ການາດາແລະອາຣັບບີ ຊາອຸດິດຈະສົ່ງທູດໄປປະຈຳຢູ່ປະເທດຂອງກັນແລະກັນ ເພື່ອຟື້ນຟູການພົວພັນທາງການທູດຢ່າງຮອບດ້ານ

2023-05-25 11:50:16 CRI

    ວັນທີ 24 ພຶດສະພານີ້, ກະຊວງການຕ່າງປະເທດການາດາໄດ້ອອກຖະແຫຼງການຢູ່ເວັບໄຊທາງການວ່າ: ການາດາ ແລະ ອາຣັບບີ ຊາອຸດິດຈະແຕ່ງຕັ້ງ ແລະ ສົ່ງເອກອັກຄະລັດຖະທູດໄປປະຈຳຢູ່ປະເທດຂອງກັນແລະກັນ.

     ຖະແຫຼງການລະບຸວ່າ: ເນື່ອງຈາກການພົບປະເຈລະຈາລະຫວ່າງຜູ້ນຳສອງປະເທດໃນໄລຍະກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊິຟິກ ຫຼື ເອເປັກທີ່ຈັດຂຶ້ນຢູ່ບາງກອກຂອງໄທໃນວັນທີ 18 ພະຈິກປີ 2022, “ສອງຝ່າຍຫວັງຈະຟື້ນຟູການພົວພັນທາງການທູດລະຫວ່າງສອງປະເທດບົນພື້ນຖານທີ່ເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ການາດາໄດ້ຕົກລົງຟື້ນຟູການພົວພັນທາງການທູດກັບອາຣັບບີ ຊາອຸດິດຄືແຕ່ກ່ອນ.”

 

     ກ່ອນໜ້ານີ້ ໃນປີ 2018, ອາຣັບບີ ຊາອຸດິດກ່າວປະນາມການາດາແຊກແຊງວຽກງານພາຍໃນ ແລະ ຂັບເອກອັກຄະລັດຖະທູດຂອງການາດາອອກນອກປະເທດ, ສອງຝ່າຍໄດ້ຕັດການພົວພັນທາງການທູດຍ້ອນເຫດຜົນນີ້.