ທ່ານສີຈິ້ນຜິງສົ່ງສານຊົມເຊີຍທ່ານເອີໂດກັນໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຕູຣາເຄຍ

2023-05-30 14:41:34 cri

   ວັນທີ29ພຶດສະພານີ້,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍປຍັງທ່ານເຣເຊບ ໄຕຢິບ ເອີໂດກັນ ເພື່ອຊົມເຊີຍທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດຕູຣາເຄຍອີກສະໄໝໜຶ່ງ.


   ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງຊີ້ອອກວ່າ: ຈີນແລະຕູຣາເຄຍລ້ວນແຕ່ແມ່ນປະເທດໃຫຍ່ທີ່ພວມພັດທະນາແລະປະເທດຕະຫຼາດຈະເລີນໃໝ່,ມີຜົນປະໂຫຍດຮ່ວມທີ່ກວ້າງຂວາງ. ໃນຫຼາຍປີມໍ່ໆມານີ້,ສາຍພົວພັນຄູ່ຮ່ວມມືຍຸດທະສາດຈີນ-ຕູຣາເຄຍໄດ້ຮັກສາທ່ວງທ່າທີ່ຂະຫຍາຍຕົວກ້າວຍໄປຂ້າງໜ້າ,ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆໄດ້ຮັບຄວາມຄືບໜ້າທີ່ຕັ້ງໜ້າ. ຂ້າພະເຈົ້າໃຫ້ຄວາມສຳຄັນຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ຕູຣາເຄຍ,ຍິນດີຮ່ວມກັບທ່ານປະທານາທິບໍດີເອີໂດກັນພ້ອມກັນພະຍາຍາມ,ທຳຄວາມເຂົ້າໃຈແລະສະໜັບສະໜູນເຊິ່ງກັນແລະກັນໃນດ້ານຜົນປະໂຫຍດແກນກາງຂອງກັນແລະບັນຫາສຳຄັນທີ່ມີຄວາມສົນໃຈຮ່ວມກັນ,ຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຈີນ-ຕູຣາເຄຍຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງ.