
ວັນທີ 1 ມິຖຸນາ 2023, ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນ, ມີນັກຂ່າວຖາມວ່າ, ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາກ່າວວ່າ ການທີ່ຈີນປະຕິເສດບໍ່ພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງກະຊວງປ້ອງກັນປະເທດອາເມຣິການັ້ນແມ່ນເລື່ອງທີ່ບໍ່ເປັນຈັ່ງບຸນ, ລາວຍັງກ່າວຕື່ມວ່າ, ອາເມຣິກາ ແລະ ຍີ່ປຸ່ນພວມພະຍາຍາມເຮັດໃຫ້ການພົວພັນທາງການທະຫານຫັນເປັນທັນສະໄໝຕື່ມອີກ, ແມ່ນເພື່ອປ້ອງກັນອັນທີ່ເອີ້ນວ່າ “ການກະທຳແບບບັງຄັບ” ຂອງຈີນ. ຈີນໄດ້ຕີລາຄາຄືແນວໃດຕໍ່ກັບເລື່ອງນີ້?
ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ກ່ຽວກັບເລື່ອງທີ່ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ແລະອາເມຣິກາພົບປະກັນນັ້ນ, ກະຊວງປ້ອງກັນປະເທດຈີນໄດ້ໃຫ້ຄຳຕອບແລ້ວ. ກ່ຽວກັບການພົວພັນທາງການທະຫານ ຫຼື ການຮ່ວມມືທາງການທະຫານລະຫວ່າງອາເມຣິກາ ແລະ ຍີ່ປຸ່ນ, ພວກເຮົາມີຈຸດຢືນມາໂດຍຕະຫຼອດວ່າ ການຮ່ວມມືທາງການທະຫານລະຫວ່າງປະເທດ ທຳອິດຄວນມີຜົນດີຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ແຕ່ບໍ່ຄວນແນໃສ່ຝ່າຍທີ 3, ຍິ່ງບໍ່ຄວນທຳລາຍຜົນປະໂຫຍດຂອງຝ່າຍທີ 3. ເມື່ອເວົ້າເຖິງການກະທຳແບບບັງຄັບ, ຂ້າພະເຈົ້າຢາກເວົ້າວ່າ ຜູ້ທີ່ໃຊ້ການກະທຳແບບບັງຄັບນັ້ນບໍ່ແມ່ນຈີນ ແຕ່ແມ່ນອາເມຣິກາເອງ.