ນະຄອນຫຼວງກີແອຟຖືກຫຼອນໂຈມຕີທາງອາກາດດ້ວຍຍົນບໍ່ມີຄົນຂັບ

2023-05-29 15:12:06 cri


ວັນທີ28ພຶດສະພານີ້,ພາກສ່ວນການທະຫານຂອງນະຄອນຫຼວງກີແອຟປະເທດອູແກຣນແຈ້ງໃຫ້ຮູ້ວ່າ: ໃນຕອນຂ້ອນແຈ້ງມື້ດຽວກັນ, ນະຄອນຫຼວງກີແອຟຖືກຫຼອນໂຈມຕີທາງອາກາດຢ່າງຂະໜາດໃຫຍ່ນັບຕັ້ງແຕ່ເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນເປັນຕົ້ນມາ.


ອີງຕາມຂໍ້ມູນເບື້ອງຕົ້ນ:ການຫຼອນໂຈມຕີທາງອາກາດຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ1ຄົນແລະບາດເຈັບ1ຄົນ.ຍົນບໍ່ມີຄົນຂັບ40ກວ່າລຳຂອງຣັດເຊຍຖືກກອງປ້ອງກັນໄພທາງອາກາດຂອງນະຄອນຫຼວງກີແອຟຍິງຕົກລົງສູ່ພື້ນດິນ,ຊາກຫັກພັງຂອງຍົນໄດ້ຕົກລົງຕຳຖືກສິ່ງກໍ່ສ້າງຢູ່ຫຼາຍເຂດຂອງນະຄອນຫຼວງກີແອຟ ແລະເກີດໄຟລຸກໄໝ້.


ກອງທະຫານອາກາດຂອງອູແກຣນໄດ້ແຈ້ງຂ່າວໃຫ້ຮູ້ໃນມື້ດຽວກັນວ່າ: ຝ່າຍຣັດເຊຍໄດ້ຫຼອນໂຈມຕີອູແກຣນຈາກຫຼາຍທິດດ້ວຍຍົນບໍ່ມີຄົນຂັບ 54 ລຳ.