ໂຄສົກກະຊວງການຕ່າງປະເທດຈີນແນະນຳສະພາບທີ່ຜູ້ຕາງໜ້າພິເສດກ່ຽວກັບວຽກງານເອີຣົບແລະອາຊີຂອງລັດຖະບານຈີນໄປຢ້ຽມຢາມອູແກຣນແລະປະເທດອື່ນໆ

2023-05-30 15:08:48 cri


   ວັນທີ29ພຶດສະພານີ້,ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບທີ່ທ່ານຫຼີຮຸ່ຍ ຜູ້ຕາງໜ້າພິເສດກ່ຽວກັບວຽກງານເອີຣົບແລະອາຊີຂອງລັດຖະບານຈີນໄປຢ້ຽມຢາມອູແກຣນແລະປະເທດອື່ນໆຕາມຄຳຖາມໃນກອງປະຊຸມຖະແຫຼງຂ່າວ.


   ທ່ານນາງເມົານີງກ່າວວ່າ:ລະຫວ່າງແຕ່ວັນທີ16-26ພຶດສະພານີ້, ທ່ານຫຼີຮຸ່ຍ ຜູ້ຕາງໜ້າພິເສດກ່ຽວກັບວຽກງານເອີຣົບແລະອາຊີຂອງລັດຖະບານຈີນໄດ້ໄປຢ້ຽມຢາມອູແກຣນ,ໂປໂລຍ,ຝຣັ່ງ, ເຢຍລະມັນ,ສຳນັກງານໃຫຍ່ຂອງສະຫະພາບເອີຣົບແລະຣັດເຊຍໂດຍໄດ້ທຳຄວາມເຂົ້າໃຈແລະແລກປ່ຽນກັນຢ່າງກວ້າງຂວາງກັບບັນດາຝ່າຍກ່ຽວກັບການແກ້ໄຂວິກິດການອູແກຣນທາງການເມືອງ,ບັນລະຍາຍຫຼັກໝັ້ນແລະຄວາມເຫັນຂອງຝ່າຍຈີນ,ຮັບຟັງຄວາມເຫັນແລະຂໍ້ສະເໜີຂອງຝ່າຍຕ່າງໆ,ເພື່ອເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຍິ່ງຫຼາຍຈາກສາກົນ. ບັນດາຝ່າຍໄດ້ໃຫ້ຄວາມສຳຄັນໃນລະດັບສູງຕໍ່ການຢ້ຽມຢາມຂອງທ່ານຫຼີຮຸ່ຍ ຜູ້ຕາງໜ້າພິເສດຂອງລັດຖະບານຈີນໃນຄັ້ງນີ້,ໄດ້ໃຫ້ຄວາມຢືນຢັນຢ່າງເຕັມທີ່ຕໍ່ຈີນທີ່ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການເຊີນຊວນໃຫ້ສຸມໃສ່ສັນຕິພາບແລະຊຸກຍູ້ການເຈລະຈາກັນ, ຍ້ອງຍໍຈີນທີ່ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບອະທິປະໄຕ,ຜືນແຜ່ນດິນອັນຄົບຖ້ວນແລະປະຕິບັດຕາມຈຸດປະສົງແລະຫຼັກການຂອງກົດບັດອົງການສະຫະປະຊາຊາດ,ຄອງຄອຍຈີນຈະເສີມຂະຫຍາຍອິດທິພົນລັກສະນະສ້າງສັນຕໍ່ໄປ.