ການຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວ-16 ໄດ້ສຳເລັດຜົນຢ່າງຈົບງາມ

2023-05-30 11:21:43 cri

 

ຕາມຂ່າວຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນ, ໃນເວລາ 9 ໂມງ 31 ນາທີຂອງວັນທີ 30 ພຶດສະພານີ້, ຈະຫຼວດບັນທຸກຍານອະວະກາດບັນທຸກຄົນເຊີນໂຈ່ວ-16 ໄດ້ຍິງຈາກສູນສົ່ງດາວທຽມຈີວຊວນ, ຍານອະວະກາດບັນທຸກຄົນເຊີນໂຈ່ວ-16 ໄດ້ແຍກຕົວອອກຈາກຈະຫຼວດຢ່າງຈົບງາມ ແລະເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ລ່ວງໜ້າ, ນັກບິນອະວະກາດຢູ່ໃນສະພາບປົກກະຕິດີ, ການຍິງສົ່ງຄັ້ງນີ້ໄດ້ສຳເລັດຜົນຢ່າງຈົບງາມ.

 

ພາລະກິດເທື່ອນີ້ແມ່ນໜ້າທີ່ການບິນບັນທຸກຄົນເທື່ອທຳອິດຂອງໂຄງການການບິນອະວະກາດບັນທຸກຄົນຂອງຈີນເຂົ້າໄປຂັ້ນຕອນການນຳໃຊ້ ແລະການພັດທະນາສະຖານີອະວະກາດ, ແມ່ນການບິນເທື່ອທີ 475 ຂອງຈະຫຼວດຂົນສົ່ງລະບົບຊາງເຈິ່ງ ຫຼືCZ.