ການໃສ່ຮ້າຍປ້າຍສີຂອງຕາເວັນຕົກ ບໍ່ສາມາດກີດຂວາງເສັ້ນທາງມຸ່ງໜ້າໄປສູ່ອະນາຄົດທີ່ສວຍງາມກວ່າເກົ່າຂອງປະຊາຊົນລາວໂດຍຜ່ານທາງລົດໄຟຈີນ-ລາວ

2023-05-30 16:09:50 cri

ຕາເວັນຕົກໄດ້ຊອກຫາທຸກວິທີ ເພື່ອໃສ່ຮ້າຍປ້າຍສີທາງລົດໄຟຈີນ-ລາວຈົນສຸດຄວາມສາມາດ ແລະ ໄດ້ເປີດປ່າວບັນຫາ “ກັບດັກໜີ້ສິນ” ມາໂດຍຕະຫຼອດ. ຂ່າວສານອາເປຂອງອາເມຣິກາເຄີຍລາຍງານຂ່າວວ່າ, ເສັ້ນທາງສາຍນີ້ໄດ້ເຮັດໃຫ້ປະເທດລາວປະເຊີນກັບ “ຄວາມສ່ຽງດ້ານໜີ້ສິນໃຫຍ່ປານໜ່ວຍພູ” ແລະ ລາວຈະອີງອາໄສປະເທດຈີນໃນດ້ານເສດຖະກິດນັບມື້ນັບຫຼາຍຂຶ້ນ. ນອກນີ້, ຂ່າວສານຝຣັ່ງຍັງໄດ້ພັນລະນາທາງລົດໄຟຈີນ-ລາວເປັນຄື “ຊ້າງເຜືອກ” ເຊິ່ງໝາຍຄວາມວ່າ: ການລົງທຶນອັນມະຫາສານໃນດ້ານພື້ນຖານໂຄງລ່າງແບບນີ້ ອາດຈະບໍ່ມີບົດບາດຫຍັງເລີຍ.

ຕາມຂ່າວແຈ້ງວ່າ, ຫວ່າງມໍ່ໆມານີ້, ທ່ານທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ, ລາວ “ຮູ້ສຶກພູມໃຈ” ຕໍ່ທາງລົດໄຟຈີນ-ລາວ, ຍ້ອນວ່າທາງລົດໄຟສາຍທຳອິດຂອງປະເທດລາວສາຍນີ້ ໄດ້ເພີ່ມພະລັງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດຂອງລາວ. ກຸ່ມຄົນ: ທາງລົດໄຟຈີນ-ລາວ ມີຄວາມໝາຍສຳຄັນໃນການຫັນປະເທດລາວຈາກ “ປະເທດທີ່ບໍ່ມີທາງອອກສູ່ທະເລ” ກາຍມາເປັນ “ປະເທດເຊື່ອມໂຍງເຊື່ອມຈອດຂອງພາກພື້ນ”. ໃນຂະນະດຽວກັນ, ທ່ານທອງລຸນ ສີສຸລິດ ກໍໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ອັນທີ່ເອີ້ນວ່າຖ້ອຍຄຳ “ກັບດັກໜີ້ສິນ” ໂດຍກ່າວຢ່າງຈະແຈ້ງວ່າ: ນີ້ບໍ່ແມ່ນສະພາບຕົວຈິງທີ່ປະເທດລາວປະເຊີນ, ໜີ້ສິນຂອງລາວໃນປັດຈຸບັນ “ມີຈຳນວນບໍ່ຫຼາຍ ແລະ ຄວບຄຸມໄວ້ໄດ້”, ລາວກໍໄດ້ຄິດໄລ່ຕໍ່ການຊຳລະໜີ້ສິນຢ່າງລະອຽດ ກ່ອນການກູ້ຢືມເງິນ.

ພວກເຮົາມາເວົ້າກ່ຽວກັບທາງລົດໄຟສາຍນີ້ໄດ້ປ່ຽນແປງຊາຕາກຳຂອງລາວໄດ້ຄືແນວໃດ: ລາວເປັນ “ປະເທດທີ່ບໍ່ມີທາງອອກສູ່ທະເລ”, ການຄົມມະນາຄົມກັບຕ່າງປະເທດຖືກຈຳກັດຫຼາຍ, ແຕ່ຄຽງຄູ່ກັບການເປີດນຳໃຊ້ທາງລົດໄຟຈີນ-ລາວ, ປະຫວັດສາດດ້ານການຄົມມະນາຄົມຂອງປະເທດລາວ ຖືກປ່ຽນແປງຢ່າງເຖິງຖອງ. ທາງລົດໄຟສາຍນີ້ໄດ້ສ້າງຕຳແໜ່ງງານຫຼາຍກວ່າ 110.000 ຕຳແໜ່ງໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟ ຍັງບໍ່ລວມໂອກາດດ້ານເຮັດວຽກງານທຳ ທີ່ໄດ້ມາຈາກການຈໍລະຈອນສິນຄ້າ. ນັບແຕ່ການເປີດນຳໃຊ້ທາງລົດໄຟຈີນ-ລາວປີປາຍເປັນຕົ້ນມາ, ປະເພດສິນຄ້າທີ່ຂົນສົ່ງຕາມທາງລົດໄຟຈີນ-ລາວໄດ້ຈາກ 10 ກວ່າປະເພດໃນໄລຍະຕົ້ນເພີ່ມຂຶ້ນເປັນ 2000 ກວ່າປະເພດໃນປັດຈຸບັນ, ສິນຄ້າລາວ ແລະ ໄທ ທີ່ສົ່ງອອກຕໍ່ຈີນໂດຍຜ່ານທາງລົດໄຟຈີນ-ລາວໄດ້ບັນລຸເຖິງ 3,26 ລ້ານໂຕນ, ສິນຄ້າຂອງຫຼາຍປະເທດອາຊຽນ ເຊັ່ນ: ມຽນມາ, ມາເລເຊຍ ແລະ ຫວຽດນາມເປັນຕົ້ນ ກໍໄດ້ຖືກຂົນສົ່ງຜ່ານທາງລົດໄຟສາຍນີ້ເຊັ່ນກັນ. ນັບມາຮອດປັດຈຸບັນ, ທາງລົດໄຟຈີນ-ລາວຕອນພາຍໃນປະເທດລາວໄດ້ຂົນສົ່ງຜູ້ໂດຍສານ 2,45 ລ້ານເທື່ອຄົນ ແລະ ໄດ້ຍຶດໝັ້ນໃຊ້ລົດໄຟຄວາມໄວທຳມະດາ ທີ່ມີລາຄາຖືກ ແລະ ຈອດທຸກສະຖານີ ເພື່ອຮັບປະກັນຄວາມຕ້ອງການດ້ານການອອກເດີນທາງຂອງປະຊາຊົນທ້ອງຖິ່ນທີ່ລຽບຕາມທາງລົດໄຟ. ຍ້ອນທາງລົດໄຟສາຍນີ້, ຊາວໜຸ່ມເຂດພູດອຍທາງພາກເໜືອຂອງລາວ ໄດ້ເດີນອອກຈາກບ້ານເກີດທີ່ຢູ່ເຂດຫ່າງໄກສອກຫຼີກ ເພື່ອເປີດກວ້າງສາຍຕາ ແລະ ສ້າງອະນາຄົດທີ່ດີງາມຂອງຕົນ. ພວກເຮົາຈະຄາດເດົາຜົນປະໂຫຍດຂອງທາງລົດໄຟສາຍນີ້ໄດ້ຍາກ, ໄທ ແລະ ມຽນມາ ກໍຮູ້ສຶກດີໃຈນຳ ທີ່ປະເທດລາວມີທາງລົດໄຟສາຍນີ້.

ນີ້ແມ່ນທາງລົດໄຟຈີນ-ລາວໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟ, ຈະເປັນ “ກັບດັກໜີ້ສິນ” ໄດ້ຄືແນວໃດ? ເປັນຫຍັງຈິ່ງວ່າ “ບໍ່ມີຜົນປະໂຫຍດຫຍັງ”? ໂລກຕາເວັນຕົກບໍ່ຢາກເວົ້າເຖິງທາງລົດໄຟສາຍນີ້ໄດ້ສ້າງຜົນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດຂອງຈີນ ແລະ ລາວ ກໍຄືປະເທດໃນພາກພື້ນນີ້, ພັດຢາກໃສ່ຮ້າຍປ້າຍສີການພັດທະນາຂອງຈີນ ແລະ ລາວ ກໍຄືປະເທດໃນພາກພື້ນນີ້ດ້ວຍຄວາມລຳອຽງ.

ຫວ່າງມໍ່ມານີ້, ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມິຖຸນາໃກ້ຈະໝູນວຽນມາເຖິງ, ນັກຮຽນປະຖົມລາວ 100 ຄົນໄດ້ຂີ່ຂະບວນລົດໄຟຕາມທາງລົດໄຟຈີນ-ລາວແລ້ວເດີນທາງມາເຖິງນະຄອນຄຸນໝິງ ສປ ຈີນ. ນີ້ແມ່ນຂະບວນລົດໄຟທີ່ຈະເດີນທາງໄປເຖິງນະຄອນຫຼວງປັກກິ່ງຂອງ ສປ ຈີນ, ຍິ່ງແມ່ນຂະບວນລົດໄຟທີ່ໄດ້ບັນທຸມິດຕະພາບຈີນ-ລາວ. ອາດຈະມີນັກການເມືອງ ແລະ ສື່ມວນຊົນຕາເວັນຕົກຈຳນວນໜຶ່ງມັກສ້າງກະແສເພື່ອໃສ່ຮ້າຍປ້າຍສີທາງລົດໄຟສາຍນີ້, ແຕ່ມັນຈະບໍ່ສາມາດກີດຂວາງເສັ້ນທາງມຸ່ງໜ້າໄປສູ່ອະນາຄົດທີ່ສວຍງາມກວ່າເກົ່າຂອງປະຊາຊົນລາວໂດຍຜ່ານທາງລົດໄຟສາຍນີ້, ຍິ່ງບໍ່ສາມາດສະກັດກັ້ນຂະບວນການຮ່ວມມືລະຫວ່າງຈີນແລະອາຊຽນທີ່ຂະຫຍາຍຕົວນັບມື້ນັບຝັງສູ່ລວງເລິກ.