WTO: ການຄ້າສິນຄ້າທີ່ຈັບຕ້ອງໄດ້ທົ່ວໂລກໃນໄຕມາດທີ 2 ປີນີ້ອາດຈະດີຂຶ້ນ

2023-06-01 15:44:43 cri

 

    ອົງການການຄ້າໂລກ ຫຼື WTOໄດ້ເປີດເຜີຍບົດລາຍງານໃນວັນທີ 31 ພຶດສະພາຜ່ານມາໂດຍລະບຸວ່າ: ການຄ້າສິນຄ້າທີ່ຈັບຕ້ອງໄດ້ທົ່ວໂລກໃນໄຕມາດທີ 1 2023 ຍັງຊຸດໂຊມຢູ່, ສະພາບການນີ້ອາດຈະດີຂຶ້ນໃນໄຕມາດທີ 2.

    ບົດລາຍງານສະພາບການການຄ້າສິນຄ້າທີ່ຈັບຕ້ອງໄດ້ສະບັບຫຼ້າສຸດຂອງ WTO ໄດ້ລະບຸອີກວ່າ: ຕົວຊີ້ວັດຈະເລີນຂອງການຄ້າສິນຄ້າທີ່ຈັບຕ້ອງໄດ້ທົ່ວໂລກແມ່ນ 95,6%, ໄດ້ເພີ່ມຂຶ້ນເລັກໜ້ອຍເມື່ອທຽບກັບຕົວເລກທີ່ເປີດເຜີຍໃນເດືອນມີນາປີນີ້ ຄື: 92,2%.

    ບົດລາຍງານລະບຸຕື່ມວ່າ: ການສັ່ງຈອງໄດ້ເພີ່ມຂຶ້ນໃນໄລຍະມໍ່ໆມານີ້, ຄວາມຮຽກຮ້ອງຕ້ອງການດ້ານສິນຄ້າໃນໄຕມາດທີ 2 ປີ 2023 ນີ້ໄດ້ເພີ່ມຂຶ້ນ. ກ່ອນໜ້ານີ້,  WTO ໄດ້ຄາດຄະເນວ່າມູນຄ່າການຄ້າສິນຄ້າທີ່ຈັບຕ້ອງໄດ້ທົ່ວໂລກໃນປີ 2023 ຈະເພີ່ມຂຶ້ນ 1,7% ເຊິ່ງມີຫວັງຈະປາກົດຜົນເປັນຈິງໄດ້.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ