ບັນຫາເພດານໜີ້ສິນຂອງອາເມຣິກາເຮັດໃຫ້ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ G7 ກາຍເປັນເລື່ອງຕະຫຼົກ

2023-05-26 10:45:33 cri

ເມື່ອບໍ່ດົນມານີ້, ກອງປະຊຸມສຸດຍອດກຸ່ມ 7 ປະເທດ ຫຼື G7 ໄດ້ສິ້ນສຸດລົງແລ້ວ ໂດຍໄດ້ອອກຖະແຫຼງການຮ່ວມ ທີ່ມີເນື້ອໃນຕ່າງໆທີ່ແນໃສ່ຈີນ ເຊັ່ນ: “ການຫຼຸດຄວາມສ່ຽງ” “ການບັງຄັບນາບຂູ່ດ້ານເສດຖະກິດ” ແລະອື່ນໆ. ແຕ່ບັນຫາມີຢູ່ວ່າ: ແມ່ນໃຜກັນແທ້ທີ່ຄວນ “ຫຼຸດຄວາມສ່ຽງ” ແລະແມ່ນໃຜກັນແທ້ທີ່ກຳລັງ “ບັງຄັບນາບຂູ່ດ້ານເສດຖະກິດ” ຕໍ່ປະເທດອື່ນ.


ໃນ 10 ປີທີ່ຜ່ານມາ, ອັດຕາການປະກອບສ່ວນຂອງຈີນທີ່ມີຕໍ່ເສດຖະກິດໂລກ ໄດ້ມີຫຼາຍກວ່າຈຳນວນລວມທັງໝົດຂອງສະມາຊິກກຸ່ມ 7 ປະເທດ. ຈີນມີຕະຫຼາດທີ່ກວ້າງໃຫຍ່ໄພສານທີ່ມີປະຊາກອນຫຼາຍກວ່າ 1,4 ຕື້ຄົນ, ມີການເຕີບໂຕຂອງເສດຖະກິດທີ່ໝັ້ນທ່ຽງ ແລະມີການລົງທຶນຕໍ່ຕ່າງປະເທດໂດຍກົງທີ່ມີມູນຄ່າເຖິງ 100 ຕື້ໂດລາ ເຊິ່ງໄດ້ສ້າງໂອກາດດ້ານຕະຫຼາດ ແລະໂອກາດດ້ານການລົງທຶນທີ່ດີໃຫ້ກັບປະເທດຕ່າງໆ ພ້ອມທັງເຮັດໃຫ້ຈີນກາຍເປັນແຫຼ່ງກຳເນີດພະລັງງານ ແລະສິ່ງຮັບປະກັນຄວາມໝັ້ນທ່ຽງຂອງເສດຖະກິດໂລກ. ສິ່ງທີ່ຈີນນຳເອົາມາໃຫ້ແກ່ໂລກແມ່ນໂອກາດ ຫາກບໍ່ແມ່ນສິ່ງທ້າທາຍ, ແມ່ນການຮັບປະກັນ ຫາກບໍ່ແມ່ນຄວາມສ່ຽງ.

ສ່ວນທ່ານໂຈ ໄບເດັນ ປະທານາທາທິບໍດີອາເມຣິກາ ຍັງຈຳຕ້ອງຫຍຸ້ງກັບບັນຫາເພດານໜີ້ສິນຂອງອາເມຣິກາຈົນໜ້າຫິ້ວຄິ້ວສົນຕະຫຼອດໄລຍະເຂົ້າຮ່ວມກອງປະຊຸມສຸດຍອດ G7. ຍ້ອນບັນຫາດັ່ງກ່າວ, ທ່ານໂຈ ໄບເດັນ ໄດ້ຍົກເລີກການໄປຢ້ຽມຢາມອົດສະຕຣາລີ ແລະປາປົວນິວກີເນທີ່ກຳນົດໃນແຜນການ ແລະກອງປະຊຸມສຸດຍອດກົນໄກ “ການສົນທະນາຄວາມໝັ້ນຄົງ 4 ຝ່າຍ” ອາເມຣິກາ-ຍີ່ປຸ່ນ-ອິນເດຍ-ອົດສະຕຣາລີ ກໍໄດ້ຍ້າຍສະຖານທີ່ໃຫ້ຈັດຢູ່ຍີ່ປຸ່ນ.


ຕາມການລາຍງານຂ່າວຫຼ້າສຸດຂອງຂ່າວສານຣອຍເຕີໃຫ້ຮູ້ວ່າ: ຊາວຣີພັບບລີກັນຂອງສະພາຕ່ຳອາເມຣິກາກ່າວວ່າ: ການເຈລະຈາລະຫວ່າງສະພາຕ່ຳ ກັບທຳນຽບປະທານາທິບໍດີກ່ຽວກັບເພດານໜີ້ສິນຂອງອາເມຣິກາ ເກືອບບໍ່ໄດ້ມີຄວາມຄືບໜ້າຫຍັງເລີຍ. ການຍົກເພດານໜີ້ສິນແມ່ນພຽງແຕ່ເພີ່ມຕົວເລກເທົ່ານັ້ນ, ເປັນຫຍັງອາເມຣິກາຕ້ອງດຳເນີນການເຈລະຈາດົນປານນີ້? ທີ່ຈິງແລ້ວ, ບັນຫາກໍມີຢູ່ທີ່ການແກ້ງແຍ້ງລະຫວ່າງສອງພັກຂອງອາເມຣິກາ. ເຖິງແມ່ນວ່າສອງພັກຕ່າງກໍຮັບຮູ້ເຖິງຄວາມຮີບດ່ວນ ແລະຂ້ຽວຂາດຂອງການຍົກສູງເພດານໜີ້ສິນກໍຕາມ, ແຕ່ສອງພັກຕ່າງກໍຢາກສວຍໃຊ້ບັນຫານີ້ເພື່ອເປີດກວ້າງຜົນປະໂຫຍດຂອງພັກຕົນ.

ການລະເມີດສັນຍາໃນການຊຳລະໜີ້ສິນຂອງອາເມຣິກາບໍ່ພຽງແຕ່ຈະມີຜົນກະທົບຕໍ່ອະນາຄົດຂອງເສດຖະກິດອາເມຣິກາເອງເທົ່ານັ້ນ, ຍັງຈະແພ່ຂະຫຍາຍໄປທົ່ວໂລກ ເຊິ່ງຈະເຮັດໃຫ້ການຟື້ນຟູເສດຖະກິດ ແລະຄວາມໝັ້ນທ່ຽງຂອງຕະຫຼາດໃນທົ່ວໂລກປະເຊີນໜ້າກັບໄພຂົ່ມຂູ່. ວິກິດການໜີ້ສິນຂອງອາເມຣິກາແມ່ນຍ້ອນອາເມຣິກາຕິດໜີ້ຫຼາຍເກີນໄປ, ແຕ່ພັດໃຫ້ທົ່ວໂລກມີຄວາມເປັນຫ່ວງນຳ, ການກະທຳແບບນີ້ຂອງອາເມຣິກາແມ່ນບໍ່ມີຄວາມຮັບຜິດຊອບໂດຍບໍ່ຕ້ອງສົ່ງໄສ.


ວາລະສານ The Economist ຂອງອັງກິດໄດ້ລົງບົດຄວາມໜຶ່ງໂດຍລະບຸວ່າ: ການຜິດນັດຊຳລະໜີ້ຈະທຳລາຍຄວາມໝັ້ນໃຈທີ່ມີຕໍ່ລະບົບເສດຖະກິດອາເມຣິກາ; ການຕັດງົບປະມານຢ່າງຫຼວງຫຼາຍອາດຈະເຮັດໃຫ້ເສດຖະກິດຊຸມໂຊມລົງຢ່າງຮ້າຍແຮງ. ກ່ອນໜ້ານີ້, ລັດຖະບານອາເມຣິກາກໍເຄີຍອອກການແຈ້ງເຕືອນວ່າ: ຖ້າວ່າບໍ່ສາມາດບັນລຸສັນຍາກ່ຽວກັບການຍົກເພດານໜີ້ສິນ, ເສດຖະກິດອາເມຣິກາຈະຊຸດໂຊມລົງ, ປະຊາຊົນຫຼາຍລ້ານຄົນອາດຈະຕົກຢູ່ໃນສະພາບວ່າງງານ.


ແຕ່ວ່າ, ເຖິງແມ່ນວ່າສອງພັກຂອງອາເມຣິກາຈະບັນລຸສັນຍາກ່ຽວກັບບັນຫາເພດານໜີ້ສິນໄດ້ໃນທີ່ສຸດ, ເລື່ອງນີ້ກໍພໍສາມາດບອກໃຫ້ໂລກຮັບຮູ້ແລ້ວວ່າ: ໃຜແມ່ນແຫຼ່ງຄວາມສ່ຽງບົ່ມຊ້ອນຂອງເສດຖະກິດໂລກໃນປັດຈຸບັນ. ແຕ່ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ G7 ບໍ່ໄດ້ເອົາຫົວຊານຳຄວາມສ່ຽງອັນແທ້ຈິງ, ເຮັດໃຫ້ບັນຫາເສດຖະກິດໂລກຫັນເປັນບັນຫາງ່າຍດາຍ, ເປັນບັນຫາການເມືອງ ແລະ ປະຕິບັດຕໍ່ເລື່ອງເສດຖະກິດດ້ວຍສອງມາດຕະຖານ, ໃນທີ່ສຸດ ກໍໄດ້ກາຍເປັນເລື່ອງຕະຫຼົກຊື່ໆ.