ຈີນສຸມກຳລັງເຂົ້າໃນການສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາ ເພື່ອເປັນການຄ້ຳປະກັນທີ່ແຂງແຮງຂອງຄວາມທັນສະໄໝແບບຈີນ

2023-06-01 16:18:45 cri

ວັນທີ 29 ພຶດສະພານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງ ປະຊຸມຮ່ຳຮຽນລວມໝູ່ກ່ຽວກັບບັນຫາການສຶກສາ. ຈີນເປັນຫຍັງຈຶ່ງສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາ? ມັນມີຄວາມໝາຍຫຍັງແດ່ຕໍ່ຄວາມທັນສະໄໝແບບນີ້? ການທີ່ຈີນສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາຈະນຳເອົາແມ່ນຫຍັງແດ່ມາໃຫ້ແກ່ໂລກ? ຕໍ່ໄປຈະອະທິບາຍໃຫ້ຮູ້.



ເປັນຫຍັງຈີນຈຶ່ງສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາ?


ຕໍ່ກັບບັນຫານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເວົ້າວ່າ: “ການສຶກສາມີຄວາມຈະເລີນ, ປະເທດຊາດຈຶ່ງຈະມີຄວາມຈະເລີນ; ການສຶກສາມີຄວາມເຂັ້ມແຂງ, ປະເທດຊາດຈຶ່ງຈະມີຄວາມເຂັ້ມແຂງ.” ໃນວິທີແລະຍຸດໂທບາຍການປົກຄອງປະເທດຂອງທ່ານສີຈິ້ນຜິງ, ການສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາ ແມ່ນຍຸດທະສາດນຳໜ້າຂອງການສ້າງເປັນປະເທດທັນສະໄໝທີ່ເຂັ້ມແຂງຢ່າງຮອບດ້ານ, ແມ່ນການຄ້ຳປະກັນທີ່ສຳຄັນເພື່ອບັນລຸການສ້າງຕົນເອງໃຫ້ເຂັ້ມແຂງດ້ວຍເຕັກໂນໂລຊີທີ່ມີລະດັບສູງ, ແມ່ນວິທີທາງທີ່ມີປະສິດທິຜົນສຳລັບການຊຸກຍູ້ໃຫ້ປະຊາຊົນທົ່ວປະເທດມີຄວາມຮັ່ງມີຮ່ວມກັນ, ແມ່ນໂຄງການພື້ນຖານທີ່ຊຸກຍູ້ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບນີ້.



ຈີນຈະສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາຄືແນວໃດ?


ໃນການຈັດວາງລະບົບການສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາ, ທ່ານສີຈິ້ນຜິງໄດ້ປະຕິບັດຕາມແນວຄິດປົກຄອງປະເທດທີ່ຖືປະຊາຊົນເປັນໃຈກາງ ໂດຍໄດ້ສະເໜີໃຫ້ຈັດການສຶກສາທີ່ເຮັດໃຫ້ປະຊາຊົນພໍໃຈ, ໃຫ້ເດັກນ້ອຍທຸກຄົນສາມາດໄດ້ຮັບການສຶກສາທີ່ສະເໝີພາບ ແລະ ມີຄຸນນະພາບດີ.

ໃນມາດຕະການລະອຽດຂອງການສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາ, ທ່ານສີຈິ້ນຜິງໄດ້ຊີ້ນຳໃຫ້ເອົາການຄ້ຳປະກັນແກ່ຄວາມທັນສະໄໝແບບຈີນເປັນປະສິດທິພາບແກນກາງ, ທັງໄດ້ຊີ້ນຳລະອຽດຕໍ່ການສຶກສາຂັ້ນພື້ນຖານ, ການສຶກສາລະດັບສູງ, ສັງຄົມແບບຮ່ຳຮຽນຕະຫຼອດຊີວິດ ແລະ ການສ້າງປະເທດແບບຮ່ຳຮຽນ.

ໃນການສ້າງຄວາມທັນສະໄໝແບບນີ້, ທ່ານສີຈິ້ນຜິງສະເໜີວ່າ: ການພັດທະນາການບໍລິການດ້ວຍຄຸນນະພາບສູງແມ່ນໜ້າທີ່ສຳຄັນຂອງການສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາ. ຈີນມີຄວາມຕ້ອງການທີ່ຮີບດ່ວນໃນການປະສານສົມທົບການຊຸກຍູ້ການສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາ, ການສ້າງປະເທດທີ່ເຂັ້ມແຂງດ້ານເຕັກໂນໂລຊີ ແລະ ການສ້າງປະເທດທີ່ເຂັ້ມແຂງດ້ານບຸຄະລາກອນຢ່າງເປັນລະບົບ.



ການສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາຂອງຈີນຈະນຳເອົາແມ່ນຫຍັງແດ່ມາໃຫ້ແກ່ໂລກ?


ວັດທະນະທຳອັນເປັນມູນເຊື້ອຂອງຈີນໄດ້ສືບທອດກັນມາເປັນເວລາຫຼາຍພັນປີແລ້ວ ແລະ ຍັງມີຄວາມຈະເລີນຮຸ່ງເຮືອງຈົນມາເຖິງປັດຈຸບັນ ມີສາເຫດໜຶ່ງຄື: ມັນສາມາດຮັບເອົາແລະກວມລວມວັດທະນະທຳທີ່ມາຈາກຕ່າງປະເທດ.

ແຕກຕ່າງກັນກັບບາງປະເທດທີ່ປະຕິບັດການຈຳກັດເຕັກນິກຕໍ່ປະເທດຈີນ ແລະ ຈຳແນກເຊື້ອຊາດຜິວພັນຕໍ່ນັກສຶກສາຈີນ, ທ່ານສີຈິ້ນຜິງກ່າວວ່າ: ຈີນຈະສືບຕໍ່ປະຕິບັດຕາມທັດສະນະການພັດທະນາທີ່ເປີດປະຕູສູ່ພາຍນອກ, ອອກແຮງຊຸກຍູ້ໃຫ້ນັກສຶກສາຕ່າງປະເທດມາຮ່ຳຮຽນຢູ່ຈີນ, ພະຍາຍາມເພີ່ມທະວີການເປີດປະຕູສູ່ພາຍນອກ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືໃນວົງການວິທະຍາສາດເຕັກນິກສາກົນ ເພື່ອປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນຄວາມກ້າວໜ້າຂອງອະລິຍະທຳມວນມະນຸດ.