ປະເທດໄທໄດ້ຕ້ອນຮັບນັກທ່ອງທ່ຽວຈີນ 1 ລ້ານກວ່າຄົນໃນ 5 ເດືອນຕົ້ນປີ 2023

2023-05-29 14:54:45 cri

 

ວັນທີ 28 ພຶດສະພານີ້, ທ່ານອະນຸຊາ ນາຄາໃສ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີໄທກ່າວວ່າ: ໃນເດືອນມັງກອນຫາເດືອນພຶດສະພານີ້, ມີນັກທ່ອງທ່ຽວຈີນຫຼາຍກວ່າ 1 ລ້ານຄົນເຂົ້າໄປທ່ຽວໄທ, ຄາດວ່າໝົດປີ 2023 ນີ້ໄທຈະຕ້ອນຮັບນັກທ່ອງທ່ຽວຈີນປະມານ 5 ລ້ານເທື່ອຄົນ, ຈະສ້າງລາຍຮັບໄດ້ 446 ຕື້ບາດ.