ການສຳຫຼວດຄວາມຄິດເຫັນຂອງ CGTN ສຸມໃສ່ກຸ່ມນາໂຕເຂົ້າມາຫຍຸ້ງກ່ຽວຢູ່ອາຊີ-ປາຊິຟິກຜູ້ໃຫ້ການສຳພາດຫຼາຍກວ່າ 70% ແມ່ນຄັດຄ້ານຢ່າງເດັດຂາດ

2023-05-30 10:38:15 CRI


     ຫວ່າງມໍ່ໆມານີ້, ທ່ານຟຸມິໂອ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນກ່າວວ່າ:ກຸ່ມນາໂຕມີແຜນຈະສ້າງຕັ້ງຫ້ອງການຕິດຕໍ່ພົວພັນຢູ່ຍີ່ປຸ່ນ. ຂ່າວນີ້ໄດ້ເຮັດໃຫ້ປະຊາຄົມໂລກ ໂດຍສະເພາະແມ່ນປະເທດຢູ່ພາກພື້ນອາຊີ-ປາຊິຟິກຕິດຕາມຢ່າງຕໍ່ເນື່ອງ. CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການສຳຫຼວດຄວາມຄິດເຫັນຜ່ານມາອອນລາຍໃນທົ່ວໂລກຢູ່ເວທີພາສາອັງກິດ, ພາສາແອດສະປາຍ,ພາສາຝຣັ່ງ, ພາສາອາຣັບ ແລະ ພາສາຣັດເຊຍ. ກ່ຽວກັບຄຳຖາມ “ທ່ານເຫັນດີໃຫ້ກຸ່ມນາໂຕສ້າງຕັ້ງຫ້ອງການຕິດຕໍ່ພົວພັນຢູ່ຍີ່ປຸ່ນຫຼືບໍ່?”, ຢູ່ເວທີ 5 ພາສາດັ່ງກ່າວ, ຜູ້ໃຫ້ສຳພາດເລືອກ “ຄັດຄ້ານຢ່າງເດັດຂາດ” ພາຍໃນ 24 ຊົ່ວໂມງແມ່ນສູງເຖິງ 71,1%, ຜູ້ໃຫ້ສຳພາດເລືອກ “ສະໜັບສະໜູນ” ກວມພຽງແຕ່28,9% ເທົ່ານັ້ນ.


 

    ໃນການສຳຫຼວດເທື່ອນີ້, ຜູ້ໃຫ້ການສຳພາດຫຼາຍກວ່າ 90% ກ່າວວ່າ: ການກະທຳຂອງກຸ່ມນາໂຕທີ່ມີເຈຕະນາແຜ່ຂະຫຍາຍອິດທິພົນໄປສູ່ພາກພື້ນອາຊີ-ປາຊິຟິກເປັນເລື່ອງທີ່ຕ້ອງລະມັດລະວັງຫຼາຍ, ຜູ້ໃຫ້ສຳພາດ 84,6% ເຫັນວ່າ: ສິ່ງນີ້ຍ່ອມຈະທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນອາຊີ-ປາຊິຟິກ, ຜູ້ໃຫ້ສຳພາດ 92% ມີຄວາມເປັນຫ່ວງຕໍ່ການກະທຳນີ້ຈະເຮັດໃຫ້ການແຂ່ງຂັນດ້ານກຳລັງອາວຸດຢູ່ພາກພື້ນອາຊີ-ປາຊິຟິກຍົກລະດັບສູງຂຶ້ນ ແລະ ເຮັດໃຫ້ສະພາບການຢູ່ພາກພື້ນເຄັ່ງຕຶງຂຶ້ນຕື່ມອີກ.