ຈີນ: ການລົງໂທດພຽງລຳພັງແຕ່ຝ່າຍດຽວຢ່າງຫຼວງຫຼາຍແມ່ນບໍ່ສາມາດແກ້ໄຂບັນຫາຂອງອາເມຣິກາໄດ້

2023-06-01 15:19:14 cri


ໂດຍແນໃສ່ອາເມຣິກາລົງໂທດວິສາຫະກິດຈີນແລະບຸກຄົນຊາວຈີນດ້ວຍຂໍ້ອ້າງມີສ່ວນກ່ຽວຂ້ອງກັບການຄ້າຂາຍຢາເສບຕິດ,ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ31ພຶດສະພາແລ້ວນີ້ວ່າ: ບັນຫາຢາເສບຕິດແຜ່ລາມຢູ່ອາເມຣິກາ ກົກຮາກແມ່ນຢູ່ນຳໂຕເອງ, ອາເມຣິກາທຳການລົງໂທດພຽງລຳພັງແຕ່ຝ່າຍດຽວຢ່າງຫຼວງຫຼາຍແມ່ນບໍ່ສາມາດແກ້ໄຂບັນຫາຂອງອາເມຣິກາໄດ້,ມີແຕ່ຈະສ້າງອຸປະສັກຕື່ມອີກໃຫ້ແກ່ການຮ່ວມມືລະຫວ່າງຈີນ-ອາເມຣິກາ.


ຕາມຂ່ ວແຈ້ງວ່າ: ຫວ່າງມໍ່ໆມານີ້ ອາເມຣິກາໄດ້ປະກາດລົງໂທດວິສາຫະກິດຈີນແລະບຸກຄົນຊາວຈີນຈຳນວນໜຶ່ງ ໂດຍຖືເອົາການເຂົ້າຮ່ວມເລື່ອງຂາຍອຸປະກອນຜະລິດຢາຜິດກົດໝາຍແບບຂ້າມຊາດເປັນຂໍ້ອ້າງ.


ທ່ານນາງເມົານີງໄດ້ຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວວ່າ: ຂໍ້ອ້າງຂອງອາເມຣິກາທີ່ທຳການລົງໂທດເທື່ອນີ້ແມ່ນ: ວິສາຫະກິດທີ່ກ່ຽວຂ້ອງແລະບຸກຄົນຂອງຈີນໄດ້ຂາຍສົ່ງຈັກໜີບແຜ່ນເຫຼັກແລະເບົ່າແບບທີ່ໜີບເອົາໃຫ້ອາເມຣິກາແລະເມັກຊິກ. ປັນທີ່ຮູ້ທົ່ວໄປຢູ່ແລ້ວວ່າ: ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນສິນຄ້າທຳມະດາ,ໃນສາກົນແລະຈີນລ້ວນແຕ່ບໍ່ຖືກຈຳກັດ,ໜ້າທີ່ຄວາມຮັບຜິດຊອບທີ່ປ້ອງກັນບໍ່ໃຫ້ອຸປະກອນທີ່ກ່ຽວຂ້ອງຫຼັ່ງໄຫຼເຂົ້າຊ່ອງທາງຜະລິດຢາເສບຕິດໃນການຄ້າຂາຍສາກົນນັ້ນ ແມ່ນຢູ່ນຳຝ່າຍນຳເຂົ້າ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ