ກະຊວງປ້ອງກັນປະເທດລາວມອບຫຼຽນກ້າຫານໃຫ້ແກ່ໜ່ວຍຊ່ຽວຊານການແພດຊ່ວຍເຫຼືອລາວຊຸດທີ 8 ຂອງກອງທັບຈີນ

2023-05-28 12:17:56 CRI


    ວັນທີ 26 ພຶດສະພານີ້, ໜ່ວຍຊ່ຽວຊານການແພດຊ່ວຍເຫຼືອລາວຊຸດທີ 8 ຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ຮັບຫຼຽນກ້າຫານກອງທັບປະຊາຊົນລາວຢູ່ນະຄອນຫຼວງວຽງຈັນ.



    ລາວສະແດງຄວາມຍ້ອງຍໍໃນລະດັບສູງ ແລະ ຄວາມຢືນຢັນອັນເຕັມທີ່ຕໍ່ວຽກງານໜ່ວຍການແພດໃນໄລຍະຢູ່ລາວ ໂດຍຍ້ອງຍໍຊົມເຊີຍວ່າ: ໜ່ວຍການແພດໄດ້ດຳເນີນວຽກງານທີ່ມີປະສິດທິຜົນດີເດັ່ນດ້ວຍເຕັກນິກການປິ່ນປົວພະຍາດທີ່ດີເລີດ ແລະ ແບບແຜນທີ່ດີງາມ, ໄດ້ຍົກສູງລະດັບການປິ່ນປົວພະຍາດຂອງໂຮງໝໍ 103 ກອງທັບປະຊາຊົນລາວຢ່າງຫຼວງຫຼາຍ.



    ໃນພິທີມອບຫຼຽນ, ຫົວໜ້າໜ່ວຍການແພດຈີນກ່າວວ່າ: ໜ່ວຍການແພດທີ່ເຂົ້າຮ່ວມກິດຈະກຳຊ່ວຍເຫຼືອເທື່ອນີ້ໄດ້ປະຕິບັດໜ້າທີ່ຂອງຕົນເທົ່າທີ່ຄວນ, ຍ່ອມຈະສືບທອດນ້ຳໃຈການຊ່ວຍເຫຼືອຕ່າງປະເທດຕໍ່ໄປ ແລະປະກອບສ່ວນຫຼາຍກວ່າເກົ່າເພື່ອເພີ່ມທະວີມິດຕະພາບລະຫວ່າງສອງລັດ ສອງກອງທັບຈີນ-ລາວ.



    ພະແນກທູດທະຫານຂອງສະຖານທູດຈີນປະຈຳລາວແນະນຳໃຫ້ຮູ້ວ່າ: ນັບແຕ່ປີ 2019 ເປັນຕົ້ນມາ,ກອງທັບປົດປ່ອຍປະຊາຊົນຈີນໄດ້ສົ່ງໜ່ວຍການແພດໄປໂຮງໝໍ 103 ຂອງລາວຢ່າງຕໍ່ເນື່ອງ. ໜ່ວຍການແພດຊຸດທີ 8 ທີ່ສົ່ງໂດຍໂຮງໝໍສີ່ຈີ່ງມະຫາວິທະຍາໄລການແພດທະຫານຂອງກອງທັບອາກາດຈີນໄດ້ເດີນທາງຮອດນະຄອນຫຼວງວຽງຈັນໃນວັນທີ 2 ທັນວາປີ 2022, ບົນພື້ນຖານທີ່ສືບຕໍ່ວຽກງານໜ່ວຍການແພດຊຸດທີ 7, ໜ່ວຍການແພດຊຸດທີ 8 ໄດ້ຕັ້ງໜ້ານຳໃຊ້ເຕັກນິກໃໝ ແລະ ດຳເນີນວຽກງານໃໝ່, ຊ່ວຍເຫຼືອການສ້າງພະແນກໃໝ່ ແລະ ເຂດການປິ່ນປົວໃໝ່,ພ້ອມທັງອົບຮົມພະນັກງານການແພດຫຼັກແຫຼ່ງ.