ທ່ານສີຈິ້ນຜິງຕອບຈົດໝາຍເຖິງເດັກນ້ອຍບັງກະລາເດັດ

2023-05-31 16:38:15 cri

ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍເຖິງນາງ ອະລິຟາ ຈີນ ເດັກນ້ອຍບັງກະລາເດັດ, ໃຫ້ກຳລັງໃຈເຫນາງໃນການຮຽນຮູ້ ແລະໄປຕາມຄວາມຝັນ, ສືບທອດໄມຕີຈິດມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ບັງກະລາເດັດ.

 

ທ່ານສີຈິ້ນຜິງກ່າວວ່າ: ປະສົບການຂອງນາງຈີນທີ່ໄດ້ເວົ້າເຖິງໃນຈົດໝາຍແມ່ນຮູບພາບແບບຊີວິດຊີວາຂອງໄມຕີຈິດມິດຕະພາບຈີນ-ບັງກະລາເທດ. ເມື່ອວັນເດັກນ້ອຍສາກົນ “1 ມິຖຸນາ” ໃກ້ຈະມາເຖິງນີ້, ອວຍພອນໃຫ້ນາງຈີນມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະມີຄວາມກ້າວໜ້າດ້ານການຮຽນ.

 

ເມື່ອນາງອະລິຟາ ຈີນເກີດໃນປີ 2010, ແມ່ລາວທົນທຸກຍ້ອນພະຍາດຫົວໃຈຢ່າງຮ້າຍແຮງ, ເກືອບຈະເສຍຊີວິດ. ໃນເວລານັ້ນ, ເຮືອການແພດ “ກຳປັ່ນສັນຕິພາບ” ຂອງກອງທັບເຮືອຈີນທີ່ພວມຢ້ຽມຢາມທ່າເຮືອຊາໂຕກຣາມບັງກະລາເດັດໄດ້ຮັບການຮ້ອງຂໍຄວາມຊ່ວຍເຫຼືອ, ແລ້ວກໍສົ່ງທ່ານໝໍທະຫານໄປໂຮງໝໍທ້ອງຖິ່ນຢ່າງທັນການ, ດຳເນີນການຜ່າຕັດເກີດລູກ, ໃນທີ່ສຸດແມ່ ແລະລູກສາວກໍມີຄວາມປອດໄພ. ເພື່ອສະແດງຄວາມຂອບໃຈ, ພໍ່ຂອງລາວໄດ້ຕັ້ງຊື່ໃຫ້ລາວວ່າ “ຈີນ”.