ໃນໄລຍະກ່ອນວັນເດັກນ້ອຍສາກົນ 1 ມິຖຸນາໝູນວຽນມາເຖິງນີ້, ທ່ານນາງເພີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນຮ່ວມກັບ ສະຫະພັນພັນລະຍາປະມຸກລັດອາຟຣິກາ ຮ່ວມກັນລິເລີ່ມຈັດ ກິດຈະກຳເອົາໃຈໃສ່ສຸຂະພາບຂອງເດັກກຳພ້າກຳພອຍຢູ່ອາຟຣິກາ ພາຍໃຕ້ຫົວຂໍ້ “ຈີນ-ອາຟຣິກາຮ່ວມມືສົ່ງຄວາມອົບອຸ່ນໃຫ້ກັບເດັກນ້ອຍ”.
ໃນຂໍ້ລິເລີ່ມດັ່ງກ່າວ, ທ່ານນາງເພີງລີ້ຢວນກ່າວວ່າ, ຈີນແມ່ນເພື່ອນມິດຂອງອາຟຣິກາຕະຫຼອດໄປ, ແລະເປັນເພື່ອນມິດທີ່ຈິງໃຈ. ປີນີ້ແມ່ນປີທີ່ລັດຖະບານຈີນສົ່ງໜ່ວຍການແພດໄປອາຟຣິກາຄົບຮອບ 60 ປີ, ໜ່ວຍການແພດຈີນຕັ້ງໜ້າໃຫ້ການຊ່ວຍເຫຼືອແກ່ປະຊາຊົນອາຟຣິກາ, ກາຍເປັນທູດສົ່ງຕໍ່ມິດຕະພາບຈີນ-ອາຟຣິກາ. ຫວັງວ່າກິດຈະກຳດັ່ງກ່າວຈະສົ່ງຄວາມອົບອຸ່ນ ແລະ ຄວາມຮັກແພງໃຫ້ກັບພວກເດັກນ້ອຍ, ເພີ່ມພູນຄູນສ້າງຜົນປະໂຫຍດດ້ານສຸຂະພາບຂອງເດັກນ້ອຍຢູ່ອາຟຣິກາ, ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາໃນຍຸກໃໝ່.
ທ່ານນາງເກັນກອບ ພັນລະຍາຂອງປະທານາທິບໍດີນາມີບີ ທີ່ເປັນປະທານໝູນວຽນຂອງສະຫະພັນພັນລະຍາປະມຸກລັດອາຟຣິກາ ພ້ອມດ້ວຍສະມາຊິກໃນສະຫະພັນດັ່ງກ່າວໄດ້ໃຫ້ການຕອບຮັບຢ່າງຕັ້ງໜ້າ, ໂດຍສະແດງຄວາມຍ້ອງຍໍຊົມເຊີຍເປັນຢ່າງສູງຕໍ່ທ່ານນາງເພີງລີ້ຢວນທີ່ເອົາໃຈໃສ່ ແລະ ສະໜັບສະໜູນການພັດທະນາພາລະກິດແມ່ແລະເດັກຂອງອາຟຣິກາເປັນເວລາດົນນານມາແລ້ວ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຈີນທີ່ໃຫ້ການຊ່ວຍເຫຼືອຢ່າງບໍ່ເຫັນແກ່ຕົວ ແລະການສະໜັບສະໜູນທີ່ລ້ຳຄ່າຕໍ່ອາຟຣິກາເປັນໄລຍະດົນນານມານີ້, ຫວັງວ່າຈະສືບຕໍ່ຂຽນປະຫວັດສາດໜ້າໃໝ່ແຫ່ງມິດຕະພາບອາຟຣິກາ-ຈີນ, ຮ່ວມກັນສ້າງອະນາຄົດທີ່ດີງາມ.