ຍານອະວະກາດບັນທຸກຄົນເຊີນໂຈ່ວ-16ເຊື່ອມຈອດກັນກັບສະຖານີອະວະກາດຢ່າງສຳເລັດຜົນ

2023-05-31 11:40:06 cri


   ຕາມຂ່າວຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນໃຫ້ຮູ້ວ່າ:ຫຼັງຈາກຍານອະວະກາດບັນທຸກຄົນແລະສະຖານີອະວະກາດສຳເລັດການເຊື່ອມຈອດກັນໂດຍອັດຕະໂນມັດແລະວ່ອງໄວແລ້ວ,ໃນເວລາ18ໂມງ22ນາທີຂອງວັນທີ 30 ພຶດສະພານີ້,ຈຸບິນອະວະກາດໃນຍານອະວະກາດເຊີນໂຈ່ວ(ແປວ່າເຮືອເທວາດາ)-15ທີ່ຄອງຄອຍມາດົນໄດ້ເປີດປະຕູຍານຢ່າງສະດວກ ເພື່ອຕ້ອນຮັບຈຸບິນອະວະກາດໃນຍານອະວະກາດເຊີນໂຈ່ວ-16ເຂົ້າປະຈຳຢູ່ສະຖານີອະວະກາດທ່ຽນກົ່ງ(ແປວ່າພະລາຊະວັງເທິງຟ້າ).ຕໍ່ມາ,ຈຸບິນອະວະກາດທັງສອງໄດ້ຖ່າຍຮູບຮ່ວມເພື່ອລາຍງານສະພາບຄວາມປອດໄພໃຫ້ແກ່ປະຊາຊົນໃນທົ່ວປະເທດ.


   ອີກບໍ່ດົນ, ຈຸບິນອະວະກາດທັງສອງຈຸຈະທຳການຜັດປ່ຽນກັນຢູ່ໃນວົງໂຄຈອນຂອງສະຖານີອະວະກາດ. ໃນໄລຍະນີ້, ນັກບິນອະວະກາດ 6 ຄົນຈະເຮັດວຽກແລະດຳລົງຊີວິດຮ່ວມກັນຢູ່ໃນຍານອະວະກາດອີກປະມານ5ວັນ ເພື່ອສຳເລັດວຽກງານຕ່າງໆທີ່ກຳນົດໄວ້ກ່ອນ.