ຈີນບໍ່ຢາກເຫັນສະພາບການທີ່ເກີດຂຶ້ນຢູ່ແຫຼມເກົາຫຼີໃນປັດຈຸບັນນີ້

2023-06-01 15:42:41 cri

 


    ໂດຍແນໃສ່ ສປປ ເກົາຫຼີຍິງເຄື່ອງອັນໜຶ່ງຂຶ້ນສູ່ອະວະກາດ, ທ່ານນາງເມົານິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 31 ພຶດສະພາຜ່ານມານີ້ວ່າ: ຄວາມເປັນມາຂອງສະພາບການທີ່ເກີດຂຶ້ນຢູ່ແຫຼມເກົາຫຼີໃນປັດຈຸບັນນີ້ ແມ່ນມີຄວາມຊັດເຈນ, ຈີນບໍ່ຢາກໃຫ້ມັນເກີດຂຶ້ນ.

    ຕາມຂ່າວລາຍງານວ່າ: ສປປ ເກົາຫຼີໄດ້ຍິງເຄື່ອງອັນໜຶ່ງຂຶ້ນສູ່ອະວະກາດໃນວັນທີ 31 ພຶດສະພາຜ່ານມານີ້, ແຕ່ໄດ້ຕົກລົງທະເລເຫຼືອງຍ້ອນບັນຫາມໍເຕີ, ສ ເກົາຫຼີ ແລະ ອາເມຣິກາໄດ້ຕຳໜິ ສປປ ເກົາຫຼີ ໄດ້ລະເມີດມະຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.

    ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຕ່າງປະເທດຈີນຈັດຂຶ້ນໃນມື້ດຽວກັນ, ທ່ານນາງເມົານິງໄດ້ຕອບຄຳຖາມທີ່ກ່ຽວຂ້ອງໂດຍກ່າວວ່າ: ທິດທາງພຽງໜຶ່ງດຽວທີ່ສະກັດກັ້ນບໍ່ໃຫ້ສະພາບການສືບຕໍ່ຮຸນແຮງຂຶ້ນ ແມ່ນບັນດາຝ່າຍຕ້ອງມີຄວາມຮັບຮູ້ທີ່ຖືກຕ້ອງຕໍ່ບັນຫາທີ່ແຫຼມເກົາຫຼີຂາດກົນໄກສັນຕິພາບ, ອີງຕາມແນວຄວາມຄິດທີ່ເຮັດໃຫ້ແຫຼມເກົາຫຼີປອດນິວເຄລຍ ແລະ ສ້າງກົນໄກສັນຕິພາບດຳເນີນໄປຄວບຄູ່ກັນ, ເລີ່ມການສົນທະນາທີ່ມີຄວາມໝາຍຄືນໃໝ່, ແກ້ໄຂບັນຫາທີ່ຝ່າຍຕ່າງໆໃຫ້ຄວາມສົນໃຈຮ່ວມກັນຢ່າງດຸນດ່ຽງ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ