ຫົວໜ້າອົງການຮັກສາຄວາມໝັ້ນຄົງແຫ່ງຊາດອູແກຣນຍອມຮັບວ່າ:ອູແກຣນໄດ້ເຂົ້າຮ່ວມເຫດການລະເບີດຂົວໃຫຍ່ກຣືມ

2023-05-29 11:25:28 CRI

    ວັນທີ 27 ພຶດສະພານີ້, ສື່ມວນຊົນອູແກຣນລາຍງານວ່າ: ທ່ານວາຊີລີ ມາຢູກ ຫົວໜ້າອົງການຮັກສາຄວາມໝັ້ນຄົງແຫ່ງຊາດອູແກຣນໃຫ້ສຳພາດຕໍ່ສື່ມວນຊົນອູແກຣນວ່າ: ອົງການຮັກສາຄວາມໝັ້ນຄົງແຫ່ງຊາດອູແກຣນໄດ້ໃຊ້ “ມາດຕະການໃດໜຶ່ງ” ໃນເຫດການລະເບີດຂົວໃຫຍ່ກຣືມທີ່ເກີດຂຶ້ນໃນເດືອນຕຸລາປີກາຍນີ້, ແຕ່ທ່ານປະຕິເສດໃຫ້ລາຍລະອຽດຫຼາຍກວ່າ.



    ທ່ານວາຊີລີ ມານຢູກກ່າວຕື່ມວ່າ, ອີງຕາມ “ກົດໝາຍສາກົນ ແລະ ປະເພນີປະຕິບັດໃນໄລຍະສົງຄາມ”, ຂົວໃຫຍ່ກຣືມແມ່ນພາກເສັ້ນທາງລຳລຽງພາລະທິການຂອງຝ່າຍສັດຕູທີ່ “ຕ້ອງ” ໄດ້ທຳລາຍ, ສະນັ້ນ, ອູແກຣນໄດ້ໃຊ້ “ມາດຕະການໃດໜຶ່ງ” ທີ່ສອດຄ່ອງກັນ.

 

    ທ່ານວາຊີລີ ມານຢູກຍັງຍອບຮັບວ່າ: ກຳປັ່ນລຳໜຶ່ງຢູ່ຖານທັບເຮືອຂອງຣັດເຊຍໃນທະເລດຳທີ່ຕັ້ງຢູ່ເຂດເສວາສໂຕໂປນຖືກໂຈມຕີດ້ວຍຍົນບໍ່ມີຄົນຂັບໃນເດືອນຕຸລາປີກາຍນີ້ກໍແມ່ນ “ການກະທຳພິເສດຕາມແຜນເທື່ອໜຶ່ງ” ຂອງອົງການຮັກສາຄວາມໝັ້ນຄົງແຫ່ງຊາດອູແກຣນເຊັ່ນດຽວກັນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ