
ລັດຖະບານຍີ່ປຸ່ນ ແລະ ບໍລິສັດໄຟຟ້າໂຕກຽວດື້ດ້ານລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍຈາກໂຮງໄຟຟ້ານິວເຄລຍຟຸຄຸຊິມະລົງສູ່ທະເລ ໂດຍເລີ່ມແຕ່ລະດູຮ້ອນປີນີ້. ຄຽງຄູ່ກັບລະດູຮ້ອນໃກ້ຈະໝູນວຽນມາເຖິງ, ບຸກຄົນພາຍໃນປະເທດຍີ່ປຸ່ນມີຄວາມກັງວົນຍິ່ງຂຶ້ນ. ວັນທີ 31 ພຶດສະພາ 2023 ນີ້, ນັກວິຊາການຈຳນວນໜຶ່ງຂອງຍີ່ປຸ່ນກ່າວວ່າ, ລັດຖະບານຍີ່ປຸ່ນພວມເຮັດເລື່ອງທີ່ເປັນອັນຕະລາຍ, ເຂົາເຈົ້າເດັດດ່ຽວຄັດຄ້ານ ການລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍລົງສູ່ທະເລ.
ບຸກຄົນທີ່ຄັດຄ້ານເລື່ອງນີ້ກ່າວວ່າ, ໄພພິບັດ ແລະ ບົດຮຽນທາງລົບຈາກອຸບັດເຫດນິວເຄລຍຢູ່ຟຸຄຸຊິມະຍັງຄົງຝັງຢູ່ໃນໃຈ, ຜູ້ລີ້ໄພຈຳນວນຫຼວງຫຼາຍຈາກຟຸຄຸຊິມະບໍ່ສາມາດກັບຄືນສູ່ບ້ານເກີດ, ວຽກງານບຳບັດມົນລະພິດນິວເຄລຍຍັງບໍ່ທັນສິ້ນສຸດລົງເທື່ອ. ໂດຍສະເພາະແມ່ນການ ລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍລົງສູ່ທະເລນັ້ນ, ບໍ່ໄດ້ຮັບຄວາມເຫັນດີຈາກຊາວປະມົງ ແລະ ປະຊາຊົນຢູ່ຟຸຄຸຊິມະ, ແຕ່ລັດຖະບານຍີ່ປຸ່ນຊ້ຳພັດດື້ດ້ານຊຸກຍູ້ໂຄງການດັ່ງກ່າວ, ທັງນີ້ເປັນການກະທຳທີ່ບໍ່ມີຄວາມຮັບຜິດຊອບຕໍ່ ປະຊາຊົນຢູ່ຟຸຄຸຊິມະ ແລະ ຍີ່ປຸ່ນ.