RCEP ຄືການຕອບໂຕ້ຢ່າງແຂງແຮງຕໍ່ລັດທິປົກປ້ອງການຄ້າໃນປັດຈຸບັນ

2023-05-23 16:54:31 cri

ວັນທີ 21 ພຶດສະພານີ້, ເວທີເປິກສາຫາລືຄັງປັນຍາການພັດທະນາສື່ມວນຊົນພາກພື້ນ RCEP ໄດ້ຈັດກອງປະຊຸມປະຈຳປີ 2023 ທີ່ມີຫົວຂໍ້ວ່າ “ການຮ່ວມກັນສ້າງເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ” ຢູ່ນະຄອນໄຫໂຂ ແຂວງໄຫຫຼຳປະເທດຈີນ. ຜູ້ຕາງໜ້າທີ່ມາຈາກຈີນ, ສິງກະໂປ, ລາວ ແລະປະເທດອື່ນໆຈຳນວນ 450 ກວ່າທ່ານໄດ້ເຂົ້າຮ່ວມເວທີເປິກສາຫາລືໃນຄັ້ງນີ້. ໃນເວທີເປິກສາຫາລືດັ່ງກ່າວ, ນັກວິຊາການຂອງຫຼາຍປະເທດໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຊຸກຍູ້ຂະບວນການ RCEP ຢ່າງຕັ້ງໜ້າ, ສ້າງ “ພະລັງທີ່ສ້າງສັນ” ຫຼາຍກວ່າເກົ່າໃຫ້ກັບການຟື້ນຟູເສດຖະກິດອາຊີ ກໍຄືທົ່ວໂລກ.

ປັດຈຸບັນ, ການເມືອງພູມພາກທົ່ວໂລກມີຄວາມເຄັ່ງຕຶງ, ໂຄງປະກອບເສດຖະກິດມີການຜັນແປ, ການພັດທະນາເສດຖະກິດທົ່ວໂລກອາດຈະປະເຊີນໜ້າກັບສິ່ງທ້າທາຍທີ່ຂ້ຽວຂາດຈາກ “10 ປີທີ່ສູນເສຍ”. ທະນາຄານໂລກຄາດຄະເນວ່າ: ລະຫວ່າງປີ 2022 ຫາປີ 2030, ອັດຕາການເຕີບໂຕບົ່ມຊ້ອນສະເລ່ຍຂອງ GDP ໃນທົ່ວໂລກຈະຫຼຸດລົງປະມານ 1/3 ເມື່ອທຽບໃສ່ 10 ປີທຳອິດຂອງສະຕະວັດນີ້. ຈະມີການພັດທະນາ ຫຼື ຊຸດໂຊມລົງ, ຈະດຳເນີນການຮ່ວມມື ຫຼື ຕໍ່ຕ້ານກັນ, ໄດ້ກາຍເປັນທາງເລືອກອັນສຳຄັນທີ່ໂລກກຳລັງປະເຊີນໜ້າໃນປັດຈຸບັນ.

ພາຍຫຼັງສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ເປັນເວລາຫຼາຍກວ່າໜຶ່ງປີເປັນຕົ້ນມາ, ສັນຍາດັ່ງກ່າວໄດ້ເສີມຂະຫຍາຍບົດບາດໃນການຊຸກຍູ້ການເຕີບໂຕທາງການຄ້າ ແລະການລົງທຶນ ກໍຄືການຟື້ນຟູເສດຖະກິດໃນພາກພື້ນຢ່າງບໍ່ຢຸດຢັ້ງ. ໃນປີ 2022, ການສົ່ງອອກຂອງກຳປູເຈຍຕໍ່ປະເທດສະມາຊິກອື່ນໆຂອງ RCEP ໄດ້ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ເຊິ່ງໄດ້ຊຸກຍູ້ເສດຖະກິດກຳປູເຈຍໃນປີ 2022 ເພີ່ມຂຶ້ນປະມານ 2%. ມີການວິເຄາະຄາດຄະເນວ່າ: ເມື່ອຮອດປີ 2035, RCEP ຈະຊຸກຍູ້ໃຫ້ອັດຕາການເຕີບໂຕຂອງ GDP ອາຊຽນເພີ່ມຂຶ້ນ 4,47%.

ຫວ່າງມໍ່ໆມານີ້, ສຳນັກງານເລຂາອາຊຽນ ທີ່ເປັນອົງການເກັບຮັກສາສັນຍາ RCEP ໄດ້ອອກແຈ້ງການວ່າ: ຟີລິບປິນໄດ້ຍື່ນສານຢືນຢັນສັນຍາ RCEP ໃຫ້ເລຂາທິການໃຫຍ່ອາຊຽນຢ່າງເປັນທາງການແລ້ວ. ອີງຕາມຂໍ້ກຳນົດ ທີ່ກ່ຽວຂ້ອງຂອງສັນຍາ, RCEP ຈະມີຜົນບັງຄັບໃຊ້ຢ່າງເປັນທາງການຕໍ່ຟີລິບປິນ ນັບແຕ່ວັນທີ 2 ມິຖຸນາໜ້ານີ້ເປັນຕົ້ນໄປ. ພາຍຫຼັງ RCEP ເລີ່ມມີຜົນບັງຄັບໃຊ້ຕໍ່ຟີລິບປິນແລ້ວ, 15 ສະມາຊິກທັງໝົດຂອງ RCEP ລ້ວນແຕ່ໄດ້ສຳເລັດຂັ້ນຕອນການຢືນຢັນການມີຜົນບັງຄັບໃຊ້ຂອງສັນຍາ ແລະ ໄດ້ປະຕິບັດການຫຼຸດພາສີທີ່ກ່ຽວຂ້ອງໃຫ້ກັນແລະກັນ, ຈາກນັ້ນ, ສັນຍາໄດ້ກ້າວເຂົ້າສູ່ ໄລຍະໃໝ່ແຫ່ງການປະຕິບັດຢ່າງຮອບດ້ານ. ມີນັກວິເຄາະຄາດຄະເນວ່າ: ສັນຍາ RCEP ຈະກາຍເປັນປັດໄຈກະຕຸ້ນການຟື້ນຟູເສດຖະກິດໂລກພາຍຫຼັງເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຊ່ວຍພາກພື້ນດັ່ງກ່າວກາຍເປັນໃຈກາງຂອງເສດຖະກິດທົ່ວໂລກ.

ຈີນເປັນຜູ້ຊຸກຍູ້ສັນຍາ RCEP ທີ່ສຳຄັນມາໂດຍຕະຫຼອດ. ສະພາບການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນຈະກາຍເປັນພະລັງຊຸກຍູ້ທີ່ສຳຄັນໃນການສ້າງເຂດການຄ້າເສລີຈີນ-ອາຊຽນສະບັບທີ 3,0. ໃນ 10 ຫາ 20 ປີຕໍ່ໜ້ານີ້, ການຫັນປ່ຽນຂອງໂຄງປະກອບການບໍລິໂພກ, ໂຄງປະກອບອຸດສາຫະກຳ, ໂຄງປະກອບການຄ້າ ແລະການຫັນປ່ຽນໃນຂົງເຂດອື່ນໆ ຈະເຮັດໃຫ້ເກີດມີພື້ນທີ່ຕະຫຼາດທີ່ໃຫຍ່ຫຼວງ. ຂໍຍົກເອົາການຫັນປ່ຽນຂອງໂຄງປະກອບການບໍລິໂພກເປັນຕົວຢ່າງ, ຄາດວ່າເມື່ອຮອດປີ 2025, ການບໍລິໂພກໃນດ້ານການບໍລິການຂອງພົນລະເມືອງຕົວເມືອງແລະຊົນນະບົດຂອງຈີນມີຄວາມຫວັງຈະກວມເອົາປະມານ 50% ແລະເມື່ອຮອດປີ 2030 ມີຄວາມຫວັງຈະບັນລຸເຖິງ 55% ຂຶ້ນໄປ.

ສັນຍາ RCEP ເປັນສັນຍາການຄ້າເສລີສະບັບໜຶ່ງທີ່ກວມລວມ. ການທີ່ຊຸກຍູ້ການຈັດຕັ້ງປະຕິບັດສັນຍາຢ່າງຮອບດ້ານ ແລະຍົກລະດັບສັນຍາຢ່າງບໍ່ຢຸດຢັ້ງ ຈະເຮັດໃຫ້ສັນຍາ RCEP ເສີມຂະຫຍາຍບົດບາດຕື່ມອີກໃນການລົງເລິກການຮ່ວມມືເສດຖະກິດການຄ້າໃນພາກພື້ນ ແລະຊຸກຍູ້ການຟື້ນຕົວ ແລະການເຕີບໂຕຂອງເສດຖະກິດພາກພື້ນ ເຊິ່ງສົມກັບຄຳເວົ້າຂອງທ່ານຢີ້ສຽວຈູນ ອະດີດຮອງຜູ້ອຳນວຍການໃຫຍ່ອົງການ WTO, ອະດີດຮອງລັດຖະມົນຕີກະຊວງການຄ້າຈີນທີ່ວ່າ: “RCEP ຄືການຕອບໂຕ້ຢ່າງແຂງແຮງຕໍ່ລັດທິປົກປ້ອງການຄ້າໃນປັດຈຸບັນ.”