ຝາກໃຈໄວ້ທີ່ລາຊາ (ພາກ​ທີ 3)

2023-05-22 09:33:51 CRI


ເມື່ອລູກເສັງເຂົ້າມະຫາວິທະຍາໄລໄດ້ແລ້ວ ແຕ່ຂ້ອຍພັດເປັນຫ່ວງເປັນໃຍຈົນນອນບໍ່ຫຼັບ. ມັນບໍ່ຄືໄປເລາະຫຼິ້ນຕະຫຼາດຊື່ໆໄດ໋ ຫາກແມ່ນຕ້ອງໃຊ້ເງິນແທ້ໆ. ຄ່າຮຽນ, ຄ່າກິນ, ຄ່າຢູ່ ຕ້ອງໃຊ້ເງິນທຸກຢ່າງເລີຍ.

ຂ້ອຍຈຶ່ງໄດ້ຂາຍງົວສອງໂຕທີ່ເຫຼືອຢູ່ຢ່າງລັບໆ.

ຢິ່ງຮວາຮູ້ແລ້ວ, ນ້ຳຕາກໍໄຫຼອອກມາທັນທີ. ລູກຖາມວ່າ: ແມ່ເອີ້ຍ! ເປັນຫຍັງແມ່ຈຶ່ງຂາຍງົວ? ບໍ່ມີງົວແລ້ວ, ພວກເຮົາຈະໄຖນາໄດ້ແນວໃດ?

ຂ້ອຍຕອບວ່າ: ລູກເວົ້າຄ່ອຍໆແດ່, ຢ່າໃຫ້ພໍ່ໄດ້ຍິນເດີ້, ຈັກໜ້ອຍລາວຊິນ້ອຍໃຈໄດ໋. ລູກໄວ້ໃຈແມ່ເດີ້! ແມ່ມີວິທີແກ້ໄຂແລ້ວ, ຮອດເວລາໄຖນາ ວານໄທບ້ານມາຊ່ວຍກໍໄດ້.

ເວົ້າແນວນີ້ກໍເພື່ອປອບໃຈລູກ, ຫວັງໃຫ້ລູກຕັ້ງໃຈຮຽນນັ້ນແຫຼະ.

ເມື່ອຮອດຍາມໄຖນາແລ້ວ, ຈະໄປວານໃຜມາຊ່ວຍເນາະ, ໃຜກໍເຮັດວຽກໄຮ່ການນາຂອງຕົນເອງ. ຖ້າຈ້າງ, ຄ່າຈ້າງຈະເອົາມາແຕ່ໃສ? ຂ້ອຍມີແຕ່ເຮັດວຽກຕາງງົວຫັ້ນລະ.

ຂ້ອຍໄດ້ຊື້ຈັກໄຖນາແບບມືຈັບທີ່ລາຄາຖືກໆ, ໄທບ້ານເອີ້ນວ່າ “ງົວເຫຼັກ”. ເຄື່ອງຈັກນີ້ມີລັກສະນະຄືກັບລົດແທັກເຕີແບບມືຈັບ, ບໍ່ມີຕູ້ບັນທຸກເຄື່ອງ, ຢູ່ທາງໜ້າໄດ້ຕິດຕັ້ງໃບປິ່ນຫຼາຍແຖວ. ຈັກໄຖນານີ້ໄດ້ໃຊ້ນ້ຳມັນກາຊວນ, ເວລາໄຖນາ, ຈະໃຫ້ຄົນຈັບຄັນສອງເບື້ອງໃຫ້ແໜ້ນເພື່ອກຳກັບທິດທາງ.  ໃບປິ່ນພັດ “ຕຸ້ງໆ, ຕຸ່ງໆ...”, ຂີ້ດິນຖືກພັດກໍຟົ້ງໄປທົ່ວທີບ. ບໍ່ຮອດເຄິ່ງມື້, ຮ່າງກາຍກໍສັ່ນສະເທືອນໄປໝົດ, ປວດແຂນປວດໄລ່... ເຮັດວຽກໝົດມື້ແລ້ວ ຮ່າງກາຍກໍແຫຼວໄປທັງໂຕເລີຍ.

ບໍ່ຕ້ອງເວົ້າເຖິງຢ່າງອື່ນ , ເຄື່ອງຈັກນີ້ມີນ້ຳໜັກຕັ້ງ 80 ໂລ, ເຮັດຈັ່ງໃດຂ້ອຍຈຶ່ງຊິຂົນຂຶ້ນພູໄດ້? ຂ້ອຍເຝົ້າເບິ່ງງົວເຫຼັກຢູ່ຕີນພູ, ຄືວ່າ ຊິມາລຳບາກແທ້. ທັນໃດນັ້ນ, ຂ້ອຍຄຶດໄດ້ວິທີໜຶ່ງວ່າ ຂົນເຄື່ອງຈັກໝົດໜ່ວຍບໍ່ໄດ້ກໍມ້າງອອກ ຂົນຂຶ້ນເປັນຊິ້ນສ່ວນ. ດັ່ງນັ້ນ ຂ້ອຍຈຶ່ງໄດ້ມ້າງເຄື່ອງຈັກອອກເປັນສ່ວນໆ, ເອົາໃສ່ກະຢັ້ງ ແລ້ວກໍເປ້ຂຶ້ນພູເທື່ອລະໜ້ອຍ. ມີອາໄຫຼ່ອັນໃຫຍ່ທີ່ບໍ່ສາມາດມ້າງໄດ້, ຂ້ອຍກໍແບກໃສ່ບ່າ ແລ້ວປິນຂຶ້ນພູຢ່າງລຳບາກ. ເຄີຍກິ້ງລົງພູຫຼາຍເທື່ອ ແຕ່ຂ້ອຍຕ້ອງກັດແຂ້ວສູ້. ເຖິງຈະເຫື່ອໄຫຼໄຄຍ້ອຍກໍຕ້ອງອົດເອົາໄວ້ເພື່ອລ້ຽງຄອບຄົວ.

ໃນທີ່ສຸດ, ເຄື່ອງອາໄຫຼ່ທັງໝົດໄດ້ຂົນຂຶ້ນພູແລ້ວ, ຂ້ອຍພັກຜ່ອນຈັກໜ່ອຍ ເຊັດເຫື່ອແລ້ວ ກໍເອົາເຄື່ອງອາໄຫຼ່ຕ່າງໆປະກອບເປັນເຄື່ອງຈັກຄືນໃໝ່, ຕິດຈັກລອງເບິ່ງ; ອື! ເຮັດວຽກໄດ້ແລ້ວ.

ຄືຈັ່ງຊັ້ນລະ, ຜູ້ເຖົ້າຄົນໜຶ່ງ, ງົວເຫຼັກໜ່ວຍໜຶ່ງ ກັບສຽງດັງຕຸ່ງຕຸ້ງໆ ທີ່ໜ້າຕື່ນຕົກໃຈໄດ້ດັງຂຶ້ນຕາມຮ່ອມພູ.

ແນວໃດກໍຕາມ, ຄົນອາຍຸ 60 ກວ່າປີ, ເຮັດວຽກບໍ່ພໍເທົ່າໃດກໍເມື່ອຍແທ້ເມື່ອຍວ່າ, ເຈັບແຂນປວດແອວ, ນ້ຳເຫື່ອກໍໄຫຼເຂົ້າຂອບຕາ. ຂ້ອຍຈຶ່ງນັ່ງພັກຜ່ອນຕາມຄັນນາ, ແນມເບິ່ງໄປທີ່ດິນບໍ່ທັນໄຖນັ້ນຍັງສຸດສາຍຕາ, ນ້ຳຕາກໍເລີຍໄຫຼອອກມາໃນທັນທີ. ແມ່ນຍ້ອນຕິດໜີ້ແຕ່ຊາດກ່ອນບໍ? ຄືວ່າເປັນບາບກໍາຢ່າງຮ້າຍແຮງປານນີ້!

ຄິດເຖິງແບ້ຮ້ອຍກວ່າໂຕທີ່ຕາຍໂດຍບໍ່ຮູ້ສາເຫດ, ຖືກໂຍນລົງໃສ່ຂຸມໃຫຍ່ໆທັງໆທີ່ຍັງກຶ້ງຕາ ຂາແຂງ ແລ້ວພົ່ນນ້ຳຢາຂ້າເຊື້ອໃສ່; ຄິດເຖິງຜົວທີ່ເປັນອຳມະພາດນອນຢູ່ເທິງຕຽງ, ເຈັບແອວສາຫັດຈົນເໜັງຕີງບໍ່ໄດ້. ທຸກເທື່ອທີ່ປ້ອນເຂົ້າໃຫ້, ລາວກໍມີນ້ຳຕາເຕັມເບົ້າ. ຂ້ອຍປອບໃຈວ່າ ອ້າຍບໍ່ຕ້ອງຄຶດຫຍັງເດີ! ອ້າຍຈະດີຂຶ້ນແນ່ນອນ. ເຖິງຈະບໍ່ສາມາດປົວໃຫ້ຫາຍດີໄດ້, ນ້ອງກໍຈະເບິ່ງແຍງຕະຫຼອດຊີວິດ ແລະຢູ່ຮ່ວມກັບອ້າຍຕໍ່ໆໄປ; ຄິດເຖິງແມ່ເຖົ້າ 80 ກວ່າປີ ລາວຈົ່ມວ່າ: ເປັນຫຍັງຫວ່າງມໍ່ໆມານີ້ບໍ່ໄດ້ຍິນສຽງແບ້ເດ? ລູກເປັນພະຍາດນອນຢູ່ເທິງຕຽງ, ໃຜຈະໄປປ່ອຍແບ້ເນາະ; ຄິດເຖິງວ່າ ກ່ອນຢິ່ງຮວາລາໄປ, ລູກຈັບມືຂ້ອຍວ່າ: ແມ່ໄວ້ໃຈເດີ້, ລູກຈະຮຽນໃຫ້ເກັ່ງຢ່າງແນ່ນອນ. ຂ້ອຍຕອບວ່າ: ເລື່ອງໃນເຮືອນນີ້ ລູກບໍ່ຕ້ອງເປັນຫ່ວງ, ແມ່ຈະຝາກຄ່າໃຊ້ຈ່າຍໃຫ້ລູກເປັນປະຈຳ. ລູກຢ່າປະຢັດຫຼາຍໂພດ, ສຸຂະພາບແມ່ນສິ່ງສຳຄັນທີ່ສຸດ; ຄິດເຖິງງົວແກ່ທີ່ຖືກຂາຍໄປນັ້ນ, ມັນຍັງນອນຂຸເຂົ່ານ້ຳຕາໄຫຼຕໍ່ໜ້າຂ້ອຍ, ເຮັດແນວໃດກໍບໍ່ຍອມໄປ.