ເດີນຕາມອາເມຣິກາ ແລະ ກໍ່ການແບ່ງແຍກ ແລະ ສ້າງຄວາມເປັນປໍລະປັກກັນເປັນສິ່ງທີ່ບໍ່ເພີງປາດຖະໜາຂອງຊາວໂລກ

2023-05-24 15:04:29 cri

ຫວ່າງມໍ່ໆມານີ້, ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານຊູນາກ ນາຍົກລັດຖະມົນຕີອັງກິດກ່າວວ່າ, ຈີນໄດ້ເປັນສິ່ງທ້າທາຍໃຫຍ່ທີ່ສຸດຕໍ່ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ. ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບໂຕ້ຖ້ອຍຄວາມອັນຜິດພາດຂອງທ່ານຊູນັກໂດຍກ່າວວ່າ: ຊາວໂລກທີ່ບໍ່ມີອະຄະຕິລ້ວນແຕ່ເຂົ້າໃຈວ່າປະເທດຈີນແມ່ນຜູ້ສ້າງສັນຕິພາບຂອງໂລກ, ເປັນຜູ້ປົກປັກຮັກສາລະບຽບສາກົນ, ທັງເປັນຜູ້ປະກອບສ່ວນເພື່ອການພັດທະນາຂອງໂລກ.

ຈີນເປັນປະເທດພຽງໜຶ່ງດຽວໃນໂລກທີ່ບັນທຶກ “ການຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ” ເຂົ້າໃນລັດຖະທຳມະນູນຂອງຕົນ, ແມ່ນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງທີ່ສົ່ງກຳລັງຮັກສາສັນຕິພາບໄປປະຕິບັດໜ້າທີ່ຢູ່ໃນໂລກຫຼາຍທີ່ສຸດ, ທັງເປັນປະເທດພຽງໜຶ່ງດຽວທີ່ໃຫ້ຄຳໝັ້ນສັນຍາວ່າຈະບໍ່ໃຊ້ອາວຸດນິວເຄລຍກ່ອນໃນ 5 ປະເທດທີ່ມີອາວຸດນິວເຄລຍ. ສຳລັບຄວາມຂັດແຍ້ງສາກົນ, ຈີນມີຈຸດຢືນໃນການເປິກສາຫາລືກັນ ແລະ ແກ້ໄຂດ້ວຍສັນຕິວິທີມາໂດຍຕະຫຼອດ. ຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທົ່ວໂລກທີ່ຈີນສະເໜີ, ໄດ້ຮັບການສະໜັບສະໜູນຈາກ 80 ກວ່າປະເທດ ແລະ ເຂດແຄວ້ນລວມທັງປະເທດລາວ.

ຂໍ້ລິເລີ່ມກ່ຽວກັບການພັດທະນາຂອງທົ່ວໂລກທີ່ຈີນສະເໜີອອກນັ້ນກໍໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຄົມໂລກເຊັ່ນດຽວກັນ, ປັດຈຸບັນ, ມີ 100 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນໄດ້ສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວ, ມີເກືອບ 70 ປະເທດໄດ້ເຂົ້າເປັນສະມາຊິກຂອງ “ໜ່ວຍມິດຕະພາບກ່ຽວກັບຂໍ້ລິເລີ່ມການພັດທະນາຂອງທົ່ວໂລກ”, ໄດ້ສະໜອງກຳລັງຊ່ວຍເຫຼືອທີ່ສຳຄັນເພື່ອເລັ່ງລັດບັນລຸເປົ້າໝາຍການພັດທະນາແບບຍືນຍົງເມື່ອຮອດປີ 2030 ຂອງອົງການສະຫະປະຊາຊາດ.

ນອກນັ້ນ, ຂໍ້ລິເລີ່ມກ່ຽວກັບອະລິຍະທຳໃນທົ່ວໂລກທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນກໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຄົມໂລກຢ່າງກວ້າງຂວາງ, ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງປະເທດຈີນໃນຖານະເປັນປະເທດໃຫຍ່ຕື່ມອີກ. ນັບແຕ່ຈີນປະຕິບັດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຕະຫຼອດໄລຍະ 40 ກວ່າປີມານີ້, ການພັດທະນາເສດຖະກິດຂອງຈີນໄດ້ຮັບຄວາມກ້າວໜ້າຢ່າງຫຼວງຫຼາຍ. ໃນໄລຍະ 10 ປີຜ່ານມາ, ການເຕີບໂຕຂອງເສດຖະກິດຈີນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງໂລກຫຼາຍກວ່າຍອດຈຳນວນຂອງກຸ່ມ 7 ປະເທດ. ປະເທດຈີນໃນປັດຈຸບັນ, ໄດ້ກາຍເປັນຄູ່ການຄ້າຕົ້ນຕໍຂອງ 140 ກວ່າປະເທດ ແລະເຂດແຄວ້ນ. ຄຽງຄູ່ກັບປະເທດຈີນກ້າວເຂົ້າສູ່ການຫັນເປັນຄວາມທັນສະໄໝໂດຍລວມ, ປະເທດຈີນຈະສ້າງພະລັງແຮງອັນເຂັ້ມແຂງໃຫ້ແກ່ການພັດທະນາຂອງເສດຖະກິດໂລກຢ່າງແນ່ນອນ.

ປີ 2023 ເປັນປີຄົບຮອບ 10 ປີທີ່ຈີນສະເໜີຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ໃນ 10 ປີມານີ້, ໄດ້ດຳເນີນໂຄງການຮ່ວມມື 3.000 ກວ່າໂຄງການ, ຊຸກຍູ້ການລົງທຶນປະມານ 1.000 ຕື້ໂດລາສະຫະລັດ, ສ້າງວຽກເຮັດງານທຳຫຼາຍກວ່າ 420.000 ຕຳແໜ່ງ, “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນ ແລະ ເວທີຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຈາກປະເທດຕ່າງໆ.

ເມື່ອທຽບກັບປະເທດຈີນ, ບາງປະເທດພັດຍັງແຊກແຊງວຽກງານພາຍໃນຂອງປະເທດອື່ນຢ່າງບໍ່ຢຸດຢັ້ງ, ກໍ່ຄວາມເປັນປໍລະປັກກັນ, ໄດ້ກາຍເປັນຜູ້ທຳລາຍຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງສາກົນໃຫຍ່ທີ່ສຸດ. ສະນັ້ນ, ນັກການເມືອງອັງກິດຄວນສຸມກຳລັງວັງຊາຫຼາຍກວ່າເກົ່າເພື່ອຮັບມືກັບບັນຫາການເມືອງ, ເສດຖະກິດ ແລະ ສັງຄົມພາຍໃນປະເທດຂອງຕົນທີ່ເປັນມາດົນນານແລ້ວ, ຈະດີກວ່າເດີນຕາມການກະທຳຂອງອາເມຣິກາ, ແລະກໍ່ຄວາມແບ່ງແຍກ ແລະ ສ້າງຄວາມເປັນປໍລະປັກກັນດັ່ງປາກົດໃນທຸກວັນນີ້.