ທະນາຄານພັດທະນາໃໝ່: ສະໜັບສະໜູນການລົງທຶນ ແລະ ການລະດົມທຶນດ້ວຍສະກຸນເງິນຂອງປະເທດສະມາຊິກ

2023-06-01 15:45:45 cri


    ທະນາຄານພັດທະນາໃໝ່ໄດ້ຈັດກອງປະຊຸມຄະນະບໍລິຫານງານຄັ້ງທີ 8 ຢູ່ນະຄອນຊຽງໄຮ້ປະເທດຈີນໃນຫວ່າງມໍ່ໆມານີ້. ທ່ານນາງ ດິນມາ ຣູສເຊຟ ຜູ້ວ່າການທະນາຄານພັດທະນາໃໝ່ແນະນຳໃຫ້ຮູ້ວ່າ: ທະນາຄານດັ່ງກ່າວຈະສືບຕໍ່ສະໜັບສະໜູນການລົງທຶນ ແລະ ການລະດົມທຶນດ້ວຍສະກຸນເງິນຂອງປະເທດສະມາຊິກ, ຂະຫຍາຍຄູ່ຮ່ວມມືຢ່າງຕໍ່ເນື່ອງ, ສະໜັບສະໜູນການພັດທະນາຂອງກຸ່ມເສດຖະກິດຈະເລີນໃໝ່, ສົ່ງສຽງຂອງປະເທດພວມພັດທະນາໃຫ້ໄປຮອດເຂດແຄວ້ນຫຼາຍກວ່າເກົ່າ.

    ທ່ານນາງດິນມາ ຣຸສເຊຟເຫັນວ່າ: ການຂະຫຍາຍາຄູ່ຮ່ວມມື, ສະໜັບສະໜູນການລົງທຶນ ແລະ ການລະດົມທຶນດ້ວຍສະກຸນເງິນຂອງປະເທດສະມາຊິກ ແມ່ນວຽກງານຈຸດສຸມຂອງທະນາຄານທີ່ຈະພັດທະນາໃນຕໍ່ໜ້ານີ້. ທະນາຄານພັດທະນາໃໝ່ຕັ້ງເປົ້າໝາຍຮັບປະເທດສະມາຊິກຕື່ມອີກ, ສືບຕໍ່ເພີ່ມທະວີບົດບາດເປັນເວທີຮ່ວມມືຂອງກຸ່ມເສດຖະກິດຈະເລີນໃໝ່, ເພີ່ມທະວີການຮ່ວມມືດ້ານການລະດົມທຶນກັບອົງການທະນາຄານຫຼາຍຝ່າຍແຫ່ງອື່ນໆ, ທະນາຄານພັດທະນາແຫ່ງຊາດ ແລະ ອົງກອນເອກະຊົນຂອງປະເທດຕ່າງໆ.

    ທະນາຄານພັດທະນາໃໝ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຊຽງໄຮ້, ແມ່ນທະນາຄານພັດທະນາຫຼາຍຝ່າຍທີ່ປະເທດເບຣຊິນ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣີກາໃຕ້ຮ່ວມກັນສ້າງຕັ້ງຂຶ້ນໃນປີ 2015, ມີຈຸດປະສົງເພື່ອຈັດສັນຊັບພະຍາກອນໃຫ້ແກ່ໂຄງການພື້ນຖານໂຄງລ່າງ ແລະ ໂຄງການພັດທະນາແບບຍືນຍົງຂອງປະເທດພວມພັດທະນາ ແລະ ກຸ່ມເສດຖະກິດຈະເລີນໃໝ່ ເຊັ່ນ: ບັນດາປະເທດບຣິກ ແລະ ອື່ນໆ, ທັງທຳຄວາມພະຍາຍາມເຂົ້າໃນການເຕີບໂຕ ແລະ ການພັດທະນາຂອງໂລກ ໃນຖານະເປັນອົງການທະນາຄານຫຼາຍຝ່າຍ ແລະ ພາກພື້ນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ