
ວັນທີ31ພຶດສະພາແລ້ວນີ້,ນັກຂ່າວໄດ້ຮູ້ຂໍ້ມູນຈາກກະຊວງການຄ້າຈີນວ່າ: ຈີນໄດ້ສ້າງຕັ້ງເຂດທົດລອງສັງລວມທີ່ຄ້າຂາຍທາງອອນລາຍແບບຂ້າມຊາດ 165 ແຫ່ງ ໂດຍປົກຄຸມທົ່ວປະເທດເຖິງ 31 ແຂວງ,ເຂດປົກຄອງຕົນເອງແລະກຳແພງນະຄອນ,ຜ່ານການທົດລອງກ່ອນ,ຮຽນແບບບົດຮຽນນຳໜ້າ,ຮອດປັດຈຸບັນ ບໍລິສັດຄ້າຂາຍທາງອອນລາຍແບບຂ້າມຊາດຂອງຈີນມີຫຼາຍກວ່າ 1 ແສນແຫ່ງ, ຂະໜາດສິນຄ້າຂາເຂົ້າຂາອອກຜ່ານທາງອອນລາຍແບບຂ້າມຊາດໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.
ໃນຫຼາຍປີຜ່ານມານີ້,ເຂດທົດລອງສັງລວມທີ່ຄ້າຂາຍທາງອອນລາຍແບບຂ້າມຊາດແຫ່ງຕ່າງໆໄດ້ອອກແຮງບົ່ມເພາະອົງກອນຕະຫຼາດ,ຄ່ອຍໆບູລະນະສິ່ງແວດລ້ອມຂອງການຄ້າຂາຍທາງອອນລາຍແບບຂ້າມຊາດໃຫ້ດີ,ຊັກນຳອຸດສາຫະກຳທ້ອງຖິ່ນໃຫ້ດີຂຶ້ນແລະຂຶ້ນສູ່ລະດັບໃໝ່.
ຂະໜາດສິນຄ້າຂາເຂົ້າຂາອອກຜ່ານທາງອອນລາຍແບບຂ້າມຊາດຂອງຈີນໄດ້ກວມອັດຕາສ່ວນທາງການຄ້າກັບຕ່າງປະເທດຈາກບໍ່ຮອດ1%ໃນ5ປີກ່ອນ ຂຶ້ນເຖິງ5%ໃນປັດຈຸບັນ, ບໍລິສັດຄ້າຂາຍທາງອອນລາຍແບບຂ້າມຊາດຂອງຈີນມີຫຼາຍກວ່າ1ແສນແຫ່ງ, ຢູ່ໃນເຂດທົດລອງສັງລວມ ສວນອຸດສາຫະກຳທີ່ຄ້າຂາຍທາງອອນລາຍແບບຂ້າມຊາດມີປະມານ690ແຫ່ງ,ຄູ່ການຄ້າສຳລັບບໍລິສັດຄ້າຂາຍທາງອອນລາຍແບບຂ້າມຊາດຂອງຈີນໄດ້ມີຢູ່ໃນທົ່ວໂລກ,ໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືທາງການຄ້າຜ່ານທາງອອນລາຍສອງຝ່າຍກັບ29ປະເທດ.