ຝາກໃຈໄວ້ທີ່ລາຊາ (ພາກ​ທີ 4)

2023-05-22 09:35:36 CRI


ບໍ່ມີງົວແລ້ວ, ແບ້ກໍບໍ່ມີແລ້ວ, ຜົວປ່ວຍຢູ່ເທິງຕຽງ, ລູກຊາຍຢູ່ໄກແສນໄກ. ຂ້ອຍຈັ່ງແມ່ນບໍ່ມີທາງລອດເລີຍ. ເມື່ອນັ່ງຢູ່ເທິງຄັນນາ, ຂ້ອຍກໍຮ້ອງໄຫ້ຂຶ້ນ... ໄຫ້ຈົນນ້ຳຕາແຫ້ງຢູ່ເທິງພູນີ້ເລີຍ.

ຫຼັງຈາກເມືອເຮືອນກໍບໍ່ໃຫ້ໄຫ້ແລ້ວ, ເພາະຢ້ານຜົວອົດບໍ່ໄດ້, ແມ່ເຖົ້າຍິ່ງອົດບໍ່ໄດ້.

ຊີວິດຕໍ່ໄປຈະດຳລົງໄປແນວໃດ? ຂ້ອຍໄດ້ໝົດປັນຍາແລ້ວ.

ເປັນຫ່ວງວ່າ ຊິບໍ່ມີເງິນປິ່ນປົວຜົວ, ບໍ່ມີເງິນສົ່ງໃຫ້ລູກຊາຍຮຽນຕໍ່ ແລະເປັນຫ່ວງວ່າ ຊິບໍ່ມີເງິນລ້ຽງດູແມ່ເຖົ້າ.

ສຸພາສິດຈີນກ່າວໄວ້ວ່າ: ຟ້າແຖນຈະບໍ່ປິດທາງອອກຂອງຄົນ, ທາງອອກຂອງຂ້ອຍຈະຢູ່ທາງໃດລະນໍນິ? ໂອຍ! ຟ້າເອີ້ຍ.

ຂ້ອຍໄຫ້ຈົນເມື່ອຍ, ນ້ຳຕາເຫືອດແຫ້ງແລ້ວ ກໍເຈັບໝົດຮ່າງກາຍ, ບໍ່ມີແຮງຮອດຊິບາຍງົວເຫຼັກອີກ ຈຶ່ງໄດ້ມ້າງງົວເຫຼັກອອກເປັນອາໄຫຼ່, ໃຊ້ກະຢັ້ງເປ້ລົງພູເທື່ອແລ້ວເທື່ອເຫຼົ່າ.

ເຮັດຄືແນວນີ້, ຂ້ອຍອອກແຕ່ເຊົ້າ ຄໍ່າມືດຈຶ່ງກັບມາຮອດເຮືອນ, ເປ້ງົວເຫຼັກຂຶ້ນພູ ແລ້ວກໍເປ້ລົງພູຢູ່ຈັ່ງຊັ້ນ. ໃນທີ່ສຸດ,  ນາກໍຖືກໄຖຈົນແລ້ວ, ຫວ່ານແກ່ນພືດ ແລະ ຄວາມຫວັງລົງສູ່ດິນນາພ້ອມກັນ. ຖົມໃຫ້ພຽງ, ເຫຼືອແຕ່ຮອຍຕີນແບບຄົດໆລ້ຽວໆ ຢູ່ຕາມທົ່ງນາ.

ແຕ່ລະມື້ຂ້ອຍກໍທຽວໄປມາໃນທ່າມກາງກະແສລົມ ແລະສາຍຝົນ. ເຮັດວຽກຢູ່ທ່າມກາງດິນດົມ ແລະສາຍນ້ຳ. ແລະກໍບໍ່ຮູ້ວ່າ ຕົນເອງໄດ້ອົດທົນຜ່ານຜ່າຄວາມລຳບາກນີ້ໄປໄດ້ແນວໃດ.

ໃນທີ່ສຸດ, ສະພາບການກໍມີການປ່ຽນແປງໄປໃນທາງທີ່ດີ, ຄວາມລຳບາກຂອງຂ້ອຍກໍມີຫວັງທີ່ຈະໄດ້ຮັບການແກ້ໄຂ.

ຊາວບ້ານໃຜໆກໍບໍ່ໄດ້ຄາດຄິດ, ໃນມື້ນັ້ນ, ທ່ານປະທານສີຈິ້ນຜິງໄດ້ເດີນທາງມາຢູ່ຕໍ່ໜ້າຂອງພວກເຮົາໂດຍບັງເອີນ. ເພິ່ນໄດ້ນັ່ງຢູ່ເດີ່ນຕາກເຂົ້າໜ້າເຮືອນທ້າວສື່ເສີງຟູ້, ເວົ້າເຖິງເລື່ອງ ການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍໃຫ້ກັບພີ່ນ້ອງປະຊາຊົນທີ່ນັ່ງຢູ່ອ້ອມຂ້າງ. ເພິ່ນບອກວ່າ: ເຖິງວ່າ ຢູ່ແຫ່ງນີ້ເປັນເຂດພູສູງ, ມີດິນປູກຝັງໜ້ອຍ, ການປູກຝັງກໍລຳບາກ, ແຕ່ຢູ່ແຫ່ງນີ້ໄດ້ຖືກຂະໜານນາມວ່າ “ຈ່າງເຈ່ຍເຈ້ຍນ້ອຍ(ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຢູ່ແຂວງຫູນານ)”, ມີພູຂຽວນ້ຳໃສ, ສາມາດພັດທະນາການທ່ອງທ່ຽວໃຫ້ດີຂຶ້ນ, ຫຼຸດພົ້ນອອກຈາກຄວາມທຸກຍາກໂດຍອາໄສການທ່ອງທ່ຽວໄດ້.

ຂ້ອຍກໍນັ່ງຢູ່ຄຽງຂ້າງເພິ່ນ ຈຶ່ງໄດ້ຍິນຄວາມເວົ້າປະໂຫຍກນີ້ຂອງເພິ່ນຢ່າງຄັກແນ່. ເມື່ອທ່ານປະທານສີຈິ້ນຜິງໃຫ້ທິດຊີ້ນຳແລ້ວ, ການທ່ອງທ່ຽວຂອງບ້ານສິບແປດຖ້ຳກໍໄດ້ເລີ່ມພັດທະນາແລ້ວ. ຢູ່ໃນບ້ານໄດ້ສ້າງທາງປູຢາງ, ຢູ່ເທິງພູກໍມີນ້ຳປະປາ ແລະ ເຄືອຂ່າຍໄຟຟ້າແລ້ວ, ໂທລະສັບມືຖືກໍມີສັນຍານທີ່ສາມາດໃຊ້ວີແຊັດໄດ້ແລ້ວ, ທາງແຜ່ນຫີນກໍໄດ້ເຂົ້າເຖິງເຮືອນປະຊາຊົນທຸກຄອບຄົວ. ທາງອົງການປົກຄອງໄດ້ບຸລະນະບ້ານເຮືອນຂອງຊາວບ້ານໃຫ້ຮຽບຮ້ອຍ, ປັບປຸງຫ້ອງນ້ຳໃຫ້ດີ, ເປີດເຮືອນພັກໂຮມສະເຕໃຫ້, ທົ່ວບ້ານໄດ້ປະກົດມີໂສມໜ້າອັນໃໝ່ອ່ຽມ. ນັກທ່ອງທ່ຽວກໍໄດ້ຫຸ້ມມາປານແມງເຜິ້ງມາເກັບນ້ຳເຜິ້ງ, ໂດຍສະເພາະແມ່ນຮອດມື້ພັກຍາມບຸນ, ມື້ທີ່ມີນັກທ່ອງທ່ຽວຫຼາຍທີ່ສຸດໄດ້ມີຕັ້ງ 7-8 ພັນຄົນ.