ຈີນປະຕິເສດການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຈີນ-ອາເມຣິກາ ເຊິ່ງຄວາມຮັບຜິດຊອບທັງໝົດແມ່ນຢູ່ນຳອາເມຣິກາ

2023-06-01 16:24:35 cri

ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດອາເມຣິກາໄດ້ອອກຖະແຫຼງການວ່າ: ຈີນໄດ້ປະຕິເສດຄວາມຮຽກຮ້ອງທີ່ສະເໜີໂດຍອາເມຣິກາກ່ຽວກັບການຈັດການພົບປະກັນລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຈີນ-ອາເມຣິກາໃນກອງປະຊຸມສົນທະນາຊາງຣິລາທີ່ຈັດຂຶ້ນຢູ່ສິງກະໂປລະຫວ່າງວັນທີ 31 ພຶດສະພາ ຫາວັນທີ 4 ມິຖຸນາປີນີ້ຢ່າງເປັນທາງການ. ຕໍ່ກັບເລື່ອງນີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ປັດຈຸບັນ, ອາເມຣິກາມີຄວາມຮັບຮູ້ຢ່າງຈະແຈ້ງຕໍ່ສາເຫດທີ່ເຮັດໃຫ້ການສົນທະນາລະຫວ່າງສອງກອງທັບຈີນ ແລະອາເມຣິກາປະສົບຄວາມຫຍຸ້ງຍາກ. ອາເມຣິກາຄວນເຄົາລົບອະທິປະໄຕ, ຄວາມໝັ້ນຄົງ ແລະຄວາມເປັນຫ່ວງດ້ານຜົນປະໂຫຍດຂອງຈີນ, ດັດແກ້ການກະທຳທີ່ຜິດພາດໃນທັນທີ, ສະແດງໃຫ້ເຫັນເຖິງຄວາມຈິງໃຈ ເພື່ອສ້າງບັນຍາກາດ ແລະເງື່ອນໄຂທີ່ຈຳເປັນໃຫ້ແກ່ການສົນທະນາ ແລະແລກປ່ຽນລະຫວ່າງສອງກອງທັບຈີນ ແລະອາເມຣິກາ.

ໃຜໆກໍຄົງຮູ້ດີແລ້ວວ່າ: ທ່ານນາງແນນຊີ ເປໂລຊີ ອະດີດປະທານສະພາຕ່ຳອາເມຣິກາໄດ້ໄປຢາມໄຕ້ຫວັນໂດຍບໍ່ເອົາຫົວຊານຳການກ່າວເຕືອນຢ່າງຈະແຈ້ງ ແລະການຄັດຄ້ານຢ່າງຮຸນແຮງຈາກຈີນ. ພ້ອມທັງພາຍຫຼັງອາເມຣິກາປັ້ນກະແສຂ່າວອັນທີ່ເອີ້ນວ່າ “ເຫດການບາລູນ”, ການແລກປ່ຽນດ້ານການທະຫານລະຫວ່າງຈີນກັບອາເມຣິກາໄດ້ຕົກຢູ່ໃນສະພາບຢຸດສະຫງັກ. ເຖິງແມ່ນວ່າເຈົ້າໜ້າທີ່ທະຫານຂອງອາເມຣິກາໄດ້ສະແຫວງຫາການສົນທະນາກັບການນຳຂັ້ນສູງຂອງຈີນຢ່າງບໍ່ຢຸດຢັ້ງກໍຕາມ, ແຕ່ຍ້ອນວ່າຜົນກະທົບທີ່ເກີດຈາກການທ້າທາຍເກາະຜິດຂອງອາເມຣິກາຍັງບໍ່ທັນໄດ້ຖືກລຶບລ້າງໄປເທື່ອ, ສະນັ້ນ, ການສົນທະນາ ແລະການເຈລະຈາທີ່ກ່ຽວຂ້ອງກໍ່ບໍ່ໄດ້ຮັບຄວາມຄືບໜ້າແຕ່ຢ່າງໃດ.

ໃນກອງປະຊຸມສຸດຍອດກຸ່ມ 7 ປະເທດ ຫຼື G7 ທີ່ຈັດຂຶ້ນຢູ່ຮິໂຣຊິມະຂອງຍີ່ປຸ່ນກ່ອນໜ້ານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກ່າວວ່າຈະປັບປຸງການພົວພັນຈີນ-ອາເມຣິກາໃຫ້ດີຂຶ້ນ, ພ້ອມທັງກ່າວວ່າ: “ກຳລັງພິຈາລະນາຈະຍົກເລີກການລົງໂທດຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດຈີນຫຼືບໍ່”. ແຕ່ໃນເວລາຮຽກຮ້ອງໃຫ້ຈັດການພົບປະກັນລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ, ອາເມຣິກາພັດບໍ່ໄດ້ປະຕິບັດການຕົວຈິງເພື່ອຍົກເລີກການລົງໂທດ.

ໃນຂະນະທີ່ກະຊວງປ້ອງກັນປະເທດອາເມຣິກາກ່າວວ່າ “ອາເມຣິກາທຳຄວາມພະຍາຍາມເພື່ອຈັດການພົບປະລະຫວ່າງລັດຖະມົນຕີປ້ອງກັນປະເທດຈີນ-ອາເມຣິກາ”, ເຈົ້າໜ້າທີ່ອົງການວຽກງານປ້ອງກັນຂອງໄຕ້ຫວັນກ່າວໃນວັນທີ 25 ພຶດສະພາແລ້ວນີ້ວ່າ: ອາເມຣິກາໄດ້ເລີ່ມປະຕິບັດແຜນການຊ່ວຍເຫຼືອໄຕ້ຫວັນດ້ານອາວຸດຍຸດໂທປະກອນໃນຫວ່າງມໍ່ໆມານີ້, ຂີປະນາວຸດປ້ອງກັນອາກາດ “ສະຕິງເກີ” ງວດທຳອິດໄດ້ຂົນສົ່ງໄປເຖິງໄຕ້ຫວັນໃນວັນທີ 24 ພຶດສະພາແລ້ວນີ້. ການກະທຳຂອງອາເມຣິກາໃນປັດຈຸບັນແມ່ນເຕັມໄປດ້ວຍຄວາມຂັດແຍ້ງກັນ ຄື: ດ້ານໜຶ່ງ, ອາເມຣິກາກ່າວວ່າຢາກຮັກສາການແລກປ່ຽນດ້ານການທະຫານກັບຈີນ ເພື່ອສ້າງອັນທີ່ເອີ້ນວ່າ “ຮົ້ວ” ໃຫ້ກັບການພົວພັນຈີນ-ອາເມຣິກາ; ແຕ່ອີກດ້ານໜຶ່ງ, ອາເມຣິກາພັດໄດ້ດຳເນີນການລ່ວງລ້ຳ ແລະທ້າທາຍເກາະຜິດຕໍ່ຈີນຢ່າງບໍ່ຢຸດຢັ້ງ. ອາເມຣິກາປາກຢ່າງໃຈຢ່າງ, ບໍ່ມີຄວາມຈິງໃຈແຕ່ຢ່າງໃດເລີຍ.

ນອກນີ້, ອາເມຣິກາຍັງມີການກະທຳອີກຫຼາຍຢ່າງທີ່ບໍ່ມີຄວາມຈິງໃຈແມ່ນແຕ່ໜ້ອຍ. ຕາມຂ່າວລາຍງານວ່າ: ລະຫວ່າງວັນທີ 1 ຫາ 7 ມິຖຸນານີ້, ກອງທັບອາເມຣິກາ, ກອງປ້ອງກັນຕົວຍີ່ປຸ່ນ ແລະກອງປ້ອງກັນຝັ່ງທະເລຟິລິບປິນ ຈະຈັດການຊ້ອມຮົບຮ່ວມຢູ່ເຂດທະເລແຂວງບາຕານຂອງຟິລິບປິນ. ເຂດທະເລດັ່ງກ່າວແມ່ນຢູ່ໃກ້ກັບເຂດທະເລໝູ່ເກາະທະເລຈີນໃຕ້ຂອງຈີນ, ສາມປະເທດດັ່ງກ່າວຈັດການຊ້ອມຮົບຮ່ວມຢູ່ເຂດທະເລນີ້ ແນ່ນອນແລ້ວເປັນການທ້າທາຍເກາະຜິດຕໍ່ຈີນ.

ສາມາດເວົ້າໄດ້ວ່າ: ອາເມຣິກາຖືກຈີນປະຕິເສດການພົບປະ, ແມ່ນຜົນກຳຈາກການກໍ່ກຳຂອງຕົນ. ມີແຕ່ອາເມຣິກາປະຕິບັດການເຄົາລົບ ແລະຄວາມສະເໝີພາບຢ່າງແທ້ຈິງ, ຈຶ່ງຈະສາມາດເຮັດໃຫ້ການພົວພັນຈີນ-ອາເມຣິກາກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ ເພາະວ່າບໍ່ມີຜູ້ໃດຢາກສົນທະນາກັບຜູ້ທີ່ບໍ່ເຄົາລົບຄົນອື່ນ.