ຈັດເວທີປຶກສາຫາລືການແລກປ່ຽນແລະການຮ່ວມມືດ້ານອາລິຍະທຳຈີນ-ອາຊຽນຢູ່ກົວລະລຳເປີ

2023-05-28 12:11:28 CRI

    ວັນທີ 27 ພຶດສະພານີ້, ເວທີປຶກສາຫາລືການແລກປ່ຽນ ແລະ ການຮ່ວມມືດ້ານອາລິຍະທຳຈີນ-ອາຊຽນໄດ້ຈັດຂຶ້ນຢູ່ກົວລະລຳເປີ ນະຄອນຫຼວງມາເລເຊຍ ໂດຍມີຫົວຂໍ້ວ່າ “ໂອກາດໃໝ່ຂອງການແລກປ່ຽນ ແລະ ການຮ່ວມມືດ້ານອາລິຍະທຳຈີນ-ອາຊຽນ”, ຜູ້ຮັບຜິດຊອບຄະນະໂຄສະນາອົບຮົມຂອງສູນກາງພັກຄອມມູນິດຈີນ,ຜູ້ຕາງໜ້າກະຊວງການສຶກສາມາເລເຊຍ, ທູດຈີນປະຈຳມາເລເຊຍ ພ້ອມທັງນັກປະພັນ, ນັກວິຊາການ ແລະ ບຸກຄົນວົງການພິມຈຳໜ່ວຍທີ່ມີຊື່ສຽງຂອງຈີນ ແລະ ມາເລເຊຍ 300 ກວ່າທ່ານໄດ້ເຂົ້າຮ່ວມເວທີປຶກສາຫາລືຄັ້ງນີ້.



     ຜູ້ເຂົ້າຮ່ວມເວທີປຶກສາຫາລືຫຼາຍທ່ານເຫັນວ່າ: ປີນີ້ແມ່ນການກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ສະໜິດແໜ້ນກວ່າເກົ່າຄົບຮອບ 10 ປີ ແລະ ການສະເໜີຂໍ້ລິເລີ່ມຮ່ວມກັນກໍ່ສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ຄົບຮອບ 10ປີ. ຈີນ ກັບ ບັນດາປະເທດສະມາຊິກອາຊຽນພ້ອມກັນຖືວັດທະນະທຳເປັນສາຍສຳພັນ, ຖືປື້ມເປັນຂົວ, ໄດ້ດຳເນີນການແລກປ່ຽນ ແລະ ການຮ່ວມມືດ້ານການພິມຈຳໜ່າຍສອງຝ່າຍ ແລະ ຫຼາຍຝ່າຍແບບທົ່ວທຸກທິດ ແລະ ໃນຂົງເຂດກວ້າງຂວາງ,ສະແດງໃຫ້ເຫັນເອກະລັກພິເສດ ແລະ ຄວາມຫຼາກຫຼາຍຂອງວັດທະນະທຳສອງຝ່າຍ, ໄດ້ລົງເລິກການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານອາລິຍະທຳ,ພ້ອມທັງຊຸກຍູ້ການປະສານໃຈລະຫວ່າງປະຊາຊົນ.      

 

    ເວທີປຶກສາຫາລືສະເໜີອອກວ່າ: ຈະຈັດຕັ້ງປະຕິບັດຂໍ້ລິເລິ່ມອາລິຍະທຳທົ່ວໂລກ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືດ້ານການພິມຈຳໜ່າຍລະຫວ່າງຈີນ ກັບ ອາຊຽນ, ຕ້ອງການເຄົາລົບຄວາມຫຼາກຫຼາຍຂອງອາລິຍະທຳໃນໂລກ, ຮ່ວມກັນສ້າງບັນຍາກາດທີ່ດີງາມທີ່ອາລິຍະທຳປະເທດຕ່າງໆຢູ່ຮ່ວມກັນຢ່າງກົມກຽວກັນ, ຖືທັດສະນະຄະຕິແບບເປີດປະຕູສູ່ພາຍນອກ ແລະ ແບບກວມລວມ, ຮ່ວມກັນປົວແປງກົນໄກໄລຍະຍາວກ່ຽວກັບອາລິຍະທຳປະເທດຕ່າງໆສົນທະນາກັນ ແລະ ແລກປ່ຽນກັນໃຫ້ສົມບູນ, ຍຶດໝັ້ນຫຼັກການພ້ອມກັນຫາລື ພ້ອມກັນກໍ່ສ້າງ ແລະ ພ້ອມກັນຊົມໃຊ້, ຮ່ວມກັນກໍ່ສ້າງເວທີການຮ່ວມມືສາກົນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເປີດເສັ້ນທາງໃໝ່ກ່ຽວກັບການແລກປ່ຽນລະຫວ່າງປະຊາຊົນ, ຮ່ວມກັນຊຸກຍູ້ໃຫ້ປະຊາຊົນປະເທດຕ່າງໆເຂົ້າໃຈ ແລະ ສະໜິດສະໜົມເຊິ່ງກັນແລະກັນ.