ກຸ່ມ 7 ປະເທດບໍ່ມີຄຸນວຸດທິທີ່ຈະກ່າວເຖິງສັນຕິພາບ

2023-05-22 21:32:30 cri

ຫວ່າງມໍ່ໆມານີ້, ກອງປະຊຸມສຸດຍອດກຸ່ມ 7 ປະເທດຫຼື G7 ທີ່ຈັດຂຶ້ນຢູ່ນະຄອນຮິໂຣຊິມງາປະເທດຍີ່ປຸ່ນໄດ້ອອກຖະແຫຼງການຮ່ວມ, ຕັ້ງໃຈກໍ່ເລື່ອງຕໍ່ປະເທດຈີນ, ຊີ້ໄມ້ຊີ້ມືຕໍ່ສະຖານະການໄຕ້ຫວັນ, ບັນຫາທະເລຕາເວັນອອກ, ທະເລຈີນໃຕ້, ບັນຫາກ່ຽວກັບເຂດບໍລິຫານພິເສດຮົງກົງ, ເຂດຕິເບດ, ເຂດຊິນຈ່ຽງ ແລະ ກຳລັງອາວຸດນິວເຄລຍຂອງຈີນ, ແລະກ່າວວ່າ ຄັດຄ້ານແຕ່ຝ່າຍດຽວຈະບໍ່ມີການປ່ຽນແປງສະຖານະການໃນປັດຈຸບັນ, G7 ຍັງໄດ້ໃສ່ຮ້າຍປ້າຍສີປະເທດຈີນດ້ວຍຂໍ້ອ້າງ “ການບັງຄັບນາບຂູ່ດ້ານເສດຖະກິດ”. ສິ່ງທີ່ເຮັດໃຫ້ຄົນທັງຫຼາຍຮູ້ສຶກຢາກຫົວນັ້ນກໍຄື, G7 ໄດ້ຮຽກຮ້ອງໃຫ້ແກ້ໄຂບັນຫາໄຕ້ຫວັນດ້ວຍສັນຕິວິທີ.

ໄຕ້ຫວັນແມ່ນຂຶ້ນກັບປະເທດຈີນ. ການແກ້ໄຂບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງປະເທດຈີນ, ຄວນຕັດສິນດ້ວຍປະຊາຊົນຈີນ. ຫຼັກການປະເທດຈີນດຽວແມ່ນພື້ນຖານໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນຊ່ອງແຄບໄຕ້ຫວັນ. G7ເວົ້າວ່າ ຈະຮັກສາສັນຕິພາບໃນຊ່ອງແຄບໄຕ້ຫວັນ, ແຕ່ພັດບໍ່ເຄີຍເວົ້າເຖິງການຄັດຄ້ານຕໍ່ “ການແບ່ງແຍກໄຕ້ຫວັນອອກເປັນເອກະລາດ”, ທີ່ຈິງແລ້ວນີ້ແມ່ນການສະໜັບສະໜູນຕໍ່ລັດທິແບ່ງແຍກໄຕ້ຫວັນ. ການກະທຳຂອງ G7, ແມ່ນຢາກແກ້ໄຂບັນຫາໄຕ້ຫວັນໂດຍສັນຕິວິທີແທ້ບໍ່?

ນອກນີ້, G7 ຍັງກ່າວວ່າ, ສະໜັບສະໜູນການແກ້ໄຂວິກິດການອູແກຣນໂດຍສັນຕິ, ແຕ່ວ່າ, G7 ໄດ້ອອກຖະແຫຼງການໃນໄລຍະຈັດກອງປະຊຸມສຸດຍອດຢູ່ນະຄອນຮິໂຣຊິມນາ, ປະກາດລົງໂທດຣັດເຊຍຮອບໃໝ່, ເປີດກວ້າງຂອບລົງໂທດຕື່ມອີກ, ທັງໄດ້ໂຈມຕີວິສາຫະກິດທີ່ຊ່ວຍເຫຼືອຣັດເຊຍຂົນສົ່ງເຄື່ອງອຸປະກອນໄປສະໜາມຮົບ. ໃນໂອກາດພົບປະກັບທ່ານໂວໂລດິເມຍ ເຊເລນສະກີ ປະທານາທິບໍດີອູແກຣນຢູ່ນະຄອນຣີໂຣຊິມດາ, ທ່ານໂຈ ໄບເຕັນ ປະທານາທິບໍດີອາເມຣິກາປະກາດຈະສະໜອງອາວຸດງວດໃໝ່ໃຫ້ແກ່ອູແກຣນ, ນອກນັ້ນຍັງໄດ້ປ່າວເຕືອນໃຫ້ປະເທດພັນທະມິດຂອງຕົນສະໜອງເຮືອບິນສູ້ຮົບ F-16 ທີ່ທັນສະໄໝໃຫ້ແກ່ອູແກຣນ. ການກະທຳແບບນີ້ຄື “ຕື່ມນ້ຳມັນໃສ່ກອງໄຟ”, ກໍຄືຄວາມເວົ້າຂອງ G7 ທີ່ວ່າຢາກແກ້ໄຂວິກິດການດ້ວຍສັນຕິວິທີນັ້ນສມັນແມ່ນແທ້ບໍ່?

ຫວ່າງມໍ່ໆມານີ້, ມີສື່ມວນຊົນວິເຄາະວ່າ, ອາເມຣິກາຮ່ວມກັບປະເທດພັນທະມິດຂອງເຂົາເວົ້າວ່າ, “ຢາກຫຼຶບຄວາມສ່ຽງ”, ແຕ່ວ່າ, ແຫຼ່ງທີ່ເກີດຄວາມສ່ຽງປະເພດຕ່າງໆທີ່ໃຫຍ່ທີ່ສຸດໃນໂລກພັດແມ່ນອາເມຣິກາເອງ. ອີງຕາມສະຖິຕິທີ່ບໍ່ເປັນທາງການ, ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງມາຮອດປີ 2001, ໃນການປະທະກັນດ້ວຍກຳລັງອາວຸດ 248 ຄັ້ງທີ່ເກີດຂຶ້ນໃນທົ່ວໂລກ, ມີ 201 ຄັ້ງແມ່ນກໍ່ຂຶ້ນໂດຍອາເມຣິກາ. ນອກຈາກການແຊກແຊງດ້ວຍກຳລັງອາວຸດໂດຍກົງແລ້ວ, ການລົງໂທດເສດຖະກິດ, ການແຊກຊຶມເຂົ້າໃນດ້ານວັດທະນະທຳ, ຍຸຍົງກໍ່ຄວາມວຸ້ນວາຍ, ຄວບຄຸມການເລືອກຕັ້ງ ແລະ ອື່ນໆລ້ວນແຕ່ແມ່ນ “ມືມືດ” ທີ່ອາເມຣິກາໃຊ້ມາຫຼາຍເທື່ອແລ້ວ, ເຮັດໃຫ້ທົ່ວໂລກເກີດການປະທະກັນຢູ່ທຸກບ່ອນ, ທັງໄດ້ເຮັດໃຫ້ສັງຄົມເກີດຄວາມວຸ້ນວາຍ, ເສດຖະກິດຊຸດໂຊມລົງ, ອົງການກໍ່ການຮ້າຍເຕີບໃຫຍ່ຂຶ້ນ, ແລະເຮັດໃຫ້ປະຊາຊົນມີການຍົກຍ້າຍທີ່ຢູ່ອາໄສ.

G7 ບໍ່ມີເງື່ອນໄຂທີ່ຈະກ່າວເຖິງສັນຕິພາບ, ຍ້ອນວ່າປາກຂອງເຂົາເຈົ້າເວົ້າວ່າ: “ກ້າວໄປສູ່ສັນຕິພາບ, ສະຖຽນລະພາບ, ເຮັດໃຫ້ທົ່ວໂລກຈະເລີນຮຸ່ງເຮືອງ”, ແຕ່ພຶດຕິກຳຕ່າງໆທີ່ເຂົາເຈົ້າພວມກະທຳພັດຂັດກັບສັນຕິພາບສາກົນ, ທຳລາຍສະຖຽນລະພາບຂອງພາກພື້ນ ແລະ ກີດຂວາງການພັດທະນາຂອງປະເທດອື່ນ. ກໍຄືຄຳຂວັນຂອງປະຊາຊົນຍີ່ປຸ່ນໃນການແຫ່ຂະບວນປະທ້ວງໃນໄລຍະຈັດກອງປະຊຸມສຸດຍອດ G7 ຢູ່ຍີ່ປຸ່ນນັ້ນຄື: “G7 ແມ່ນຜູ້ກໍ່ສົງຄາມ!”