ຝາກໃຈໄວ້ທີ່ລາຊາ (ພາກ​ທີ 1)

2023-05-22 09:30:00 CRI

 

ຂ້ອຍຖືກມົນຂັງຈາກຊື່ເຮືອນພັກໂຮມສະເຕແຫ່ງໜຶ່ງພົ່ນສະເໜໃສ່ ຈຶ່ງຢືນຊຶງຢູ່ຫັ້ນ ຈົນບໍ່ຢາກໄປໃສ.

ຢູ່ບ້ານລີຈື(ບ້ານໝາກຈອງ) ທີ່ຂ້ອຍພັກຢູ່ອາໄສໃນເວລາໄປເອົາຂ່າວນັ້ນ, ເກືອບທຸກຄອບຄົວໄດ້ເປີດເຮືອນພັກໂຮມສະເຕ, ສະແດງໃຫ້ເຫັນວ່າ ການທ່ອງທ່ຽວຢູ່ບ້ານສິບແປດຖ້ຳໄດ້ພັດທະນາຂຶ້ນຢ່າງຈະເລີນຮຸ່ງເຮືອງ. ຊື່ຂອງເຮືອນພັກໂຮມສະເຕເຫຼົ່ານີ້ມີຄວາມສົດຊື່ນ, ອົບອຸ່ນ ແລະ ທຳມະດາ ເປັນຕົ້ນວ່າ: ຄອບຄົວຜາສຸກ, ຮ້ານອາຫານສອງເອື້ອຍນ້ອງ, ເຮືອນພັກອ່າຢາ... ແຕ່ສຳລັບຊື່ຂອງເຮືອນພັກຫຼັງນີ້ພັດຢູ່ນອກຄວາມຄາດຄິດ ແລະຍາກທີ່ຈະເຂົ້າໃຈ.

ຮ້ານນີ້ຊື່ຫຍັງນໍ່? ເອີ່!... ຂໍສະຫງວນໄວ້ກ່ອນ ແລ້ວຈະບອກຕາມຫຼັງ.

ເຈົ້າຂອງຮ້ານແມ່ນປ້າໂຫຼງປາເອີ້ ອາຍຸ 60 ກວ່າປີ ແລະ ລຸງຢາງ ທີ່ເປັນຜົວຂອງເພິ່ນ.

ໃນເວລາທີ່ຂ້ອຍຍ່າງເຂົ້າຮ້ານ ກໍກາຍເວລາກິນເຂົ້າແລງແລ້ວ ຈຶ່ງບໍ່ມີລູກຄ້າ. ປ້າໂຫຼງປາເອີ້ພວມລ້າງປານ້ອຍຢູ່ ເພື່ອກະກຽມອາຫານໃນວັນຕໍ່ໄປ. ລຸງຢາງບໍ່ຢູ່.

ເມື່ອເຫັນຂ້ອຍຍ່າງເຂົ້າໄປ, ປ້າໄດ້ຢຸດເຮັດວຽກ ແລະເອົາຜ້າເຊັດມືໃຫ້ສະອາດ. ປ້າຖາມວ່າ: ທ່ານຢາກກິນຫຍັງເດ?

ຂ້ອຍຕອບວ່າ: ກິນເຂົ້າແລ້ວເດ. ຢາກລົມກັບປ້າໜ້ອຍໜຶ່ງ ໄດ້ບໍ່?

ລົມຫຍັງນໍ? ອື່! ຂ້ອຍເຄີຍເຫັນໜ້າເຈົ້າ, ເຈົ້າພັກຢູ່ເຮືອນພັກອ່າຢາ, ມາເອົາຂ່າວຢູ່ບ້ານສິບແປດຖ້ຳ ແມ່ນບໍ່? ສຽງຂອງປ້າມີຄວາມແຈ່ມໃສຂຶ້ນ.

ຂ້ອຍຕອບດ້ວຍຮອຍຍິ້ມ ແລະເລີ່ມສົນທະນາກັນ.

ແຕ່ບໍ່ໄດ້ຄາດຄິດວ່າ ເລື່ອງຂອງປ້າໂຫຼງປາເອີ້ເລົ່ານັ້ນ ກໍຢູ່ນອກຄວາມຄາດຄິດຂອງຂ້ອຍ ດັ່ງດຽວກັນກັບຊື່ຂອງຮ້ານນີ້.

ປ້າໂຫຼງປາເອີ້ເວົ້າວ່າ: ອາຈານຫຼີ, ຂ້ອຍນີ້ນະ ເປັນຄົນໃຈກວ້າງ, ມັກເວົ້າວ່າ “ບໍ່ເປັນຫຍັງ”. ບໍ່ວ່າພົບຄວາມຫຍຸ້ງຍາກລຳບາກຫຼາຍປານໃດ, ຂ້ອຍກໍມັກເວົ້າວ່າ, ບໍ່ເປັນຫຍັງ.

ແຕ່ວ່າ, ບັນຫາທີ່ເກີດຂຶ້ນກ່ອນການເປີດເຮືອນພັກໂຮມສະເຕ, ເຮັດໃຫ້ຂ້ອຍຮ້ອນຮົນຈົນໝົດປັນຍາພຸ້ນລະ.

ບໍ່ແມ່ນບັນຫາດຽວ, ແຕ່ມັນແມ່ນ 3 ບັນຫາທີ່ເກີດຂຶ້ນໃນບາດດຽວເລີຍ, ເຮັດໃຫ້ຂ້ອຍແກ້ບໍ່ໄດ້ເລີຍ. ເວົ້າຄວາມຈິງແລ້ວ, ໃນຕອນນັ້ນ ຂ້ອຍໝົດປັນຍາຈົນຢາກຕາຍ ກໍວ່າໄດ້.

ທຳອິດ, ແບ້ 118 ໂຕທີ່ຂ້ອຍລ້ຽງນັ້ນ ໄດ້ຕາຍໄປໝົດໃນຄືນດຽວເລີຍ.

ນີ້ແມ່ນເສົາຄ້ຳເສດຖະກິດໃນຄອບຄົວຂ້ອຍ, ຫວັງວ່າຈະຂາຍແບ້ ພໍເປັນອັນຄໍ້າປະກັນຄອບຄົວ.

ແຕ່ດຽວນີ້ແບ້ໄດ້ຕາຍຈົນໝົດຄອກແລ້ວ, ຈັ່ງແມ່ນໜ້າເສຍດາຍອີ່ຫຼີ!

ແບ້ເຫຼົ່ານີ້ຕາຍຍ້ອນເປັນພະຍາດ ຈຶ່ງມີແຕ່ຝັງໄວ້. ຕອນນັ້ນຂ້ອຍກໍຄືກັບກຳລັງຝັນຢູ່, ຫາພີ່ນ້ອງ, ຊາວບ້ານ ແລະພະນັກງານຫ້ອງການປ້ອງກັນພະຍາດ ມາຊ່ວຍຝັງສົບແບ້. ເຖິງຟ້າມືດລົງແລ້ວ, ຂ້ອຍກໍຍັງເຝົ້າສົບແບ້ຢູ່ ແລະບໍ່ຍອມກັບ.

ເມື່ອຫວນຄືນວ່າ ແຕ່ລະມື້ຫຼ້າວຢາງໄລ່ແບ້ຂຶ້ນພູ, ບໍ່ໃຫ້ແບ້ລັກກິນຮວງເຂົ້າຂອງຜູ້ອື່ນ. ແບ້ກໍຟັງຄວາມເອົາແທ້ເອົາວ່າ, ກົ້ມຫົວຍ່າງຂຶ້ນພູງັອກໆ, ທັງຍ່າງທັງກິນຫຍ້າໄປນຳ. ສຽງຮ້ອງທຸກບາດ, ລ້ວນແຕ່ເຮັດໃຫ້ເຈົ້າຂອງຮູ້ສຶກອົບອຸ່ນໃນໃຈ. ແຕ່ໃຜຈະໄປຄິດວ່າ: ພວກມັນຊິຕາຍໄປໝົດໃນຄືນດຽວ!

ໃນຕອນເຊົ້າມືດມື້ຕໍ່ມາ, ຂ້ອຍຍັງລຸກໄປໄລ່ແບ້ຂຶ້ນພູຢູ່ຄອກຕາມເຄີຍ. ແຕ່ເມື່ອຍ່າງຢູ່ກາງຄວາມມືດ, ຂ້ອຍຈຶ່ງໄດ້ຊວາດຮູ້ວ່າ ພວກມັນໄດ້ຈາກຂ້ອຍໄປທັງໝົດແລ້ວ. ໃນຂະນະນັ້ນ ຂ້ອຍກໍໂຍບນັ່ງລົງຢູ່ເທິງກ້ອນຫີນ: ໂອຍ! ແບ້ທີ່ໜ້າສົມເພດຂອງຂ້ອຍເອີ້ຍ!