ຈີນທວງໃຫ້ອາເມຣິກາຍຸດຕິການກະທຳທ້າທາຍເກາະຜິດ ເຊິ່ງລວມທັງ ການສົ່ງກຳປັ່ນ ແລະ ຍົນຮົບມາສອດແນມຈີນຢ່າງໃກ້ຊິດໃນທັນທີ

2023-06-01 10:40:41 CRI

 

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 31 ພຶດສະພາ 2023, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດໄດ້ໃຫ້ທັດສະນະກ່ຽວກັບເຫດການທີ່ຍົນຮົບອາເມຣິກາຖືກຝ່າຍຈີນສະກັດໄວ້, ທັງທວງໃຫ້ອາເມຣິກາຍຸດຕິການກະທຳທ້າທາຍເກາະຜິດ ເຊິ່ງລວມທັງ ການສົ່ງກຳປັ່ນ ແລະ ຍົນຮົບມາສອດແນມຈີນຢ່າງໃກ້ຊິດໃນທັນທີ.

 

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງເໝົານິງກ່າວວ່າ: ເປັນເວລາດົນນານມາແລ້ວທີ່ອາເມຣິກາໄດ້ສົ່ງກຳປັ່ນ ແລະ ຍົນຮົບມາສອດແນມຈີນເລື້ອຍໆ, ສິ່ງນີ້ໄດ້ກະທົບເຖິງຄວາມໝັ້ນຄົງດ້ານອະທິປະໄຕແຫ່ງຊາດຈີນຢ່າງໜັກໜ່ວງ, ການທ້າທາຍເກາະຜິດທີ່ອັນຕະລາຍແບບນີ້ແມ່ນກົກເຫງົ້າທີ່ພາໃຫ້ເກີດບັນຫາຄວາມປອດໄພທາງທະເລ. ອາເມຣິກາຄວນຍຸດຕິການທ້າທາຍເກາະຜິດທີ່ອັນຕະລາຍແບບນີ້ໃນທັນທີ, ຈີນຈະສືບຕໍ່ໃຊ້ມາດຕະການທີ່ຈຳເປັນເພື່ອປົກປັກຮັກສາຄວາມໝັ້ນຄົງດ້ານອະທິປະໄຕຂອງຕົນຢ່າງເດັດດ່ຽວ.

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ