ຈີນຮຽກຮ້ອງໃຫ້ປະເທດນອກພາກພື້ນຍຸດຕິການກີດຂວາງການສົນທະນາ ແລະການສ້າງຄວາມປອງດອງກັນຂອງປະເທດຕາເວັນອອກກາງ

2023-05-31 16:38:53 cri

 

ວັນທີ 30 ພຶດສະພານີ້, ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສປຊກ່າວວ່າ: ປະເທດນອກພາກພື້ນຕ້ອງເຄົາລົບຄວາມຕັ້ງໃຈຂອງປະເທດ ແລະປະຊາຊົນພາກພື້ນ, ຍຸດຕິການກີດຂວາງການສົນທະນາ ແລະການສ້າງຄວາມປອງດອງກັນຂອງປະເທດຕາເວັນອອກກາງ, ອອກແຮງສະໜອງເງື່ອນໄຂສະດວກສຳລັບການແກ້ໄຂບັນຫາຊີຣີດ້ວຍວິທີທາງການເມືອງ.

 

ທ່ານກ່າວຕື່ມວ່າ: ການລົງໂທດຝ່າຍດຽວທີ່ຜິດກົດໝາຍເປັນການສະກັດກັ້ນການຟື້ນຟູເສດຖະກິດ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນຊີຣີ, ຕ້ອງຍົກເລີກຢ່າງຮອບດ້ານໂດຍບໍ່ມີເງື່ອນໄຂຢ່າງທັນທີ.