ພາຍໃຕ້ການຊ່ວຍເຫຼືອຂອງຄະນະກຳມະການບ້ານ, ຢູ່ໃນເຮືອນຂ້ອຍໄດ້ຈັດໂຕະຕັ່ງໃຫ້ເຕັມ, ເປີດປະຕູຕ້ອນຮັບນັກທ່ອງທ່ຽວທີ່ມາຈາກແຫ່ງຕ່າງໆ. ລູກຄ້າທີ່ມາຮັບປະທານອາຫານຈັ່ງແມ່ນຫຼາຍ, ບາງເທື່ອມີຮອດ 10 ໂຕະ, ບາງເທື່ອມີ 8 ໂຕະ. ລູກຄ້າກຸ່ມໜຶ່ງໄປແລ້ວ ກໍມີລູກຄ້າກຸ່ມອື່ນເຂົ້າມາອີກ. ຂ້ອຍເປັນແມ່ຄົວ, ຫຼ້າວຢາງກໍເປັນຜູ້ຊ່ວຍ. ຂ້ອຍບໍ່ຕ້ອງຂຶ້ນພູໄປໄຖນາປູກເຂົ້າອີກແລ້ວ, ຢູ່ເຮືອນກໍສາມາດຫາເງິນໄດ້.
ກິດຈະການເຮືອນພັກໂຮມສະເຕໄດ້ຊ່ວຍກູ້ເອົາຊີວິດຂ້ອຍ, ດຶງເອົາຂ້ອຍກັບຄືນມາຈາກທາງຕັນ.
ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ ແຕ່ຂ້ອຍກໍຍັງຄິດຮອດຄິດເຖິງລູກຊາຍ.
ພະນັກງານບ້ານບອກໃຫ້ຂ້ອຍຮູ້ວ່າ: ຢິ່ງຮວາໃກ້ຈະຮຽນຈົບຈາກມະຫາວິທະຍາໄລສ້າງຄູຮວາຕຸ່ງແລ້ວ, ຊາວໜຸ່ມທີ່ມີຄວາມຮູ້ຄວາມສາມາດດີປານນີ້, ທາງບ້ານຈະບໍ່ສາມາດທ່ວງດຶງລາວໄວ້ໄດ້ດອກ, ອົງການລັດຂອງນະຄອນ ແລະ ເມືອງໄດ້ສົນໃຈມາແຕ່ດົນແລ້ວ. ໃນອະນາຄົດ, ຊີວິດການເປັນຢູ່ຈະດີຂຶ້ນກວ່າເກົ່າອີກ.
ຂ້ອຍດີໃຈຫຼາຍ, ຄິດໄລ່ວັນເວລາທີ່ລູກຊາຍກັບຄືນມາ. ໃນຄວາມຝັນຫຼາຍເທື່ອ, ຂ້ອຍໄດ້ຍິນສຽງບາດຍ່າງວ່າລູກຊາຍກັບຄືນມາ, ຂ້ອຍກໍຂ້ຽວລຸກຂຶ້ນໄປເປີດປະຕູເບິ່ງ ແຕ່ພັດເຫັນພຽງແຕ່ດວງດາວເຕັມຟ້າເທົ່ານັ້ນ.
ຫຼັງຈາກນັ້ນມາມື້ໜຶ່ງ, ຂ້ອຍໄດ້ຮັບໂທສະສັບຈາກລູກຊາຍໂດຍບັງເອີນ, ລູກບອກວ່າ: ແມ່, ລູກຈະບໍ່ໄດ້ກັບບ້ານແລ້ວ. ຫຼັງຈາກຮຽນຈົບແລ້ວ, ລູກຈະໄປເປັນຄູອາສາຢູ່ເຂດຕິເບດ, ຢູ່ແຫ່ງນັ້ນມີຄວາມຕ້ອງການລູກຫຼາຍກວ່າ!
ຂ້ອຍງົງ, ເວົ້າຫຍັງບໍ່ຖືກເລີຍ, ເໝືອນກັບວ່າຍັງຢູ່ໃນຄວາມຝັນ. ຂ້ອຍໄດ້ແຕ່ຄຶດຫຼໍາຄືນຄວາມເວົ້າຂອງລູກວ່າ: ເອີ໋! ລູກຈະບໍ່ກັບມາແລ້ວ, ລູກຈະໄປເຂດຕີເບດ.
ຂ້ອຍມີລູກຊາຍພຽງຄົນດຽວ, ຄິດຮອດຄິດເຖິງທຸກມື້. ເຂດຕີເບດຕັ້ງຢູ່ບ່ອນສູງກວ່າໜ້ານ້ຳທະເລຫຼາຍສົມຄວນ, ປະຊາຊົນເຜົ່າຕີເບດກໍມີການດຳລົງຊີວິດທີ່ແຕກຕ່າງກັບເຜົ່າເຮົາຫຼາຍ, ພາສາປາກເວົ້າກໍບໍ່ຄືກັນ, ບວກກັບເລື່ອງການສ້າງຄອບຄົວໃນອະນາຄົດ... ບັນຫາທັງໝົດເຫຼົ່ານີ້ເຮັດໃຫ້ຂ້ອຍເປັນຫ່ວງເປັນໃຍທີ່ສຸດ.
ຂ້ອຍຄິດເຖິງບັນຫາຫຼາຍຢ່າງ, ແຕ່ໃນທີ່ສຸດ ກໍໄດ້ຖາມປະໂຫຍກໜຶ່ງກັບລູກຊາຍວ່າ: ລູກບໍ່ໄປໄດ້ບໍ່?
ຢິ່ງຮວາຕອບວ່າ: ແມ່, ຂໍອະໄພເດີ້! ປັດຈຸບັນ, ຄອບຄົວພວກເຮົາ ແລະ ບ້ານ ສິບແປດຖ້ຳລ້ວນແຕ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ຊີວິດນັບມື້ນັບດີຂຶ້ນ. ແຕ່ວ່າພວກເຮົາບໍ່ຄວນລືມວ່າ ມີຫຼາຍບ່ອນຍັງບໍ່ທັນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອ. ເຂດຕີເບດກໍພວມເດີນຕາມເສັ້ນທາງທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ. ຢູ່ແຫ່ງນີ້ມີຄວາມຕ້ອງການລູກຫຼາຍກວ່າ. ຂໍໃຫ້ພໍ່ແມ່ ຈົ່ງອະໄພໃຫ້ແກ່ສາ!
ຄວາມເວົ້າຂອງລູກຜ່ານໂທລະສັບເຮັດໃຫ້ຂ້ອຍປະທັບໃຈ ເໝືອນກັບສຽງດົນຕີທີ່ບັນເລງຢູ່ຄຽງຂ້າງຫູ. ໃນຄືນນັ້ນ ຂ້ອຍນອນບໍ່ຫຼັບໝົດຄືນ.
ໃນຕອນເຊົ້າມື້ຕໍ່ມາ, ຂ້ອຍໄດ້ໂທຫາລູກ ແລະເວົ້າວ່າ: ລູກເອີຍ! ຊາວບ້ານ ສິບແປດຖ້ຳ ກໍຕ້ອງມີຈິດໃຈກວ້າງຂວາງຄືບ້ານສິບແປດຖ້ຳຫັ້ນແຫຼະ. ບໍ່ເປັນຫຍັງລູກ, ລູກໝັ້ນໃຈກໍໄປໂລດ ລູກເອີຍ!
ຫຼັງຈາກໄດ້ລົມໂທລະສັບກັບຂ້ອຍແລ້ວ, ຢິ່ງຮວາກໍໄດ້ເດີນທາງໄປເຂດຕີເບດ. ນັ່ງຢູ່ເທິງລົດໄຟເປັນເວລາ 48 ຊົ່ວໂມງ, ກິນບໍ່ແຊບ, ນອນບໍ່ຫຼັບ. ໃນເວລາທີ່ລົດໄຟແລ່ນຂ້າມສາຍພູຖັງກູລ່າ, ຢິ່ງຮວາທັງຮາກທັງຖອກທ້ອງ, ວິນຫົວລາຍຕາ ຈຶ່ງໄດ້ສຳຜັດເຖິງຄວາມເປັນຫ່ວງເປັນໃຍຂອງພໍ່ແມ່. ແຕ່ວ່າ, ລູກກໍບໍ່ໄດ້ທໍ້ຖອຍ, ນະຄອນລາຊາກໍາລັງອ້າແຂນຕ້ອນຮັບຢູ່.