ຣັດເຊຍຈະໃຊ້ມາດຕະການຕອບໂຕ້ຕໍ່ເຫດການຫຼອນໂຈມຕີດ້ວຍຍົນບໍ່ມີຄົນຂັບທີ່ແນໃສ່ມົສກູ

2023-05-31 11:33:43 cri


   ວັນທີ30ພຶດສະພານີ້, ທ່ານວາລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍໄດ້ໃຫ້ສຳພາດແລະຢັ້ງຢືນວ່າ: ຣັດເຊຍໄດ້ທຳການໂຈມຕີຕໍ່ກອງບັນຊາການຂ່າວກອງການທະຫານອູແກຣນ.


   ໃນເວລາກ່າວເຖິງເລື່ອງຍົນບໍ່ມີຄົນຂັບຫຼອນໂຈມຕີນະຄອນຫຼວງມົສກູ,ທ່ານປູຕີນກ່າວວ່າ: ລະບົບປ້ອງກັນຄວາມໝັ້ນຄົງທາງອາກາດຂອງຣັດເຊຍໄດ້ເຮັດວຽກຢ່າງເປັນປົກກະຕິ,ເຖິງວ່າຍັງມີບ່ອນທີ່ຕ້ອງການປັບປຸງກໍຕາມ.ເຈົ້າໜ້າທີ່ກີແອຟໄດ້ເລືອກເສັ້ນທາງຂົ່ມຂູ່ປະຊາຊົນຣັດເຊຍ, ນີ້ແມ່ນການເຄື່ອນໄຫວກໍ່ການຮ້າຍທີ່ເດັ່ນຊັດ. ຕໍ່ກັບການທ້າທາຍເກາະຜິດຂອງກີແອຟ,ຣັດເຊຍຈະໃຊ້ມາດຕະການຕອບໂຕ້.


   ມື້ດຽວກັນ ທ່ານມີໄຄໂລ ໂປໂດລິຢັກ ທີ່ເປິກສາຫ້ອງການປະທານາທິບໍດີອູແກຣນກ່າວວ່າ: ອູແກຣນບໍ່ມີສ່ວນກ່ຽວຂ້ອງໂດຍກົງກັບເຫດການຫຼອນໂຈມຕີມົສກູດ້ວຍຍົນບໍ່ມີຄົນຂັບ ທີ່ເກີດຂຶ້ນໃນມື້ດຽວກັນ.