ອົງການສະຫະປະຊາຊາດຍົກລະດັບບັນຫາສະບຽງອາຫານຂອງ 4 ປະເທດ ເຊັ່ນ: ຊູດັງ ແລະອື່ນໆເຖິງລະດັບສູງສຸດ

2023-05-30 11:28:32 cri

 

ວັນທີ 29 ພຶດສະພານີ້, ອົງການອາຫານ ແລະການກະເສດຂອງສະຫະປະຊາຊາດ ຫຼືFAO ແລະໂຄງການອາຫານໂລກ ຫຼືWFPໄດ້ປະກາດບົດລາຍງານຮ່ວມກັນວ່າ: ປະເທດຊູດັງ, ໄຮຕີ, ບວກກີນາຟາໂຊ ແລະມາລີໄດ້ກາຍເປັນປະເທດທີ່ບໍ່ມີຄວາມໝັ້ນຄົງດ້ານສະບຽງອາຫານຮ້າຍແຮງທີ່ສຸດຢູ່ໃນໂລກ, ລະດັບເຕືອນໄພບັນຫາສະບຽງອາຫານຂອງ 4 ປະເທດນີ້ໄດ້ຍົກສູງຂຶ້ນເຖິງລະດັບສູງສຸດ, ຕ້ອງການໃຫ້ປະຊາຄົມໂລກນຳໃຊ້ການກະທຳຕົວຈິງຢ່າງຮີບດ່ວນ.

 

ບົດລາຍງານດັ່ງກ່າວຍັງກ່າວເຕືອນວ່າ: ອັຟການິສຖານ, ນິເຊຣີ, ໂຊມາລີ, ຊູດັງໃຕ້ ແລະເຢເມນຍັງຢູ່ໃນລະດັບເຕືອນໄພດ້ານສະບຽງອາຫານສູງສຸດ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ