ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງເວທີເປິກສາຫາລືຈົ່ງກ່ວນຊຸ່ນ 2023

2023-05-26 10:37:22 CRI

     ວັນທີ 25 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງເວທີເປິກສາຫາລືຈົ່ງກ່ວນຊຸ່ນ 2023.


     ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ປັດຈຸບັນນີ້, ການປະຕິວັດດ້ານວິທະຍາສາດເຕັກໂນໂລຊີ ແລະການຫັນປ່ຽນດ້ານອຸດສາຫະກຳຮອບໃໝ່ໄດ້ຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ, ຖ້າມວນມະນຸດຢາກແກ້ໄຂບັນຫາຮ່ວມກັນດ້ານການພັດທະນາ, ຕ້ອງການການຮ່ວມມືສາກົນ ການເປີດປະຕູ ແລະການຊົມໃຊ້ຮ່ວມກັນຫຼາຍກວ່າທຸກໄລຍະທີ່ຜ່ານມາ. ຈີນເດັດດ່ຽວປະຕິບັດຕາມຍຸດທະສາດການເປີດປະຕູສູ່ພາຍນອກແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຍິນດີຮ່ວມກັບປະເທດຕ່າງໆຢູ່ໃນໂລກ, ຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ເພື່ອເຮັດໃຫ້ວິທະຍາສາດເຕັກໂນໂລຊີສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນບັນດາປະເທດ.

     ທ່ານສີຈິ້ນຜິງຍັງກ່າວເນັ້ນວ່າ, ປັກກິ່ງຕ້ອງເສີມຂະຫຍາຍທ່າແຮງດ້ານການສຶກສາ ວິທະຍາສາດເຕັກໂນໂລຊີ ແລະຊັບພະຍາກອນມະນຸດຢ່າງເຕັມທີ່, ປະສານສົມທົບກັນເພື່ອຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ແລະລະບົບ, ຊຸກຍູ້ການທົດລອງການປະຕິຮູບກ່ອນໝູ່ຂອງເຂດຈົ່ງກ່ວນຊຸ່ນຢ່າງຕໍ່ເນື່ອງ, ເລັ່ງລັດການສ້າງເຂດວິທະຍາສາດເຕັກໂນໂລຊີນຳໜ້າຂອງໂລກ, ພະຍາຍາມຢູ່ໃນອັນດັບນຳໜ້າຂອງໂລກໃນດ້ານການປະດິດສ້າງເຕັກນິກທັນສະໄໝ ແລະການພັດທະນາອຸດສາຫະກຳຍອດຢ້ຽມ.



     ເວທີເປິກສາຫາລືຈົ່ງກ່ວນຊຸ່ນ 2023 ໄດ້ໄຂຂຶ້ນຢູ່ປັກກິ່ງໃນວັນທີ 25 ພຶດສະພານີ້ ໂດຍມີຫົວຂໍ້ຫຼັກວ່າ ຮ່ວມມືກັນແບບເປີດປະຕູ ຊົມໃຊ້ອະນາຄົດຮ່ວມກັນ.