງຍາກລຳບາກຈະຜ່ານພົ້ນໄປຢ່າງແນ່ນອນ, ລູກຈົ່ງພະຍາຍາມຕື່ມອີກ,ເສັງເຂົ້າມະຫາວິທະຍາໄລໃຫ້ໄດ້ເດີ!