ຈີນຍິນດີຕ້ອນຮັບບຸກຄົນວົງການອຸດສາຫະກຳການຄ້າປະເທດຕ່າງໆ ເຊິ່ງລວມທັງທ່ານອີລອນ ມັສຢ້ຽມຢາມຈີນ

2023-05-31 10:56:44 CRI


     ກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 30 ພຶດສະພານີ້. ກ່ຽວກັບທ່ານອີລອນ ມັສຈະຢ້ຽມຢາມຈີນ, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດກ່າວວ່າ: ຍານໃດຈີນຍິນດີຕ້ອນຮັບບຸກຄົນວົງການອຸດສາຫະກຳການຄ້າປະເທດຕ່າງໆ ເຊິ່ງລວມທັງທ່ານອີລອນ ມັສຢ້ຽມຢາມຈີນເພື່ອຊອກຮູ້ປະເທດຈີນໃຫ້ດີກວ່າເກົ່າ ແລະ ຊຸກຍູ້ການຮ່ວມມືແບບຕ່າງຝ່າຍໄດ້ຮັບຜົນປະໂຫຍດ. ຈີນກໍ່ເດັດດ່ຽວຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ, ສຸມໃສ່ສ້າງສະພາບແວດລ້ອມທາງການຄ້າແບບຕະຫຼາດ, ປົກຄອງດ້ວຍກົດໝາຍ ແລະ ແບບສາກົນ. ພວກເຮົາຮູ້ສຶກດີໃຈທີ່ໄດ້ເຫັນວິສາຫະກິດທຶນຕ່າງປະເທດລົງທຶນຢູ່ຈີນເພື່ອດຳເນີນທຸລະກິດ, ພັດທະນາຕະຫຼາດຈີນຢ່າງເລິກເຊິ່ງ ແລະ ພ້ອມກັນຊົມໃຊ້ໂອກາດການພັດທະນາ.