“ວິກິດການໜີ້ສິນອາເມຣິກາ” ທີ່ເກີດຂຶ້ນເທື່ອແລ້ວເທື່ອອີກ ເຮັດໃຫ້ “ການບໍ່ໃຊ້ເງິນໂດລາໃນການຊຳລະ” ກາຍເປັນທ່າອ່ຽງທີ່ແນ່ນອນ

2023-05-31 16:18:15 cri

ຜ່ານການເຈລະຈາທີ່ຍືດເຍື້ອເປັນເວລາຫຼາຍອາທິດ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ແລະທ່ານເກວີນ ເມັກກາທີ ປະທານສະມາຕ່ຳອາເມຣິກາທີ່ເປັນຊາວພັກຣີພັບບລີກັນ ໄດ້ບັນລຸສັນຍາກ່ຽວກັບການຍົກເພດານໜີ້ສິນໃນຕອນຄ່ຳວັນທີ 28 ພຶດສະພານີ້ ເພື່ອຫຼີກເວັ້ນບໍ່ໃຫ້ລະເມີດສັນຍາການຊຳລະໜີ້. ໃນຫຼາຍປີຜ່ານມາ, ວິກິດການ “ເພດານໜີ້ສິນ” ທີ່ເກີດຂຶ້ນເທື່ອແລ້ວເທື່ອອີກບໍ່ພຽງແຕ່ໄດ້ສ້າງຜົນກະທົບຢ່າງຮ້າຍແຮງທີ່ສຸດຕໍ່ເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາເທົ່ານັ້ນ, ຍັງໄດ້ສ້າງຄວາມເສື່ອມເສຍໃຫ້ແກ່ສິນເຊື່ອຂອງລັດຖະບານອາເມຣິກາ ແລະມູນຄ່າຊັບສິນຂອງເງິນໂດລາ ເຊັ່ນ: ໜີ້ສິນ ເປັນຕົ້ນ ແລະສ້າງຄວາມສ່ຽງທີ່ໜັກໜ່ວງໃຫ້ກັບຄວາມໝັ້ນຄົງຂອງເສດຖະກິດໂລກ. “ການບໍ່ໃຊ້ເງິນໂດລາໃນການຊຳລະ” ໄດ້ກາຍເປັນທ່າອ່ຽງໃຫຍ່ທີ່ກຳລັງເປັນໄປໃນຂອບເຂດທົ່ວໂລກແລ້ວ.

ເປັນໄລຍະດົນນານມາແລ້ວ, ອາເມຣິກາໄດ້ຢືມເງິນຕາມລຳພັງໃຈໂດຍອາໄສສິດເຈົ້າອຳນາດຂອງເງິນໂດລາ, ພ້ອມທັງໄດ້ຍົກເພດານໜີ້ສິນເປັນເວລາຫຼາຍກວ່າ 100 ເທື່ອ. ໂດຍສະເພາະໃນ 2 ປີທີ່ຜ່ານມາ, ອັດຕາການເຕີບໂຕຂອງໜີ້ສິນ ແລະຄວາມໄວການເຕີບໂຕຂອງເພດານໜີ້ສິນອາເມຣິກາ ຕ່າງກໍໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ. ພ້ອມກັນນັ້ນ, ໂດຍອາໄສສິດເຈົ້າອຳນາດທີ່ສ້າງຕັ້ງຂຶ້ນຫຼັງສົງຄາມໂລກຄັ້ງທີ 2, ເງິນໂດລາໄດ້ກາຍເປັນເຄື່ອງມືຂອງອາເມຣິກາໃນການບັງຄັບນາບຄູ່ທາງດ້ານການເມືອງ. ໂດຍສວຍໃຊ້ເຄື່ອງມືດັ່ງກ່າວ, ອາເມຣິກາບໍ່ພຽງແຕ່ສາມາດຍົກເອົາຄວາມສ່ຽງຂອງຕົນໄປໃສ່ປະເທດອື່ນ ແລະຍຶດເອົາຊັບສົມບັດທົ່ວໂລກໂດຍຜ່ານການຫຼຸດ ແລະເພີ່ມອັດຕາດອກເບ້ຍເທົ່ານັ້ນ, ຍັງສາມາດປະຕິບັດການລົງໂທດພຽງແຕ່ຝ່າຍດຽວຕໍ່ປະເທດອື່ນຕາມລຳພັງໃຈອີກດ້ວຍ. ກ່ອນໜ້ານີ້, ອາເມຣິກາໄດ້ໄລ່ອີຣານ ແລະຣັດເຊຍອອກຈາກລະບົບຊຳລະຂອງສະມາຄົມໂທລະຄົມທາງການເງິນລະຫວ່າງທະນາຄານທົ່ວໂລກ ຫຼື SWIFT ທີ່ນຳພາໂດຍອາເມຣິການັ້ນ ກໍເປັນ “ຕົວຢ່າງທີ່ມີຊີວິດຊີວາ” ທີ່ອາເມຣິການຳໃຊ້ສິດເຈົ້າອຳນາດຂອງເງິນໂດລາເພື່ອປະຕິບັດການລົງໂທດພຽງແຕ່ຝ່າຍດຽວ. ປັດຈຸບັນ, ການລົງໂທດພຽງແຕ່ຝ່າຍດຽວຂອງອາເມຣິກາໄດ້ສົ່ງຜົນກະທົບເຖິງ 29% ຂອງເສດຖະກິດໂລກ.

ການສະສົມໜີ້ສິນຫຼາຍຮອບຕິດຕໍ່ກັນ ໄດ້ເຮັດໃຫ້ຖານະທີ່ເປັນ “ເຈົ້າອຳນາດ” ຂອງເງິນໂດລາສູນເສຍໄປ, “ການບໍ່ໃຊ້ເງິນໂດລາໃນການຊຳລະ” ໄດ້ກາຍເປັນທ່າອ່ຽງໃຫຍ່ທີ່ກຳລັງເປັນໄປ. ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ: ອັດຕາຂອງເງິນໂດລາທີ່ກວມເອົາຄັງສຳຮອງເງິນຕາຕ່າງປະເທດທົ່ວໂລກໄດ້ຫຼຸດລົງຈາກ 73% ໃນປີ 2001 ມາເປັນ 58% ໃນປີ 2023. ສ່ວນການລົງໂທດພຽງແຕ່ຝ່າຍດຽວຕໍ່ປະເທດອື່ນຂອງອາເມຣິກາ ກໍໄດ້ເຮັດໃຫ້ຫຼາຍປະເທດໃນໂລກເກີດມີຄວາມບໍ່ພໍໃຈ. ຫຼາຍປະເທດເຊິ່ງລວມທັງປະເທດພັນທະມິດຈຳນວນໜຶ່ງຂອງອາເມຣິກາ ພາກັນຊອກຄົ້ນຫາຊ່ອງທາງ “ບໍ່ໃຊ້ເງິນໂດລາໃນການຊຳລະ” ຢ່າງຕັ້ງໜ້າ ໂດຍຜ່ານວິທີຕ່າງໆ ເຊັ່ນ: ການຫຼຸດການຖືພັນທະບັດອາເມຣິກາ, ການຊຸກຍູ້ສັນຍາການແລກປ່ຽນເງິນຕາສອງຝ່າຍ, ການຖືຊັບສິນເງິນຕາຕ່າງປະເທດຫຼາຍປະເພດ ແລະອື່ນໆ. ໃນກອງປະຊຸມສຸດຍອດຄັ້ງທີ 51 ຂອງສະຫະພາບການຊຳລະສະສາງອາຊີ ຫຼື ACU ທີ່ຫາກໍສຳເລັດລົງຢູ່ອີຣານ, ຜູ້ວ່າການທະນາຄານກາງຂອງ 9 ປະເທດສະມາຊິກ ACU ເຊັ່ນ: ອີຣານ, ອິນເດຍ, ປາກິດສະຖານ ແລະອື່ນໆ ພ້ອມດ້ວຍຣັດເຊຍ, ເບລາຣູຊີ, ອັຟການິສະຖານ ໄດ້ຕັ້ງໜ້າຄົ້ນຄວ້າເປິກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການນຳໃຊ້ເງິນຕາຂອງປະເທດຕົນໃນການຊຳລະການຄ້າສາກົນ, ພ້ອມທັງໄດ້ວາງແຜນຈະສ້າງລະບົບຊຳລະຂ້າມຊາດໃໝ່ທີ່ສາມາດປ່ຽນແທນລະບົບ SWIFT ໄດ້ພາຍໃນໜຶ່ງເດືອນ.

    ນັກວິເຄາະຊີ້ອອກວ່າ: ເຖິງວ່າທ່ານໂຈ ໄບເດັນ ແລະທ່ານເກວີນ ເມັກກາທີ ໄດ້ບັນລຸສັນຍາກ່ຽວກັບບັນຫາເພດານໜີ້ສິນເປັນການຊົ່ວຄາວກໍຕາມ, ແຕ່ຖ້າວ່າຮູບແບບການເງິນແບບຫາຫ້າກິນສິບຂອງອາເມຣິກາບໍ່ມີການປ່ຽນແປງ, ໜີ້ສິນຂອງອາເມຣິກາກໍຈະເພີ່ມຂຶ້ນເລື້ອຍໆ ແລະໃນທີ່ສຸດຈະຕົກຢູ່ໃນສະພາບທີ່ອັນຕະລາຍທີ່ສຸດ.