ທີ່ເປິກສາແຫ່ງລັດຈີນພົບປະເຈລະຈາກັບຮອງນາຍົກລັດຖະມົນຕີລາວ

2023-05-26 15:17:22 cri


ວັນທີ 25 ພຶດສະພານີ້, ທ່ານຫວາງສຽວຫົງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ ໄດ້ພົບປະເຈລະຈາກັບທ່ານພົນໂທ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບລາວ ຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານຫວາງສຽວຫົງກ່າວວ່າ: ຈີນຍິນດີຮ່ວມກັບລາວຕັ້ງໜ້າຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳສອງພັກສອງລັດ, ສືບຕໍ່ລົງເລິກການຮ່ວມມືໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ປາບປາມອາດຊະຍາ ກຳຂ້າມຊາດ, ເພີ່ມທະວີການຮັບປະກັນຄວາມປອດໄພຂອງເສັ້ນທາງລົດໄຟຈີນ-ລາວ, ຊຸກຍູ້ການສ້າງຄວາມສາມາດດ້ານການປະຕິບັດກົດໝາຍ ແລະ ອື່ນໆ, ຍົກສູງປະສິດທິພາບຂອງການຮ່ວມມືດ້ານການປະຕິບັດກົດໝາຍຈີນ-ລາວຢ່າງບໍ່ຢຸດຢັ້ງ, ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວກ້າວເຂົ້າສູ່ລວງເລິກ ແລະ ມີຜົນຕົວຈິງຢ່າງໝັ້ນທ່ຽງ ເພືື່ອສ້າງຄວາມສຸກໃຫ້ກັບສອງປະເທດ ກໍຄືປະຊາຊົນສອງຊາດ.

ທ່ານພົນໂທ ວິໄລ ຫຼ້າຄຳຟອງກ່າວວ່າ: ຍິນດີຮ່ວມກັບຈີນເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍຕື່ມອີກ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ.