ທ່ານສີຈິ້ນຜິງກ່າວປາໄສໃນພິທີເປີດກອງປະຊຸມຄົບຄະນະເວທີເປິກສາຫາລືເສດຖະກິດເອີຣົບ-ອາຊີຄັ້ງທີ2ຂອງສະຫະພາບເສດຖະກິດເອີຣົບ-ອາຊີ

2023-05-25 11:00:15 cri



   ວັນທີ 24 ພຶດສະພາ2023ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຜ່ານຮູບແບບວິດີໂອໃນພິທີເປີດກອງປະຊຸມຄົບຄະນະເວທີເປິກສາຫາລືເສດຖະກິດເອີຣົບ-ອາຊີຄັ້ງທີ2ຂອງສະຫະພາບເສດຖະກິດເອີຣົບ-ອາຊີ.

   ໃນໂອກາດດັ່ງກ່າວນີ້, ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ໂລກໃນປັດຈຸບັນພວມຢູ່ໃນສະພາບການຜັນແປຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາ. ເມື່ອປະເຊີນໜ້າກັບໂລກທີ່ມີຄວາມປັ່ນປ່ວນ ແລະ ປ່ຽນແປງຄືແນວນີ້, ຄວນກ້າວເດີນຕາມເສັ້ນທາງການຮ່ວມມືອາຊີ-ເອີຣົບຄືແນວໃດ? ຕໍ່ກັບບັນຫາຍຸກສະໄໝແລະບັນຫາປະຫວັດສາດນີ້, ຂ້າພະເຈົ້າໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກແລະຂໍ້ລິເລີ່ມຄວາມສິວິໄລທົ່ວໂລກຕາມລຳດັບ ໂດຍຮຽກຮ້ອງໃຫ້ບັນດາປະເທດຈົ່ງຮ່ວມກັນສຸມໃສ່ກໍ່ສ້າງໂລກທີ່ມີສັນຕິພາບຖາວອນ, ມີຄວາມໝັ້ນຄົງໂດຍທົ່ວໄປ, ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ເປີດກວ້າງກວມລວມແລະສະອາດສວຍງາມ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ປີນີ້ເປັນປີຄົບຮອບ10ປີທີ່ຂ້າພະເຈົ້າສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງຈຸດເລີ່ມຕົ້ນແລະຈຸດໝາຍພື້ນຖານຂອງຂໍ້ລິເລີ່ມນີ້ແມ່ນຄົ້ນຄວ້າວິທີການໃໝ່ເພື່ອເຮັດໃຫ້ປະເທດເພື່ອນບ້ານທັງໃກ້ແລະໄກພັດທະນາຮ່ວມກັນ, ບຸກເບີກເສັ້ນທາງແຫ່ງຄວາມສຸກທີ່ສ້າງຄວາມຜາສຸກໃຫ້ກັບບັນດາປະເທດແລະສ້າງຜົນປະໂຫຍດໃຫ້ກັບໂລກ.

   ທ່ານສີຈິ້ນຜິງເນັ້ນໜັກວ່າ: ຫົກເດືອນທ້າຍປີນີ້, ຈີນຈະຈັດກອງປະຊຸມເວທີເປິກສາຫາລືຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ3. ຈີນຍິນດີຮ່ວມກັບບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະປະເທດສະມາຊິກສະຫະພາບເສດຖະກິດເອີຣົບ-ອາຊີຂຽນປະຫວັດສາດໜ້າໃໝ່ແຫ່ງຄວາມສິວິໄລກ້າວໜ້າຂອງໂລກທີ່ຫັນເປັນຫຼາຍຂົ້ວ.

  ກອງປະຊຸມຄົບຄະນະເວທີເປິກສາຫາລືເສດຖະກິດເອີຣົບອາຊີຄັ້ງທີ2ຂອງສະຫະພາບເສດຖະກິດເອີຣົບ-ອາຊີໄດ້ຈັດຂຶ້ນໃນວັນທີ 24 ພຶດສະພານີ້ຢູ່ນະຄອນຫຼວງມົດສະກູປະເທດຣັດເຊຍດ້ວຍຮູບແບບເຊິ່ງໜ້າແລະອອນລາຍ.