“ເພື່ອນມິດໃຫຍ່” ກັບ ເພື່ອນມິດນ້ອຍ

2023-06-01 11:53:11 cri



   ເນື່ອງໃນໂອກາດວັນເດັກນ້ອຍສາກົນທີ1ມີຖຸນາ2023ໝູນວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປໂຮງຮຽນຢີ້ຢິ່ງປັກກິ່ງເພື່ອຢື້ຢາມຖາມຂ່າວນັກຮຽນແລະຄູອາຈານຂອງໂຮງຮຽນແຫ່ງນີ້ ພ້ອມທັງຖືໂອກາດນີ້ສົ່ງຄຳອວຍພອນອັນປະເສີດໄປເຖິງເດັກນ້ອຍເຍົາວະຊົນອັນມະຫາສານໃນທົ່ວປະເທດຈີນ.

   ເດັກນ້ອຍເຍົາວະຊົນຄືອະນາຄົດຂອງປະເທດຊາດ ແລະຄວາມຫວັງຂອງປະຊາຊາດຈີນ. ການເຕີບໃຫຍ່ຢ່າງເຂັ້ມແຂງຂອງເດັກນ້ອຍທັງຫຼາຍເປັນສິ່ງທີ່ທ່ານສີຈິ້ນຜິງມີຄວາມຫ່ວງໃຍຢູ່ໃນໃຈສະເໝີ.

   ມື້ໜຶ່ງໃນເດືອນມີນາປີ1984, ທ່ານສີຈິ້ນຜິງ ເລຂາຄະນະພັກເມືອງເຈີ້ງຕິ້ງແຂວງເຫີເປີຍໃນໃນເວລານັ້ນໄດ້ເດີນທາງໄປກວດກາເບິ່ງອາຄານຮຽນຂອງໂຮງຮຽນປະຖົມເປີຍເຈຍ.

“ເດັກນ້ອຍເຫຼົ່ານີ້ເມື່ອຮອດສະຕະວັດທີ 21 ແລ້ວຈະກາຍເປັນກຳລັງຫຼັກແຫຼ່ງໃນການສ້າງສາພັດທະນາບ້ານ, ແຕ່ດຽວນີ້ ເຂົາເຈົ້າໄດ້ເຕີບໃຫຍ່ຢູ່ໃນສະພາບແວດລ້ອມຄືແນວໃດແດ່?” ຕອນອອກຈາກໂຮງຮຽນ, ທ່ານສີຈິ້ນຜິງໄດ້ເວົ້າກັບພະນັກງານບ້ານວ່າ: “ຕ້ອງເຮັດໃຫ້ໄດ້ຄືອາຄານທີ່ດີທີ່ສຸດຢູ່ໃນບ້ານແມ່ນອາຄານໂຮງຮຽນ.”

ການຮຽນແລະຊີວິດການເປັນຢູ່ຂອງເດັກນ້ອຍທັງຫຼາຍຢູ່ເຂດທຸກຍາກແລະເຂດຖານທີ່ໝັ້ນການປະຕິວັດແມ່ນສິ່ງທີ່ທ່ານສີຈິ້ນຜິງມີຄວາມຫ່ວງໃຍຢູ່ໃນໃຈ ສະເໝີມາເຊັ່ນດຽວກັນ.



 ປີ1995, ທ່ານສີຈິ້ນຜິງ ເລຂາຄະນະພັກນະຄອນຟູໂຈ່ວແຂວງຟູຈ້ຽນໃນເວລານັ້ນໄດ້ລິເລີ່ມການເຄື່ອນໄຫວ “ວິສາຫະກິດພັນແຫ່ງສ້າງໂຮງຮຽນພັນແຫ່ງ”. ຕອນນັ້ນ, ໂຮງຮຽນປະຖົມຢາງເຈ່ຍຫຼິ້ງນະຄອນຢຽນອ່ານທີ່ປະກອບດ້ວຍເຮືອນຊັ້ນດຽວ ແລະເຮືອນຖ້ຳພຽງບໍ່ເທົ່າໃດຫ້ອງນັ້ນໄດ້ຮັບການຊ່ວຍເຫຼືອນໃນການປັບປຸງຄືນໃໝ່ ແລ້ວປ່ຽນຊື່ເປັນ ໂຮງຮຽນຄວາມຫວັງຟູໂຈ່ວຢາງເຈ່ຍຫຼິ້ງ. ທ່ານສີຈິ້ນຜິງໄດ້ສົ່ງຈົດໝາຍສອງເທື່ອແລະໄປຢ້ຽມຢາມໂຮງຮຽນແຫ່ງນັ້ນສອງເທື່ອພ້ອມທັງໄດ້ໃຫ້ຄຳຊີ້ນຳວ່າ “ການສຶກສາມີຄວາມສຳຄັນຫຼາຍ, ບັນຫາພື້ນຖານທີ່ສຸດໃນການພັດທະນາຂອງເຂດຖານທີ່ໝັ້ນການປະຕິວັດແລະເຂດທຸກຍາກຍັງຄົງຢູ່ນຳການພັດທະນາການສຶກສາໃຫ້ດີ, ບໍ່ຄວນປ່ອຍໃຫ້ເດັກນ້ອຍເສຍໂອກາດຢູ່ເສັ້ນເລີ່ມຕົ້ນ”.



  ໃນຫຼາຍປີຜ່ານມານີ້, ບໍ່ວ່າຈະມີວຽກຫຼາຍປານໃດກໍຕາມ, ທ່ານສີຈິ້ນຜິງກໍຈະຕ້ອງໄດ້ສະຫຼະເວລາເຂົ້າໄປຢູ່ທ່າມກາງເດັກນ້ອຍທັງຫຼາຍ.



ວັນທີ 31 ພຶດສະພາ2023, ທ່ານສີຈິ້ນຜິງໄດ້ຢ້ຽມຢາມໂຮງຮຽນຢີ້ຢິ່ງປັກກິ່ງ, ໃນເວລາກ່າວເຖິງເດັກນ້ອຍຈີນທີ່ດີໃນຍຸກໃໝ່, ເພິ່ນໄດ້ໃຊ້ສັບສຳນວນເຫຼົ່ານີ້ຄື: “ມີອຸດົມການ, ມີຄວາມໃຝ່ຝັນ, ຮັກການຮຽນ, ຮັກການອອກແຮງງານ, ຮູ້ບຸນຄຸນ, ຮູ້ເປັນມິດກັບຄົນອື່ນ, ກ້າປະດິດສ້າງ, ກ້າສູ້ຊົນ.” ສັບສຳນວນເຫຼົ່ານີ້ໄດ້ກວມເຖິງ4ດ້ານຄື ອຸດົມການ, ການຮ່ຳຮຽນ, ການເປັນຄົນ, ການເຮັດວຽກ ເຊິ່ງເປັນຄວາມຄອງຄອຍຂອງທ່ານສີຈິ້ນຜິງແລະກໍເປັນເປົ້າໝາຍຄວາມພະຍາຍາມສູ້ຊົນຂອງເດັກນ້ອຍທັງຫຼາຍ, ເປັນໂສມໜ້າທີ່ຄວນມີຂອງເດັກນ້ອຍທີ່ດີ, ທັງເປັນຄວາມຫວັງຂອງທ່ານສີຈິ້ນຜິງທີ່ຫວັງໃຫ້ນັກຮຽນທັງຫຼາຍຈົ່ງເໜັບກະດຸມໜ່ວຍທຳອິດໃຫ້ດີໃນຊີວິດ. ສັບສຳນວນເຫຼົ່ານີ້ບໍ່ພຽງແຕ່ເປັນເຄັດລັບທີ່ເຮັດໃຫ້ເດັກນ້ອຍເຍົາວະຊົນເຕີບໃຫຍ່ຢ່າງມີສຸຂະພາບເຂັ້ມແຂງເທົ່ານັ້ນ, ແຕ່ຍັງສາມາດປະຕິບັດໄດ້ດີກໍຈະເປັນຊັບສິນທີ່ເປັນປະໂຫຍດຕະຫຼອດຊີວິດໄດ້.