ຣັັດເຊຍຮຽກຮ້ອງໃຫ້ພະນັກງານພາກລັດຂອງເຢຍລະມັນຫຼາຍຮ້ອຍຄົນເດີນທາງອອກຈາກຣັດເຊຍ

2023-05-29 10:48:18 CRI

   ວັນທີິ 27 ພຶດສະພານີ້, ກະຊວງການຕ່າງປະເທດເຢຍລະມັນກ່າວວ່າ: ອີງຕາມຄວາມຮຽກຮ້ອງຂອງຣັດເຊຍ, ພະນັກງານພາກລັດຂອງເຢຍລະມັນທີ່ເຮັດວຽກຢູ່ອົງການເຢຍລະມັນປະຈຳຣັດເຊຍຈຳນວນຫຼາຍຮ້ອຍຄົນຈະເດີນທາງອອກຈາກຣັດເຊຍໃນບໍ່ເທົ່າໃດມື້ຕໍ່ໜ້າ. ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ການກະທຳຂອງຣັດເຊຍເທື່ອນີ້ແມ່ນເພື່ອຕອບໂຕ້ເຢຍລະມັນທີ່ເນລະເທດພະນັກງານການຕ່າງປະເທດຂອງຣັດເຊຍກ່ອນໜ້ານີ້.



     ພາຍຫຼັງວິກິດການອູແກຣນຮ້າຍແຮງຂຶ້ນນັບແຕ່ເດືອນກຸມພາປີກາຍນີ້ເປັນຕົ້ນມາ, ລັດຖະບານເຢຍລະມັນໄດ້ທຳລາຍຫຼັກໝັ້ນແບບລະມັດລະວັງໃນຂົງເຂດນະໂຍບາຍການປ້ອງກັນປະເທດຂອງປະເທດຕົນນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງເປັນຕົ້ນມາຢ່າງບໍ່ຢຸດຢັ້ງ,ຄ່ອຍໆເພີ່ມທະວີການຊ່ວຍເຫຼືອດ້ານການທະຫານໃຫ້ອູແກຣນ. ເດືອນເມສາປີກາຍນີ້, ເຢຍລະມັນປະກາດເນລະເທດພະນັກງານການຕ່າງປະເທດຣັດເຊຍ 40 ຄົນເປັນ “ຜູ້ທີ່ບໍ່ເພິ່ງປາດຖະໜາ” ແລະ ຮຽກຮ້ອງເຂົາເຈົ້າລາອອກຈາກເຢຍລະມັນພາຍໃນ 5 ວັນ. ເພື່ອຕອບໂຕ້ກໍລະນີດັ່ງກ່າວ, ຣັດເຊຍໄດປະກາດ້ເນລະເທດພະນັກງານການຕ່າງປະເທດເຢຍລະມັນ 40 ຄົນໃນທ້າຍເດືອນດຽວກັນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ