ເລື່ອງນ້ອຍໃຫຍ່ຂອງເພື່ອນມິດນ້ອຍລ້ວນແຕ່ມີຢູ່ໃນໃຈຂອງທ່ານສີຈິ້ນຜິງຜູ້ເປັນ“ເພື່ອນມິດໃຫຍ່”

2023-06-01 16:19:27 cri



 

   ວັນເດັກນ້ອຍສາກົນທີ1ມິຖຸນາເປັນມື້ບຸນສຳລັບເດັກນ້ອຍທັງຫຼາຍ. ຫຼາຍປີຜ່ານມານີ້, ເມື່ອຮອດໄລຍະວັນເດັກນ້ອຍສາກົນຂອງທຸກໆປີ, ບໍ່ວ່າຈະມີວຽກຫຼາຍປານໃດກໍຕາມ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ຈະຕ້ອງໄດ້ສະຫຼະເວລາໄປຢູ່ນຳເດັກນ້ອຍທັງຫຼາຍດ້ວຍຮູບການຕ່າງໆເປັນຕົ້ນແມ່ນ: ໄປຢ້ຽມຢາມໂຮງຮຽນເພື່ອໂອ້ລົມສົນທະນາກັບເດັກນ້ອຍທັງຫຼາຍ, ເຂົ້າຮ່ວມກິດຈະກຳກອງເຍົາວະຊົນນຳໜ້າ, ສົ່ງຈົດໝາຍຕອບຄືນໃຫ້ນັກຮຽນປະຖົມແລະອື່ນໆ. ສ່ວນປີນີ້, ກ່ອນທີ່ວັນເດັກນ້ອຍສາກົນ ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ໄດ້ເດີນທາງໄປໂຮງຮຽນຢີ້ຢິ່ງປັກກິ່ງເພື່ອຢື້ຢາມຖາມຂ່າວນັກຮຽນແລະຄູອາຈານຂອງໂຮງຮຽນແຫ່ງນີ້ ພ້ອມທັງຖືໂອກາດນີ້ສົ່ງຄຳພອນອັນປະເສີດໄປເຖິງເດັກນ້ອຍເຍົາວະຊົນອັນມະຫາສານໃນທົ່ວປະເທດຈີນ.

 

   ກ່ອນໜ້ານີ້10ປີ, ໃນໂອກາດຢ້ຽມຢາມວັງເຍົາວະຊົນນະຄອນຫຼວງປັກກິ່ງກ່ອນວັນເດັກນ້ອຍສາກົນໃກ້ຈະໝູນວຽນມາເຖິງ,ເມື່ອຢືນຢູ່ທ່າມກາງກຸ່ມນັກຮຽນກອງເຍົາວະຊົນມັດແພແດງທີ່ໜ້າຮັກລື່ນເລີງເບີກບານ, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຮອຍຍິ້ມວ່າ: “ກ່ອນອື່ນມາເບິ່ງວ່າຂ້າພະເຈົ້າຊິອວຍພອນພວກຫຼານໃນນາມອັນໃດກໍບໍ່ເໝາະສົມ, ຊັ້ນກໍໃນນາມ ‘ເພື່ອນມິດໃຫຍ່’ ເນາະ”.

 

   ຄຳວ່າ “ເພື່ອນມິດໃຫຍ່”ໄດ້ເຊື່ອມສານຄວາມຮັກແພງຢ່າງເຕັມປ່ຽມ. ເລື່ອງນ້ອຍໃຫຍ່ຂອງເຫຼົ່າເດັກນ້ອຍລ້ວນແຕ່ມີຢູ່ໃນໃຈຂອງທ່ານສີຈິ້ນຜິງຜູ້ເປັນ“ເພື່ອນມິດໃຫຍ່”

   ເຄົາລົບນັບຖືການອອກແຮງງານ

 

   ການອອກແຮງງານສາມາດເຝິກຝົນຫຼໍ່ຫຼອມມານະຈິດແລະຄຸນທາດຄຸນສົມບັດ, ເພີ່ມຄວາມຮູ້ຄວາມສາມາດ ແລະເພີ່ມທະວີສາຍພົວພັນແບບກາຍອິນຊີກັບປະຊາຊົນ. ຕອນລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ ທາງພາກເໜືອແຂວງສ້ານຊີ່ເປັນເວລາ7ປີ, ທ່ານສີຈິ້ນຜິງ ໄວໜຸ່ມປັນຍາຊົນໃນເວລານັ້ນໄດ້ຮ່ວມກັບຊາວບ້ານທັງຫຼາຍສັບຊ່າວ,ປູກຝັງ, ລ້ຽງແກະ, ຫາບຝຸ່ນຄອກ ແລະອື່ນໆ, ຈາກນັ້ນຈຶ່ງເຫັນໄດ້ທາດແທ້ຂອງປະຊາຊົນ ແລະເຂົ້າໃຈປະຊາຊົນໄດ້ຢ່າງແທ້ຈິງ.

 

   ເນື່ອງຈາກວ່າໄດ້ຮັບຮູ້ແລະເຂົ້າໃຈຢ່າງເລິກເຊິ່ງເຖິງບົດບາດພິເສດຂອງການອອກແຮງງານໃນການອົບຮົມບົ່ມສ້າງຄົນ, ທ່ານສີຈິ້ນຜິງຈຶ່ງມີຄຳສັ່ງສອນດ້ວຍຄວາມເອົາໃຈໃສ່ເປັນຢ່າງຍິ່ງໃນທຸກເທື່ອທີ່ຮ່ວມກັນອອກແຮງງານກັບເດັກນ້ອຍເຍົາວະຊົນທັງຫຼາຍ.

 

   ປີ2013, ກ່ອນວັນເດັກນ້ອຍສາກົນໃກ້ຈະໝູນວຽນມາເຖິງ, ຢູ່ວັງເຍົາວະຊົນນະຄອນຫຼວງປັກກິ່ງ,ທ່ານສີຈິ້ນຜິງໄດ້ນັ່ງຂຸເຂົ່າໂອ້ລົມກັບເດັກນ້ອຍສອງຄົນທີ່ກຳລັງປູກຕົ້ນໝາກລະມຸດ, ເພິ່ນເວົ້າວ່າ: “ພວກຫຼານຕ້ອງປູກຈິດສຳນຶກ ‘ການອອກແຮງງານເປັນສິ່ງທີ່ມີກຽດສະຫງ່າ’ມາຕັ້ງແຕ່ນ້ອຍ, ວຽກຂອງຕົນຕ້ອງເຮັດເອງ, ວຽກຜູ້ອື່ນກໍຄວນໄປເຮັດຊ່ວຍ, ຜ່ານຈາກການອອກແຮງງານເພື່ອປູກຄວາມຫວັງໄວ້ແລະເກັບກ່ຽວໝາກຜົນ, ຍັງຄວນຜ່ານຈາກການອອກແຮງງານເຝິກຝົນມານະຈິດແລະຫຼໍ່ຫຼອມຕົນເອງ.”

 

   ທ່ານສີຈິ້ນຜິງຍັງມີຄຳຊີ້ນຳເທື່ອແລ້ວເທື່ອອີກວ່າ “ພັດທະນາຮອບດ້ານທັງຄຸນສົມບັດ ປັນຍາ ສິລະປະ ພະລະ ແລະແຮງງານ”, “ນຳພາເດັກນ້ອນທັງຫຼາຍມີທັດສະນະອອກແຮງງານຕັ້ງແຕ່ຍັງນ້ອຍ.”

 



   ໃນໂອກາດຢ້ຽມຢາມໂຮງຮຽນຢີ້ຢິ່ງເທື່ອນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປສວນກະເສດນັກຮຽນ. ເມື່ອເຫັນເດັກນ້ອຍທັງຫຼາຍຖືຄຸນ້ຳ, ຊວ້ານ, ຄາດ, ຟອຍຂຽນຫນັງສື, ກຳລັງຫົດນ້ຳ, ພວນດິນ, ເສຍຫຍ້າ, ປະສົມເກສອນໃຫ້ພືດຕ່າງໆເຊັ່ນ: ໝາກເລັ່ນ, ໝາກແຕງ ແລະອື່ນໆ, ທ່ານສີຈິ້ນຜິງເວົ້າວ່າ: ຄວາມຮູ້ແລະເຫດຜົນຫຼາຍຢ່າງລ້ວນແຕ່ມາຈາກການອອກແຮງງານແລະການດຳລົງຊີວິດ. ຫວັງວ່າ ຜ່ານຈາກການຮຽນຮູ້ວຽກກະສິກຳ, ຫຼານນ້ອຍນັກຮຽນທັງຫຼາຍຈະສຳຜັດໄດ້ເຖິງຄວາມລຳບາກຂອງວຽກກະສິກຳກໍຄືຂອງຊາວກະສິກອນ, ສ້າງຄວາມຊິນເຄີຍທີ່ດີໃນການຮັກການອອກແຮງງານ, ຖະໜອມຫວງແຫນສະບຽງອາຫານ, ເຄົາລົບນັບຖືທຳມະຊາດຕັ້ງແຕ່ຍັງນ້ອຍ.

 

   ຄຳສັ່ງສອນຂອງທ່ານສີຈິ້ນຜິງປຽບເໝືອນໄດ້ຫວ່ານແນວປູກຈິດສຳນຶກເຄົາລົບສົ່ງເສີມການອອກແຮງງານແລະເຄົາລົບນັບຖືການອອກແຮງງານຢູ່ໃນຈິດໃຈຂອງເດັກນ້ອຍເຍົາວະຊົນອັນມະຫາສານ.

 

ເອົາໃຈໃສ່ການອອກກຳລັງກາຍ

 

ເດັກນ້ອຍທີ່ມີສາຍຕາສັ້ນນັບມື້ນັບເພີ່ມຫຼາຍຂຶ້ນ, ສິ່ງນີ້ໄດ້ເຮັດໃຫ້ທ່ານສີຈິ້ນຜິງມີຄວາມຫ່ວງໃຍຫຼາຍ. ເພິ່ນເວົ້າວ່າ: “ປັດຈຸບັນ, ເດັກນ້ອຍໃສ່ແວ່ນຕານັບມື້ນັບຫຼາຍຂຶ້ນ,ນີ້ເປັນຄວາມສ່ຽງທີ່ໜ້າກັງວົນແລະເປັນຫ່ວງຫຼາຍ.”

 

ຕໍ່ກັບບັນຫານີ້, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳຫຼາຍເທື່ອໂດຍຮຽກຮ້ອງໃຫ້ທົ່ວສັງຄົມຕ້ອງເລັ່ງເຄື່ອນໄຫວເພື່ອຮ່ວມກັນປົກປັກຮັກສາດວງຕາຂອງເດັກນ້ອຍ ເພື່ອໃຫ້ເຂົາເຈົ້າມີອະນາຄົດທີ່ສະຫວ່າງສະໄຫວ.

 

ເມື່ອເບິ່ງໃນທົ່ວປະເທດຈີນແລ້ວ, ຂະບວນການ “ປົດແວ່ນຕາໃຫ້ເດັກນ້ອຍ”ໄດ້ຮັບປະສິດທິຜົນໃນເບື້ອງຕົ້ນ. ບັນດາແຂວງ,ເຂດປົກຄອງຕົນເອງແລະກຳແພງນະຄອນຕ່າງກໍໄດ້ວາງແຜນການຈັດຕັ້ງປະຕິບັດການປ້ອງກັນແລະຄວບຄຸມສາຍຕາສັ້ນ. ເມື່ອບໍ່ດົນມານີ້, ກະຊວງສຶກສາທິການຈີນໄດ້ຈັດພິມແລະເຜີຍແຜ່ແຜນງານຈຸດສຸມເພື່ອປ້ອງກັນແລະຄວບຄຸມສາຍຕາສັ້ນແບບສັງລວມສຳລັບເດັກນ້ອຍຊາວຫນຸ່ມເຍົາວະຊົນທົ່ວປະເທດ2023 ໂດຍໄດ້ກຳນົດຢ່າງຈະແຈ້ງວ່າ: ຈັດເອົາວຽກງານປ້ອງກັນແລະຄວບຄຸມສາຍຕາສັ້ນຂອງເດັກນ້ອຍຊາວຫນຸ່ມເຍົາວະຊົນ, ອັດຕາເປັນສາຍຕາສັ້ນໂດຍລວມແລະສະພາບສຸຂະພາບຮ່າງກາຍຂອງເດັກນ້ອຍຊາວຫນຸ່ມເຍົາວະຊົນເຂົ້າເປັນຕົວຊີ້ວັດໃນການກວດສອບຜົນງານຂອງລັດ.

 



ໃນໂອກາດຢ້ຽມຢາມໂຮງຮຽນຢີ້ຢິ່ງປັກກິ່ງເມື່ອວັນທີ 31 ພຶດສະພາຜ່ານມາ, ທ່ານສີຈິ້ນຜິງໄດ້ເວົ້າເຖິງການຜ່ານຈາກການອອກກຳລັງກາຍເພື່ອຍົກສູງຄຸນນະພາບຮ່າງກາຍຂອງເດັກນ້ອຍເຍົາວະຊົນ,ເພິ່ນໄດ້ເວົ້າດ້ວຍຄວາມເອົາໃຈໃສ່ເປັນຍ່າງສູງວ່າ: “ດຽວນີ້ເງື່ອນໄຂຊີວິດດີຂຶ້ນແລ້ວ, ພວກເດັກນ້ອຍບໍ່ແມ່ນວ່າຕ້ອງກິນໃຫ້ຕຸ້ຍ,ແຕ່ຕ້ອງເຕີບໃຫຍ່ໃຫ້ເຂັ້ມແຂງ, ຫັດກາຍບໍລິຫານໃຫ້ແຂງແຮງ. ການອອກກຳລັງກາຍຕ້ອງເລີ່ມເຮັດມາຕັ້ງແຕ່ໄວເດັກ, ເມື່ອອອກກຳລັງກາຍໃຫ້ຫຼາຍຂຶ້ນ, ເດັກຕຸ້ຍແລະເດັກໃສ່ແວ່ນຕາກໍຈະຫຼຸດໜ້ອຍລົງ.”

 

ຮັກຫອມວິທະຍາສາດ

 

ວັນທີ9ກັນຍາ2016, ຢູ່ຫ້ອງທົດລອງນິຍົມວິທະຍາຂອງໂຮງຮຽນປ່າຢີ່ປັກກິ່ງ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບນັກຮຽນແລະຄູອາຈານທັງຫຼາຍທີ່ກຳລັງຄົ້ນຄວ້າຜະລິດດາວທຽມນິຍົມວິທະຍານ້ອຍ, ເພິ່ນໄດ້ນັດໝາຍກັບນັກຮຽນທັງຫຼາຍວ່າ ຕອນສົ່ງດາວທຽມນ້ອຍຂຶ້ນອະວະກາດຕ້ອງບອກໃຫ້ຮູ້ເດີ.

 

ກ່ອນສົ່ງດາວທຽມຂຶ້ນສູ່ອະວະກາດ, ບັນດານັກຮຽນຂອງທີມງານຄົ້ນຄວ້າຜະລິດດາວທຽມນ້ອຍໄດ້ຂຽນຈົດໝາຍໄປຍັງທ່ານສີຈິ້ນຜິງໂດຍໄດ້ແຈ້ງໃຫ້ຊາບກ່ຽວກັບດາວທຽມນ້ອຍໃກ້ຈະຖືກສົ່ງຂຶ້ນສູ່ອະວະກາດໃນໄວໆນີ້. ເນື້ອໃນຈົດໝາຍຕອບຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: “ຫວັງວ່າພວກຫຼານນ້ອຍຈະຮັກສາຄວາມປາດຖະໜາຢາກຮຽນຄວາມຮູ້, ຮັກສາຄວາມສົນໃຈໃນການຄົ້ນຄວ້າ, ບຳລຸງສ້າງຈິດໃຈວິທະຍາສາດ, ຕັ້ງໃຈຮຽນດ້ວຍຄວາມດຸໝັ່ນອົດທົນ, ພະຍາຍາມປະຕິບັດຕົວຈິງ.”

 



“ວິຊາທົດລອງວິທະຍາສາດເປັນຮູບການທີ່ມີປະສິດທິຜົນໃນການບຳລຸງສ້າງແນວຄິດວິທະຍາສາດ, ຄວາມສົນໃຈໃນການສະແຫວງຫາສິ່ງທີ່ບໍ່ທັນຮູ້ແລະສະຕິປະດິດສ້າງ.” ຢູ່ຫ້ອງວິທະຍາສາດຂອງໂຮງຮຽນຢີ້ຢິ່ງປັກກິ່ງເມື່ອວັນທີ31ພຶດສະພາຜ່ານມາ, ທ່ານສີຈິ້ນຜິງໄດ້ເວົ້າກັບນັກຮຽນທັງຫຼາຍວ່າ: “ຫວັງວ່າພວກຫຼານຈະຕັ້ງອຸດົມການທີ່ ‘ປະດິດສ້າງວິທະຍາສາດເຕັກນິກ, ມີສ່ວນຮ່ວມໃນການສ້າງສາປະເທດຊາດໃຫ້ເຂັ້ມແຂງ’ ມາຕັ້ງແຕ່ຍັງນ້ອຍ. ມື້ນີ້ກ້າເປັນນັກວິທະຍາສາດນ້ອຍ, ມື້ໜ້າແຂ່ງຂັນກັນເປັນນັກວິທະຍາສາດໃຫຍ່ເພື່ອປະກອບສ່ວນເຂົ້າໃນການເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດຂອງປະເທດພວກເຮົາໃນລະດັບສູງ.”

 

ການເຮັດໃຫ້ເດັກນ້ອຍທັງຫຼາຍເຕີບໃຫຍ່ໃຫ້ດີກວ່າເກົ່າ ເປັນສິ່ງທີ່ພົວພັນເຖິງຄວາມສຸກຂອງທຸກໆຄອບຄົວ ແລະຍັງພົວພັນເຖິງອະນາຄົດຂອງປະຊາຊາດຈີນອີກດ້ວຍ.

 

ທ່ານສີຈິ້ນຜິງໄດ້ຝາກຄວາມຫວັງໄວ້ນຳເດັກນ້ອຍເຍົາວະຊົນທັງຫຼາຍວ່າ: “ເດັກນ້ອຍເຍົາວະຊົນໃນທຸກມື້ນີ້ເປັນຜູ້ສືບທອດແລະກຳລັງຫຼັກແຫຼ່ງໃນອະນາຄົດຂອງພາລະກິດອັນຍິ່ງໃຫຍ່ແຫ່ງການສ້າງສາປະເທດຊາດໃຫ້ເຂັ້ມແຂງແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດ. ເພື່ອບັນລຸເປົ້າໝາຍການສ້າງສາປະເທດພວກເຮົາໃຫ້ເປັນປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຜົນຢ່າງຮອບດ້ານເມື່ອຮອດກາງສະຕະວັດນີ້, ປັດຈຸບັນ, ຄົນຮຸ່ນພວກເຮົາກຳລັງພະຍາຍາມສູ້ຊົນຢູ່, ໃນອະນາຄົດແມ່ນຕ້ອງການໃຫ້ພວກຫຼານສູ້ຊົນຕໍ່ໄປ.”