ງານຕະຫຼາດນັດທີ່ເຂດຊາຍແດນມຽນມາ-ຈີນຄັ້ງທີ4ຈັດຂຶ້ນຢ່າງສຳເລັດຜົນ

2023-05-29 15:10:31 cri


   ງານຕະຫຼາດນັດທາງເສດຖະກິດການຄ້າທີ່ເຂດຊາຍແດນມຽນມາ-ຈີນຄັ້ງທີ4ແລະງານວາງສະແດງສິນຄ້າທາງເສດຖະກິດການຄ້າມຽນມາ-ຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງເນປີດໍປະເທດມຽນມາລະຫວ່າງວັນທີ25-28ພຶດສະພານີ້.


   ງານຕະຫຼາດນັດຄັ້ງນີ້ມີຫົວຂໍ້ວ່າ“ຮ່ວມກັນສ້າງຊ່ອງທາງໃໝ່,ພ້ອມກັນສະແຫວງຫາການພັດທະນາໃໝ່”,ມີຫ້ອງວາງສະແດງ 110 ກວ່າຫ້ອງ,ແບ່ງເປັນເຂດວາງສະແດງສິນຄ້າຈີນແລະເຂດມຽນມາ. ຝ່າຍຈີນໄດ້ສົ່ງຄະນະຜູ້ແທນເສດຖະກິດການຄ້າລວມ 156 ຄົນເດີນທາງໄປເຂົ້າຮ່ວມງານວາງສະແດງຄັ້ງນີ້ ຊຶ່ງລວມມີແຂວງຢຸນນານ, ແຂວງຊ່ານຕົ່ງ,  ແຂວງເສສວນ, ນະຄອນຈຸ່ງກິ່ງ,ເຂດກວາງຊີ,ແຂວງຈ່ຽງຊູ່,ແຂວງກວາງຕຸ້ງ, ແຂວງເຮີນານເປັນຕົ້ນ ລວມທັງຜູ້ແທນ 130 ກວ່າຄົນຈາກວິສາຫະກິດ 82 ແຫ່ງ. ສິນຄ້າທີ່ນຳໄປວາງສະແດງລວມມີອາຫານ,ເຄື່ອງໃຊ້ປະຈຳວັນ,ເຄື່ອງໃຊ້ໄຟຟ້າໃນເຮືອນ,ລົດໄຟຟ້າ,ເຄື່ອງອາໄລ່ລົດຍົນ,ລົດຈັກແລະເຄື່ອງອາໄລ່ 500 ກວ່າຊະນິດ. ວິສາຫະກິດຈີນແລະມຽນມາໄດ້ເຊັນສັນຍາລວມມີມູນຄ່າເຖິງ 800 ກວ່າລ້ານຢວນ.