ຈີນເດັດດ່ຽວຄັດຄ້ານຍີ່ປຸ່ນຕັດສິນໃຈພຽງລຳພັງທີ່ຈະປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-05-29 14:55:32 cri

 

ກອງປະຊຸມໃຫຍ່ອົງການອະນາໄມໂລກຄັ້ງທີ 76 ກຳລັງຈັດຂຶ້ນຢູ່ນະຄອນເຊີແນວຂອງສະວິສ, ວັນທີ 27 ພຶດສະພານີ້, ຕໍ່ບັນຫາປ່ອຍນ້ຳປົນເປື້ອນລັງສີນິວເຄລຍຢູ່ໂຮງໄຟຟ້າຟູຄຸຊິມະລົງສູ່ທະເລ, ຜູ້ຕາງໜ້າຈີນກ່າວວ່າ: ຈີນເດັດດ່ຽວຄັດຄ້ານຍີ່ປຸ່ນຕັດສິນໃຈພຽງລຳພັງທີ່ຈະປ່ອຍນ້ຳປົນເປື້ອນລັງສີນິວເຄລຍຈາກອຸບັດເຫດຢູ່ໂຮງໄຟຟ້າຟູຄຸຊິມະລົງສູ່ທະເລ.

 

ຜູ້ຕາງໜ້າຈີນກ່າວຕື່ມວ່າ: ຂະບວນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຈາກອຸບັດເຫດຢູ່ໂຮງໄຟຟ້າຟູຄຸຊິມະຈະໃຊ້ເວລາ 30 ປີ. ນີ້ບໍ່ແມ່ນເລື່ອງສ່ວນຕົວຂອງຍີ່ປຸ່ນ, ແຕ່ແມ່ນບັນຫາສຳຄັນທີ່ຕິດພັນກັບລະບົບສາທາລະນະສຸກທົ່ວໂລກ. ຫຼາຍປະເທດ ແລະຝ່າຍທີ່ກ່ຽວຂ້ອງໄດ້ສະແດງຄວາມເປັນຫ່ວງທີ່ສຸດ. ກ່ອນບັນດາຝ່າຍຈະບັນລຸຄວາມເຫັນທີ່ເປັນເອກະພາບກັນ, ຍີ່ປຸ່ນຕ້ອງບໍ່ເລີ່ມດຳເນີນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຕາມລຳພັງໃຈ.